ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມຽນມາເຕືອນ ອອງຊານຊູຈີ


ທ່ານນາງ Aung San Suu Kyi ຜູ້ນໍາພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕໃນມຽມາ ກ່າວຄໍາປາໃສ ຕໍ່ພວກສະມາຊິກຊາວໜຸ່ມຂອງພັກ NLD ທີ່ນະຄອນຢາງກຸ້ງ, ວັນທີ 8 ກຸມພາ 2011.
ທ່ານນາງ Aung San Suu Kyi ຜູ້ນໍາພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕໃນມຽມາ ກ່າວຄໍາປາໃສ ຕໍ່ພວກສະມາຊິກຊາວໜຸ່ມຂອງພັກ NLD ທີ່ນະຄອນຢາງກຸ້ງ, ວັນທີ 8 ກຸມພາ 2011.

ສື່​ທີ່​ລັດ​ຄວບ​ຄຸມ​ໃນມຽນມາ​ໄດ້​ອອກ​ຄໍາ​ເຕືອນ​ທີ່​ໜ້າ​ຢ້ານ​ກົວ
ສໍາລັບ​ທ່ານ​ນາງ​ອອງຊານ​ຊູ​ຈີ ຜູ້​ນໍາ​ຝ່າຍ​ຄ້ານ​ແລະ​ພັກ​ສັນນິ ບານ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ​ຂອງ​ທ່ານ​ນາງ.

ບົດ​ວິຈານ​ບົດ​ນຶ່ງ​ທີ່​ພິມ​ເຜີຍ​ແຜ່​ໃນ​ວັນ​ອາທິດ​ວານ​ນີ້ ​ຄື​ບໍ່​ເທົ່າ​ໃດ​ມື້​ ຫລັງ​ຈາກ​ພັກ​ສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ ຫລື NLD ຮຽກຮ້ອງ​ໃຫ້​ນາໆ​ຊາດ​ສືບ​ຕໍ່​ລົງ​ໂທດ​ມຽນມາ ນັ້ນ ​ເຕືອນ​ວ່າ ທ່ານ​ນາງ​ອອງຊານ​ຊູ​ຈີ​ແລະພັກ​ຂອງ​ທ່ານ​ນາງ​ຈະ​ປ​ະ​ເຊີນ​ກັບ​ “ຈຸດ​ຈົບທີ່​ໜ້າ​ສະ​ລົດ​ໃຈ” ​ຖ້າ​ຫາກ​ “ເຂົາ​ເຂົ້າ​ຍັງ​ຈະ​ເດີນທາງ​ຜິດ​ຢູ່​ຕໍ່​ໄປ.”

ຜູ້​ຂຽນ​ບົດ​ວິຈານ ຊຶ່ງ​ໃຊ້​ນາມ​ປາກກາ​ວ່າ ‘Great Victory” ຫລື​ໄຊຊະ ນະ​ທີ່​ຍິ່ງ​ໃຫຍ່​ນັ້ນ ກ່າວ​ຫາ​ພັກ NLD ​ແລະ​ຜູ້​ນໍາ​ພັກ​ທີ່ໄດ້​ຮັບ​ລາງວັນ​ໂນ​ແບ​ລຂະ​ແໜງ​ສັນຕິພາບ​ນັ້ນ​ວ່າ “ບໍ່​ເອົາ​ຫົວຊາ​ຕໍ່​ຄວາມ​ເປັນ​ຈິງ​ທີ່ວ່າ ສູ່​ມື້​ນີ້​ ມຽນມາກໍາລັງ​ກ້າວ​ໄປ​ສູ່​ຍຸກໃໝ່​ແລ້ວ” ​ແລະ​ເຊື້ອ​ເຊີນ​ໃຫ້​ພວກເຂົາ​ເຈົ້າຈົ່ງ ໃຫ້ການ​ຮ່ວມ​ໄມ້​ຮ່ວມ​ມື​ກັບ​ປະຊາຊົນ​ ໃນ​ການ​ສ້າງ​ຕັ້ງ​ປະ​ເທດ​ຊາດ​ທີ່​ເປັນ​ປະຊາທິປະ​ໄຕ.”

XS
SM
MD
LG