ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມສິດທິມະນຸດ ບໍ່ເຫັນດີນໍາ ສຫລ ທີ່ຈະ​​ຍົກເລີກ ການ​ລົງ​ໂທດ ຕໍ່ມຽນມາ


ຜູ້ຊາຍຄົນນຶ່ງກໍາເງິນ ໂດລາ ແລະເງິນ kyats ຂອງມຽນມາ ທີ່ບ່ອນແລກເງິນທີ່ນະຄອນຢາງກຸ້ງ ໃນວັນທີ 21 ມີນາ, 2012.
ຜູ້ຊາຍຄົນນຶ່ງກໍາເງິນ ໂດລາ ແລະເງິນ kyats ຂອງມຽນມາ ທີ່ບ່ອນແລກເງິນທີ່ນະຄອນຢາງກຸ້ງ ໃນວັນທີ 21 ມີນາ, 2012.

ກຸ່ມປົກປ້ອງສິດທິມະນຸດບາງກຸ່ມ ກໍາລັງມີປະຕິກິລິຍາຕອບແບບເປັນການ ສົງ​ໄສຕໍ່
ການຕັດສິນໃຈຂອງ​ສະຫະລັດ ທີ່ຈະຍົກເລີກການ​ລົງ​ໂທດດ້ານເສດຖະກິດຂອງຕົນຕໍ່
ມຽນມາຢ່າງເປັນທາງການ.

​ໃນ​ວັນ​ພຸດ​ວານ​ນີ້ ລັດຖະບານກຸງວໍຊິງຕັນ ໄດ້ປະກາດວ່າ ຕົນໄດ້ອະ​ນຸ​ຍາດ​ໃຫ້ບໍລິສັດ
​ອາ​ເມຣິກັນເຂົ້າ​ໄປລົງທຶນໃນ​ມຽນມາ ທີ່ຕັ້ງຢູ່ໃນເຂດເອເຊຍຕາເວັນອອກສຽງໃຕ້ແຫ່ງນີ້
​ໄດ້ເປັນ​ຄັ້ງ​ທໍາ​ອິດໃນ​ຮອບ 15 ປີ ເພື່ອເປັນການຕອບ​ຮັບ​ຕໍ່ການ​ປະຕິ​ຮູບ​ທາງ​ດ້ານເສດ
ຖະກິດ​ແລະ​ການ​ເມືອງ ທີ່ກໍາລັງດໍາເນີນໄປຢູ່ໃນທີ່ນັ້ນ.

ການເຄື່ອນໄຫວທີ່​ວ່າ​ນີ້ ບໍ່ໄດ້ອະ​ນຸ​ຍາດ​ໃຫ້ບໍລິສັດ​ອາ​ເມຣິກັນ ເຮັດທຸລະກິດກັບວິສະຫະ
ກິດ ແລະອຸດສະຫະກໍາຂອງທະຫານ ທີ່ຄວບຄຸມໂດຍກະຊວງປ້ອງກັນປະເທດຂອງ​ມຽນມາ.

ແຕ່ວ່າຫລາຍໆຄົນກໍບໍ່ດີໃຈນຳການຕັດສິນໃຈຂອງສະຫະລັດດັ່ງກ່າວນັ້ນ ທັງໆ​ທີ່​ໄດ້ມີການ ຄັດຄ້ານຈາກຜູ້ນໍາປະຊາທິປະໄຕຂອງ​ມຽນມາ ທ່ານນາງອອງຊານ ຊູຈີ. ຜູ້ໄດ້ຮັບລາງວັນ ໂນແບລຂະແໜງສັນຕິພາບທ່ານນີ້ ໄດ້ເຕືອນບໍ່ອະນຸຍາດໃຫ້ນາໆ​ຊາດ​ເຂົ້​າ​ໄປລົງທຶນ ໃນ ຂະແໜງພະລັງງານທີ່​ໄດ້​ກຳ​ໄລ​ງາມໆມຽນມາ ທີ່ໄດ້ນໍາລາຍໄດ້ມາສະໜັບສະໜູນແກ່ອະ ດີດລັດຖະບານທະຫານ ທີ່ກົດຂີ່ປະຊາຊົນ ມາ​ເປັນ​ເວລາ​ຫຼາຍໆ​ປີນັ້ນ.

ນາງ Lisa Misol ຈາກອົງການປົກ​ປ້ອງສິດທິມະນຸດ Human Rights Watch ທີ່ຕັ້ງ
ຢູ່ນະຄອນ New York ກ່າວຕໍ່ວີໂອເອວ່າ ມັນຍັງໄວເກີນໄປ ທີ່ຈະອານຸຍາດໃຫ້ທຸລະກິດ
ຕ່າງໆ ພົວພັນທຸລະກິດກັບບໍລິສັດນໍ້າມັນລັດຂອງມຽນມາ ຊຶ່ງແມ່ນບໍລິສັດ Myannar
Oil and Gas Enterprise (MOGE) ຈົນກວ່າວ່າ ລັດວິສະຫະກິດດັ່ງກ່າວ ຈະມີຄວາມ
ຮັບຜິດຊອບ ແລະຄວາມໂປ່ງໃສເພີ້ມຂຶ້ນ.

XS
SM
MD
LG