ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ການລະເມີດ ສິດທິມະນຸດ ຍັງດໍາເນີນຕໍ່ໄປ ໃນມຽນມາ


ທ່ານ Thein Sein ປະທານາທິບໍດີມຽນມາ.
ທ່ານ Thein Sein ປະທານາທິບໍດີມຽນມາ.























ກ່ຽວ​ກັບ​ມຽນມາ ອົງການ​ນິລະ​ໂທດ​ກໍາ​ສາກົນ​ຫຼື Amnesty Interna-tional ກ່າວ​ວ່າ ການລະ​ເມີດ​ສິດທິ​ມະນຸດ​ໃນ​ບັນດາ​ຂົງ​ເຂດ​ຊົນເຜົ່າ​ກຸ່ມ​ນ້ອຍ​ໃນ​ມຽນມາໄດ້​ເພີ່ມ​ທະວີ​ຂຶ້ນ​ໃນ​ປີ​ແລ້ວ​ນີ້ ​ເຖິງ​ແມ່ນມີ​ການ​ປະຕິຮູບ ​ດ້ານ​ການ​ເມືອງ​ແລະ​ເສດຖະກິດຫວ່າງ​ໄວໆ​ຜ່ານມາ​ນີ້​ ຢູ່ໃນ​ມຽນມາກໍ​ຕາມ.

ຢູ່​ໃນ​ລາຍ​ງານ​ປະ​ຈໍາປີ​ ທີ່​ເປີດ​ເຜີຍ​ໃຫ້​ຮູ້​ໃນ​ວັນພະຫັດ​ມື້​ນີ້ ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ​ທີ່​ມີ​ສຳນັກ​ງານ​ຢູ່ໃນ​ປະ​ເທດອັງກິດດັ່ງກ່າວ​ ໄດ້ຈົດ​ບັນທຶກ ຫຼາຍໆ​ກໍລະນີ​ ກ່ຽວ​ກັບການ​ປະຫານ​ຊີວິດ​ແບບ​ຮວບ​ຮັດ​ຕັດ​ຕອນ ​ການ​ທາລຸນ​ນະ​ກໍາ​ແລະ​ການ​ໃຊ້​ແຮງ​ງານ​ແບບບັງຄັບ​ໂດຍ​ພວກ​ທະຫານ​ມຽນ ມາ ​ໃນ​ເຂດ​ຊົນ​ກຸ່ມ​ນ້ອຍ​ແຫ່ງ​ຕ່າງໆທີ່​ເປັນ​ບັນຫາ​ຂັດ​ແຍ່ງ​ກັນ​ນັ້ນ.

ທ່ານ Benjamin Zawacki ນັກ​ຄົ້ນ​ຄວ້າດ້ານ​ເອ​ເຊຍ ​ທີ່​ອົງການ Amnesty Interna
tional ກ່າວ​ຕໍ່​ວີ​ໂອ​ເອວ່າ ການລະ​ເມີດ​ສິດ​ເຫຼົ່າ​ນີ້ ​ແມ່ນ​ເປັນ​ການ​ກະທໍາ​ທີ່​ກົງກັນຂ້າມ ​
ກັບ​ການ​ປະຕິ​ຮູບ​ດ້ານ​ການເມືອງ​ຕ່າງໆ​ທີ່​ປະທານາທິບໍດີ Thein Sein ​ແຫ່ງ​ມຽນມາ​
ໄດ້​ດໍາ​ເນີນ​ໄປ​ໃນ​ປີຜ່ານມາ​ນີ້.

​ແຕ່​ທ່ານ Zawacki ກ່າວ​ວ່າ​ພວກ​ເຈົ້າ​ໜ້າ​ທີ່​ລັດຖະບານ​ແລະ​ທະຫານ​ທີ່​ທໍາ​ການລະ​ເມີດ​ສິດທິ​ມະນຸດ​ນັ້ນ​ຍັງ​ບໍ່​ທັນ​ຖືກ​ດໍາ​ເນີນ​ຄະດີ​ເທື່ອ ​ເຖິງ ແມ່ນ​ມີ​ການຈັດ​ຕັ້ງ​ຄະນະ​ກໍາມາ​ທິການປົກ​ປ້ອງ​ສິດທິ​ມະນຸດ​ແຫ່ງ​ຊາດ​ຂຶ້ນ​ໃນ​ປີ​ແລ້ວ​ນີ້​ກໍ​ຕາມ.

ຄະນະ​ນໍາພາ​ທະຫານ​ທີ່​ກົດ​ຂີ່​ຂົ່ມ​ເຫັງ​ຂອງ​ມຽນມາ ​ໄດ້​ອະນຸຍາດ​ໃຫ້ລັດ ຖະບານ​ພົນລະ​ເຮືອນ​ແຕ່​ພຽງໃນ​ນາມຂຶ້ນ​ຄອງ​ອໍານາດ​ໃນ​ປີ​ແລ້ວນີ້ແລະ ​ນັບ​ແຕ່​ນັ້ນ​ມາ ຄະນະ​ລັດຖະບານ​ດັ່ງກ່າວກໍ​ໄດ້​ປ່ອຍ​ພວກ​ນັກໂທດ​ການ​ເມືອງ​ຈຳນວນ​ນຶ່ງ ຜ່ອນຄາຍ​ການ​ກວດກາ​ສື່​ມວນ​ຊົນ​ລົງແລະອະນຸຍາດ ​ໃຫ້​ທ່ານ​ນາງ​ອອງຊານ​ຊູ​ຈີ ຜູ້​ນໍາ​ປະຊາທິປະ​ໄຕ​ໃນ​ມຽນມາສະໝັກເຂົ້າ ແຂ່ງຂັນ​ໃນ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດຮອບ​ພິ​ເສດ​ໄດ້​ຢ່າງ​ສໍາເລັດ​ຜົນ​.

XS
SM
MD
LG