ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມຽນມາ ຕັ້ງກໍາມາທິການ ສິດທິມະນຸດ ເປັນເທື່ອທໍາອິດ.


ທ່ານນາງອອງຊານຊູຈີຜູ້ນໍາປະຊາທິປະໄຕໃນມຽນມາແລະປະທານາທິ
ບໍດີ Thein Sein ຢືນຖ່າຍຮູບນໍາກັນທີ່ທໍານຽບປະທານາທິບໍດີທີ່
ເມືອງ Naypyitaw
ວັນທີ 19 ສິງຫາ 2011
ທ່ານນາງອອງຊານຊູຈີຜູ້ນໍາປະຊາທິປະໄຕໃນມຽນມາແລະປະທານາທິ ບໍດີ Thein Sein ຢືນຖ່າຍຮູບນໍາກັນທີ່ທໍານຽບປະທານາທິບໍດີທີ່ ເມືອງ Naypyitaw ວັນທີ 19 ສິງຫາ 2011






















ສື່​ມວນ​ຊົນ​ແຫ່ງ​ລັດ​ຂອງ​ມຽນມາ​ກ່າວ​ວ່າ ລັດຖະບານ​ໄດ້​ຈັດ​ຕັ້ງ​ຄະນະກໍາມາ​ທິການ​ແຫ່ງ​ຊາດ​ວ່າ​ດ້ວຍ​ສິດທິ​ມະນຸດ​ຂອງ​ຕົນ​ຂຶ້ນ​ຄັ້ງ​ທໍາ​ອິດ.

ໃນ​ຄໍາ​ປະກາດ​ສັ້ນໆ​ໃນ​ວັນ​ອັງຄານ​ມື້​ນີ້ ໜັງສືພິມ New Light of Myanmar ຂອງທາງ​ການ​ກ່າວ​ວ່າ ຄະນະ​ກໍາມາ​ທິການ​ທີ່​ປະກອບ​ດ້ວຍ​ສະມາຊິກ 15 ທ່ານ​ຈະ​ເປັນ​ຜູ້​ກໍາກັບ​ດູ​ແລ​ໃນ​ການ​ສົ່ງ​ເສີມ​ແລະ​ຮັກສາ​ໄວ້​ແຫ່ງ​ສິດທິ​ພື້ນຖານ​ຂອງ​ພົນລະ​ເມືອງ​ພາຍ​ໃຕ້​ກົດໝາຍ​ລັດ ຖະທໍາ​ມະນູນ​ຂອງ​ຊາດ​ໃນ​ປີ 2008 ນັ້ນ.

ຄະນະ​ກໍາມາ​ທິການ​ດັ່ງກ່າວ​ແມ່ນ​ປະກອບ​ດ້ວຍ​ພວກ​ນັກ​ການ​ທູດ ນັກວິຊາ​ການ​ແລະ​ພວກ​ອະດີດ​ເຈົ້າ​ໜ້າ​ທີ່​ລັດຖະບານ ຊຶ່ງ​ທັງ​ໝົດ​ແມ່ນ​ອອກ​ກິນ​ເບ້ຍ​ບໍານານ​ແລ້ວ.

ຄໍາ​ປະກາດ​ດັ່ງກ່າວ​ນີ້​ມີ​ຂຶ້ນ​ຫລັງ​ຈາກ​ການ​ຢ້ຽມຢາມ​ມຽນມາ​ຂອງ​ທ່ານ Tomas Quintana ທູດ​ພິ​ເສດ​ວ່າ​ດ້ວຍ​ສິດທິ​ມະນຸດ​ຂອງ​ສະຫະ​ປະຊາ​ຊາດ​ໃນ​ເດືອນ​ແລ້ວ​ນີ້ ຊຶ່ງ​ເປັນ​ຄົນ​ທໍາ​ອິດ​ທີ່​ໄດ້​ຮັບ​ອະນຸຍາດ​ໃຫ້​ໄປ​ຢ້ຽມຢາມ​ພວກ​ນັກ​ໂທດ​ທີ່​ຄຸກ Insein ທີ່ມີ​ຊື່​ສຽງ​ບໍ່​ດີ ​ແລະ​ທໍາ​ການ​ໂອ້​ລົມ​ສົນທະນາ​ກັບ​ທ່ານ​ນາງ​ອອງຊານ​ຊູ​ຈີ ນັກ​ເຄື່ອນ​ໄຫວ​ເພື່ອ​ປະຊາທິປະ​ໄຕ​ໃນ​ມຽນມາ.

ເຖິງ​ຢ່າງ​ໃດ​ກໍ​ດີ ລັດຖະບານ​ຍັງ​ສືບ​ຕໍ່​ກັກ​ຂັງ​ພວກ​ນັກ​ໂທດ​ການ​ເມືອງຈໍານວນ​ຫລາຍ​ກວ່າ 2 ພັນ​ຄົນ​ຢູ່​ຕໍ່​ມາ. ມຽນມາ​ປະ​ເຊີນ​ໜ້າ​ກັບ​ການ​ລົງໂທດ​ຢ່າງ​ໜັກ​ຈາກ​ນາໆ​ຊາດ ​ເນື່ອງ​ຈາກ​ການ​ກົດຂີ່ປາບ​ປາມ​ທາງ​ດ້ານ​ການ​ເມືອງ​ມາ​ເປັນ​ເວລາ​ຫລາຍ​ທົດ​ສະ​ວັດ​ນັ້ນ.



XS
SM
MD
LG