ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ກຸ່ມສິ້ງຊອມສິດທິມະນຸດ ຮຽກຮ້ອງໃຫ້ອາຊຽນ ວາງເງື່ອນໄຂຕໍ່ມຽນມາ


ທ່ານ Wunna Maung Lwin ລັດຖະມົນຕີຕ່າງປະເທດມຽນມາ.
ທ່ານ Wunna Maung Lwin ລັດຖະມົນຕີຕ່າງປະເທດມຽນມາ.

ກຸ່ມ​ສິ້ງ​ຊອມ​ສິດທິ​ມະນຸດ Human Rights Watch ກ່າວ​ວ່າ ສະມາຄົມອາ​ຊ່ຽນ ແມ່ນ
ຈໍາ​ເປັນ​ຕ້ອງວາງມາດຕະຖານ​ທີ່​ແຈ່ມ​ແຈ້ງສໍາລັບ​ມຽນມາ​ກ່ອນ​ທີ່​ມຽນມາ​ຈະ​ເປັນ​ປະ
ທານ​ຂອງ​ກຸ່ມຈັດ​ຕັ້ງ 10 ປະ​ເທດ​ໃນ​ຂົງ​ເຂດດັ່ງກ່າວ ​ໃນ​ປີ 2014 ນັ້ນ.

ກຸ່ມ​ສິດທິ​ມະນຸດ​ Human Rights Watch ທີ່​ມີ​ຖານ​ຕັ້ງ​ຢູ່​ໃນ​ສະຫະລັດ​ກ່າວ​ວ່າ ພວກ
ມາດຕະຖານ​ເຫລົ່າ​ນັ້ນຄວນ​ຈະ​ລວມ​ເອົາ​ການ​ປ່ອຍ​ຕົວ​ພວກ​ນັກ​ໂທດ​ການ​ເມືອງ​ທັງ​ໝົດ
ໂດຍທັນທີ ຍົກ​ເລີກ​ກົດໝາຍ​ທີ່​ໃຊ້​ປາບ​ປາມ​ພວກ​ທີ່​ຄັດຄ້ານ​ລັດຖະບານ ​ແລະ​ຍຸຕິ​ການ
ກະທໍາ​ຮຸນ​ແຮງ​ຢູ່​ໃນ​ຂົງ​ເຂດ​ຊົນ​ເຜົ່າ​ທີ່​ເປັນ​ຂໍ້​ຂັດ​ແຍ້​ງກັນ​ ແລະນໍາ​ເອົາ​ພວກກໍ່​ອາດຊະຍາ​
ກໍາ​ສົງຄາມມາ​ດໍາ​ເນີນ​ຄະດີ.

ຄະນະ​ລັດຖມົນຕີ​ຕ່າງປະ​ເທດ​ຂອງ​ສະມາຄົມ​ອາ​ຊ່ຽນ ​ໄດ້​ປະກາດ​ເມື່ອວັນ​ອາທິດນີ້ ວ່າ
ພວກ​ເຂົາ​ເຈົ້າຈະ​ຮັບຮອງ​ຕໍ່ຜູ້​ນໍາ​ຂອງ​ພວກ​ເຂົາ​ເຈົ້າ​ອະນຸຍາດ​ໃຫ້​ມຽນມາ​ເປັນ​ປະທານ​
ປ່ຽນ​ກັນ ຫລັງ​ຈາກ​ໄດ້​ທໍາ​ການ​ປະຕິ​ຮູບປະຊາທິປະ​ໄຕ ​ແລະ​ສັງຄົມ​ຫລາຍ​ປະການ​ພາຍ
ໃຕ້​ລັດຖະບານ​ທີ່​ເປັນ​ພຽງໃນ​ນາມ​ພົນລະ​ເຮືອນ​ຂອງ​ມຽນມາ​ນັ້ນ.

XS
SM
MD
LG