ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໘ ກຸມພາ ໒໐໒໕

ສະຫະລັດຈະເຄື່ອນໄຫວ ຢ່າງລະມັດລະວັງ ໃນການຜ່ອນຜັນການລົງໂທດ ຕໍ່ມຽນມາ (ເບິ່ງວີດີໂອ)


ທ່ານ Kurt Campbel ລັດຖະມົນຕີຊ່ອຍວ່າການກະຊວງການຕ່າງປະເທດສະຫະລັດວ່າດ້ວຍກິດຈະການເອເຊຍ ຕາເວັນອອກ ແລະຍ່ານມະຫາສະມຸດປາຊີຟິກ.
ວັນທີ 26 ເມສາ 2012.
ທ່ານ Kurt Campbel ລັດຖະມົນຕີຊ່ອຍວ່າການກະຊວງການຕ່າງປະເທດສະຫະລັດວ່າດ້ວຍກິດຈະການເອເຊຍ ຕາເວັນອອກ ແລະຍ່ານມະຫາສະມຸດປາຊີຟິກ. ວັນທີ 26 ເມສາ 2012.

ນັກ​ການ​ທູດ​ຂັ້ນ​ອາວຸ​ໂສ​ສະຫະລັດ​ທ່ານ​ນຶ່ງ​ກ່າວ​ວ່າ ກຸງ​ວໍ​ຊິງ​ຕັນ​ຈະທໍາ​ການ​ເຄື່ອນ​ໄຫວ​ຢ່າງ​ລະມັດລະວັງ ​ໃນ​ການ​ຜ່ອນຜັນການ​ລົງ​ໂທດຕື່ມ​ອີກຕໍ່​ມຽນມາ​ນັ້ນ.

ທ່ານ Kurt Campbell ລັດຖະມົນຕີ​ຊ່ອຍ​ວ່າການ​ກະຊວງ​ການຕ່າງ ປະ​ເທດ​ວ່າ​ດ້ວຍ​ກິດຈະການ​ເອ​ເຊຍ​ຕາ​ເວັນ​ອອກ ​ແລະ​ຍ່ານ​ມະຫາ​ສະມຸດ​ປາຊີ​ຟິກ ກ່າວ​ໃນ​ການ​ໄປ​ໃຫ້ການ​ຕໍ່​ລັດຖະສະພາ​ໃນ​ວັນ​ພຸດວານ​ນີ້​ວ່າ ສະຫະລັດ​ໄດ້​ປະຕິ​ເສດ​ຕໍ່​ການ​ທີ່​ຈະ​ຍຸຕິ​ໃນ​ທັນທີ​ ກ່ຽວ​ກັບການ​ລົງ​ໂທດຂອງ​ຕົນ​ທີ່​ມີ​ມາ​ຕັ້ງ​ແຕ່​ດົນ​ນານ​ຕໍ່​ມຽນມາ​ນັ້ນ.

ທ່ານ Campbell ​ໄດ້​ກ່າວ​ຍ້ອງ​ຍໍ​ຄວາມ​ຄືບ​ໜ້າ​ຢ່າງ​ຫຼວງ​ຫຼາຍ​ທີ່ລັດ ຖະບານ​ພົນລະ​ເຮືອນ​ພຽງ​ໃນ​ນາມ​ຊື່ໆຂອງ​ມຽນມາ​ໄດ້​ເຮັດ​ມາ​ນັບ​ແຕ່​ຂຶ້ນ​ຄອງອໍານາດ​ມາ​ໃນ​ປີຜ່ານມາ​ນີ້. ​ແຕ່​ທ່ານ​ກ່າວ​ວ່າ ການ​ປະຕິ​ຮູບ​ຕ່າງໆໄປ​ສູ່​ລະບອບ​ປະຊາທິປະ​ໄຕ​ໃນ​ຫວ່າງ​ໄວໆ​ຜ່ານ​ມາ​ນີ້​ເປັນເລື້ອງ​ທີ່ພິກ​ປີ້ນ​ຄືນ​ໄດ້​ແລະ​ວ່າ​ສະພາບ​ການລະ​ເມີດ​ສິດທິ​ມະນຸດ​ຢ່າງ​ໜ້າຕິຕຽນນັ້ນ​ ຍັງ​ມີ​ຢູ່​ໃນ​ປະ​ເທດດັ່ງກ່າວ ຊຶ່ງ​ທ່ານ Campbell ກ່າວ​ວ່າ:

ທ່ານ Campbell ກ່າວ​ວ່າ ມຽນມາ​ຍັງ​ມີ​ວຽກ​ຂວາງ​ໜ້າ​ຢູ່​ຢ່າງ​ຫຼວງ ຫຼາຍທີ່​ຈະ​ຕ້ອງ​ກະທໍາຮວມທັງ​ການ​ປ່ອຍໂຕ​ພວກ​ນັກ​ໂທດ​ການເມືອງ​ໂດຍ​ບໍ່​ມີ​ເງື່ອນ​ໄຂ ຍັງມີ​ວຽກ​ຢ່າງ​ຫຼວງ​ຫຼາຍ​ຈະ​ຕ້ອງ​ໄດ້​ເຮັດເພື່ອ​ສ້າງ ຄວາມ​ກ້າວໜ້າໃຫ້​ສັງຄົມ​ພົນລະ​ເຮືອນ​ ​ພ້ອມ​ທັງໂຄງຮ່າງຕ່າງໆ​ໃນ ດ້ານ​ນິຕິບັນຍັດ​ແລະ​ດ້ານ​ກົດໝາຍ​ຂອງ​ສັງຄົມ​ທີ່​ເປັນ​ອິດ​ສະລະ​ແລະ​ເປີດ​ກວ້າງນັ້ນ.

ເບິ່ງວີດີໂອ ສະຫະພາບຢູໂຣບໂຈະການລົງໂທດຕໍ່ມຽນມາ

ທ່ານ Campbell ​ໄດ້​ພະຍາຍາມ​ໃຫ້​ຄວາມ​ໝັ້ນ​ໃຈ​ແກ່​ພວກ​ສະມາ​ຊິກລັດຖະສະພາ​ ຊຶ່ງ​ບາງ​ທ່ານ​ມີ​ຄວາມ​ເປັນ​ຫ່ວງ​ເປັນ​ໄຍວ່າ ຄໍາ​ປະກາດ​ຫວ່າງ​ໄວໆ​ຜ່ານ​ມາ​ນີ້​ຂອງ​ລັດຖະບານ​ກຸງ​ວໍ​ຊິງ​ຕັນ​ໃນ​ການ​ຜ່ອນ ຜັນ​ການ​ລົງ​ໂທດ​ຂອງ​ຕົນນັ້ນ​ອາດ​ຈະ​ບ່ອນ​ທໍາລາຍ​ການ​ປະຕິ​ຮູບໄປ​ສູ່​ລະບອບ​ປະຊາທິປະໄຕ​ຕໍ່​ໄປ​ໃນ​ມຽນມາ​ນັ້ນ.

ສະຫະລັດ​ໄດ້​ຜ່ອນຜັນ​ການ​ຫ້າມ​ການ​ລົງທຶນ ການ​ຈໍາກັດ​ຮັດ​ແຄບໃນ​ການ​ເດີນທາງ​ບາງ​ຢ່າງ​ແລະ​ການ​ລົງ​ໂທດ​ອື່ນໆ​ໃນ​ຕົ້ນ​ເດືອນ​ນີ້ຫຼັງ​ຈາກ​ມຽນມາ​ຈັດ​ການ​ເລືອກ​ຕັ້ງ​ຮອບ​ພິ​ເສດ​ຂຶ້ນ ຊຶ່ງ​ພັກການ​ເມືອງ​ທີ່​ນິຍົມລະ ບອບ​ປະຊາທິປະ​ໄຕ​ໃນ​ມຽນມາ​ພາຍ​ໃຕ້​ການ​ນໍາພາ​ຂອງທ່ານ​ນາງ​ອອງ ຊານ​ຊູ​ຈີ ​ໄດ້​ຊະນະ​ບ່ອນ​ນັ່ງ 43 ບ່ອນໃນ​ຈໍານວນບ່ອນ​ນັ່ງ​ທັງ​ໝົດ 44 ບ່ອນ​ທີ່ພັກ​ຂອງ​ທ່ານ​ນາງ​ໄດ້​ເຂົ້າ​ແຂ່ງຂັນ​ນັ້ນ.

XS
SM
MD
LG