ຄະນະນໍາພາທີ່ຜູ້ຄົນຮູ້ຈັກກັນດີ ຂອງພັກຝ່າຍຄ້ານໃນມຽນ
ມາ ກ່າວວ່າ ເຂົາເຈົ້າຢາກໃຫ້ປະຊາຄົມນາໆຊາດ ສືບຕໍ່ທໍາ
ການລົງໂທດດ້ານເສດຖະກິດຕໍ່ມຽນມາຕໍ່ໄປ ເຖິງແມ່ນໄດ້ມີ
ການເລືອກຕັ້ງແລະການປະກອບລັດຖະບານຊຸດໃໝ່ຫວ່າງ ໄວໆມານີ້ກໍຕາມ.
ບັນດາເຈົ້າໜ້າທີ່ອາວຸໂສຂອງພັກສັນນິບາດແຫ່ງຊາດເພື່ອ
ປະຊາທິປະໄຕໃນມຽມາ ພາຍໃຕ້ການນໍາພາຂອງທ່ານນາງ
ອອງຊານຊູຈີ ທີ່ໄດ້ຮັບລາງວັນໂນແບລຂະແໜງສັນຕິພາບ
ກ່າວຕໍ່ບັນດານັກຂ່າວກ່ຽວກັບ ການລົງຄວາມເຫັນດັ່ງກ່າວ
ຂອງພວກເຂົາເຈົ້າໃນວັນຈັນມື້ນີ້. ຄາດວ່າ ທາງພັກຈະປະ
ກາດໃຫ້ຮູ້ໃນວັນອັງຄານມື້ອື່ນນີ້ກໍເປັນໄດ້ ກ່ຽວກັບຜົນ
ຂອງການສຶກສາຢ່າງລະອຽດກ່ຽວກັບວ່າ ພວກປະຊາຊົນ
ມຽນມາໄດ້ຮັບຜົນກະທົບແນວໃດ ຈາກມາດຕະການລົງ ໂທດເຫລົ່ານັ້ນ.
ອົງການຂ່າວ Reuters ອ້າງຄໍາເວົ້າຂອງ
ທ່ານ Tin OO ຮອງປະທານພັກສັນນິບາດ
ແຫ່ງຊາດເພື່ອປະຊາທິປະໄຕ ວ່າການສຶກສາ
ຄົ້ນຄວ້າສະແດງໃຫ້ເຫັນວ່າ ການລົງໂທດດັ່ງ
ກ່າວສົ່ງຜົນກະທົບຕໍ່ ສະເພາະແຕ່ພວກຜູ້ນໍາ
ລັດຖະບານແລະພວກເພື່ອນຮ່ວມງານທາງ
ທຸລະກິດຂອງເຂົາເຈົ້າເທົ່ານັ້ນໂດຍບໍ່ມີຜົນກະ ທົບຕໍ່ປະຊາຊນທົ່ວໄປແຕ່ຢ່າງໃດ.
ພວກປະເທດເພື່ອນບ້ານຂອງມຽນມາຫລາຍ
ປະເທດ ໄດ້ກ່າວທີ່ກອງປະຊຸມຂອງກຸ່ມອາ
ຊ່ຽນໃນເມື່ອບໍ່ດົນມານີ້ ວ່າມັນເຖິງເວລາສໍາ
ລັບການຍົກເລີກການລົງໂທດນັ້ນແລ້ວ ແຕ່
ສະຫະລັດອະເມຣິກາ ແລະບັນດາເຈົ້າໜ້າທີ່
ຈາກບາງປະເທດໃນຢູໂຣບ ກ່າວວ່າມັນເປັນ
ການໄວເກີນໄປ ທີ່ຈະຍົກເລີກມາດຕະການດັ່ງກ່າວ.