ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໑ ມີນາ ໒໐໒໓

ທູດພິເສດສະຫະປະຊາຊາດ ຢ້ຽມຢາມ ມຽນມາ


ທ່ານ Tomas Ojea Quintana, ທູດພິເສດ ຂອງສະຫະປະຊາຊາດ ກ່ຽວກັບເລື້ອງມຽນມາ.

ທ່ານ Tomas Ojea Quintana ທູດພິເສດດ້ານສິດທິມະນຸດຂອງສະຫະປະຊາຊາດ ໄດ້ເດີນທາງໄປເຖິງມຽນມາແລ້ວ ໃນວັນອາທິດມື້ນີ້ ໃນການຢ້ຽມຢາມເປັນເວລາຫ້າວັນ ເພື່ອສັ່ງຊາຕີລາຄາສະຖານະການດ້ານສິດທິມະນຸດຢູ່ໃນມຽນມາ.

ທ່ານ ຄິນຕານາ ມີກໍານົດຈະພົບປະກັບທ່ານນາງອອງຊານ ຊີຈີ ຜູ້ນໍາປະຊາທິປະໄຕ​ໃນ
ວັນພຸດອາທິດໜ້ານີ້. ການເດີນທາງມາຢ້ຽມຢາມມຽນມາຂອງທ່ານ ຄິນຕານາ ຄັ້ງລ່າສຸດ
ແມ່ນເມື່ອ 18 ເດືອນຜ່ານມາ ແຕ່ທ່ານ​ບໍ່​ໄດ້ຮັບອະນຸຍາດໃຫ້ພົບປະກັບທ່ານນາງອອງ
ຊານ ຊູຈີ ຜູ້​ທີ່ໄດ້ຮັບລາງວັນໂນເບລ ແລະຖືກກັບບໍລິເວນຢູ່ໃນເວລານັ້ນ. ການຮ້ອງຂໍ
ເຂົ້າໄປ ຢ້ຽມຢາມມຽນມາຫລາຍຄັ້ງ​ໃນ​ເວລາພາຍຫລັງຕໍ່ມາ ​ໄດ້ຖືກປະຕິເສດມາ ເທົ່າ
ເຖິງປັດຈຸບັນນີ້.

ນອກນີ້ແລ້ວ ທ່ານ ຄິນຕານາ ຊຶ່ງ​ເປັນທະນາຍຄວາມຊາວອາເຢັນຕິນານັ້ນ ຍັງຈະ​ໄດ້
ພົບປະກັບພວກເຈົ້າໜ້າທີ່ລັດຖະບານ ໃນເມືອງຫລວງເນປິດໍ ແລະຈະເຂົ້າຮ່ວມກອງ ປະຊຸມຂອງສະພາແຫ່ງຊາດຊຸດໃໝ່ ໃນວັນຈັນມື້ອື່ນນີ້.

ທ່ານ ຄິນຕານາ ຈະນໍາສະເໜີຜົນການສັງເກດການເບື້ອງຕົ້ນຂອງທ່ານ​ຕໍ່ພວກນັກຂ່າວ
ທີ່ນະຄອນຢ່າງກຸ້ງ ​ໃນວັນພະຫັດໜ້ານີ້. ສ່ວນລາຍງານສະບັບສົມບູນຂອງທ່ານ ກ່ຽວ
ກັບການຢ້ຽມຢາມຄັ້ງ​ນີ້ ​ແມ່ນຈະນໍາສະເໜີຕໍ່ກອງ​ປະຊຸມສະມັດຊາໃຫຍ່ສະຫະປະຊາ
ຊາດ ໃນທ້າຍປີ.

XS
SM
MD
LG