ກຸ່ມປົກປ້ອງສິດທິມະນຸດທີ່ມີຫ້ອງການຕັ້ງຢູ່ໃນສະຫະລັດ
ກ່າວວ່າ ຕົນມີເອກະສານຫລັກຖານກ່ຽວກັບການກໍ່ໂທດ
ກຳຢ່າງແຜ່ຫລາຍທີ່ພວກທະຫານຂອງມຽນມ້າໄດ້ກະທໍາ
ຕໍ່ຊົນເຜົ່າຈິນ ໃນມຽນມານັ້ນ.
ກຸ່ມນາຍແພດເພື່ອສິດທິມະນຸດຫລື The Physicians for
Human Rights ກ່າວຢູ່ໃນລາຍງານສະບັບນຶ່ງໃນວັນພຸດ
ມື້ນີ້ວ່າ ການລະເມີດສິດເຫລົ່ານີ້ມີຮວມທັງການຂົ່ມຂືນຊໍາ
ເລົາ ການລັກພາໂຕ ການທາລຸນນະກໍາ ແລະຄາດຕະກໍາ.
ກຸ່ມປົກປ້ອງສິດທິມະນຸດດັ່ງກ່າວເວົ້າຕື່ມວ່າ ອາຊະຍາກໍາ
ເຫລົ່ານີ້ແມ່ນຖືກພົບເຫັນໂດຍພວກອາສາສະໝັກທີ່ໄດ້
ທໍາການສໍາພາດກັບຊົນເຜົ່າຈິນ 621 ຄອບຄົວໃນທົ່ວ
ແຄວ້ນຈິນທີ່ສອກຫຼີກຫ່າງໄກທາງພາກຕາເວັນຕົກສຽງ
ເໜືອຂອງມຽນມາ ເປັນເວລາຫລາຍເດືອນ ໃນປີຜ່ານ
ມານີ້.
ຜົນຂອງການສໍາຫລວດນີ້ກ່າວວ່າ ພວກທີ່ຖືກສໍາພາດ ແຈ້ງໃຫ້ຊາບກ່ຽວກັບອາຊະຍາກໍາ
ຕ່າງໆ ທີ່ອໍານາດປົກຄອງທະຫານໄດ້ກະທຳໄປນັ້ນ.
ການສໍາຫລວດທີ່ມີຊື່ວ່າ “Life Under the junta” ຫລືຊີວິດພາຍໃຕ້ການປົກຄອງຂອງ
ພວກທະຫານນັ້ນ ກ່າວວ່າ ພວກທີ່ຖືກສໍາຫລວດໃນຈໍານວນຫລາຍກວ່າ 90 ສ່ວນຮ້ອຍ
ແຈ້ງໃຫ້ຊາບວ່າ ຢ່າງນ້ອຍມີຄົນນຶ່ງຢູ່ໃນແຕ່ລະຄອບຄົວໄດ້ຖືກບັງຄັບໃຫ້ເປັນແຮງງານຮັບ
ໃຊ້ທີ່ບໍ່ໄດ້ຮັບຄ່າຈ້າງ.
ກຸ່ມປົກປ້ອງສິດທິມະນຸດ Physicians for Human Rights ຊຶ່ງໄດ້ຮັບລາງວັນໂນແບລ
ຂະແໜງສັນຕິພາບປະຈໍາປີ 1997 ຮ່ວມກັບກຸ່ມອື່ນໆທີ່ເຮັດວຽກຕໍ່ຕ້ານລະເບີດຝັງດິນກໍາລັງ
ຮຽກຮ້ອງໃຫ້ສະຫະປະຊາຊາດຈັດຕັ້ງຄະນະກໍາມາທິການສືບສວນນຶ່ງຂຶ້ນເພື່ອສຳຫລວດເບິ່ງ
ລາຍງານຕ່າງໆກ່ຽວກັບອາຊະຍາກໍາຕ້ານມະນຸດຊາດໃນທົ່ວມຽນມາ.
ລາຍງານສະບັບນີ້ມີຂຶ້ນໃນເວລາພຽງບໍ່ເທົ່າໃດມື້ຫລັງຈາກພວກລັດຖະມຸນຕີການຕ່າງປະເທດ
ຂອງກຸ່ມອາຊຽນຮຽກຮ້ອງໃຫ້ພວກປະເທດຝ່າຍຕາເວັນຕົກພິຈາລະນາຄືນເບິ່ງການລົງໂທດ
ຂອງພວກຕົນຕໍ່ມຽນມາ.