ກຸ່ມປົກປ້ອງສິດທິມະນຸດລະດັບນໍາໜ້າກຸ່ມນຶ່ງກ່າວວ່າ ກົດໝາຍສະບັບໃໝ່ຂອງມຽນມາ
ວ່າດ້ວຍການໂຮມຊຸມນຸມກັນຢ່າງສັນຕິນັ້ນ ແມ່ນຍັງໄກຈາກມາດຕະຖານສາກົນຫລາຍ.
ກຸ່ມປົກປ້ອງສິດທິມະນຸດ Human Rights Watch ທີ່ມີສໍານັກງານໃຫຍ່ຢູ່ນະຄອນນີວ
ຢ໊ອກເວົ້າວ່າ ເງຶ່ອນໄຂຕ່າງໆ ພາຍໃຕ້ສະພາບການທີ່ພວກເຈົ້າໜ້າທີ່ສາມາດຫ້າມການ
ເດີນຂະບວນປະທ້ວງໄດ້ນັ້ນ ຄວນຈະແຄບລົງແລະວ່າໄລຍະການຖືກຈໍາຄຸກ ສໍາລັບການ
ລະເມີດຕ່າງໆດ້ານກົດໝາຍນັ້ນຄວນຈະຖືກຍົກເລີກ. ຖະແຫຼງການສະບັບນຶ່ງ ຂອງກຸ່ມ
ປົກປ້ອງສິດທິມະ ນຸດດັ່ງກ່າວຍັງໄດ້ຮຽກຮ້ອງໃຫ້ລັດຖະບານຈົ່ງປຶກສາຫາລືກັບພວກອົງ
ການຈັດຕັ້ງລະຫວ່າງຊາດໃນຂະນະທີ່ຕົນຮ່າງກົດເກນຕ່າງໆເພື່ອບັງຄັບໃຊ້ເປັນກົດ
ໝາຍນັ້ນ.
ສະພາແຫ່ງຊາດມຽນມາໄດ້ໃຫ້ການອະນຸມັດຕໍ່ກົດໝາຍດັ່ງກ່າວເມື່ອທ້າຍປີຜ່ານມາ ທີ່
ຍຸຕິກົດການສັ່ງຫ້າມໂດຍສິ້ນເຊີງກ່ຽວກັບການເດີນຂະບວນປະທ້ວງອັນເປັນພາກສ່ວນ
ໃນການປະຕິຮູບຕ່າງໆທີ່ທາງນານາຊາດເຫັນພ້ອມນໍາຢ່າງກວ້າງຂວາງນັ້ນ. ແຕ່ກຸ່ມປົກ
ປ້ອງສິດທິມະນຸດ Human Rights Watch ກ່າວວ່າ ມຽນມາຄວນບໍ່ຈະໄດ້ຮັບຄໍາຍ້ອງ
ຍໍເທື່ອສໍາລັບການອະນຸຍາດໃຫ້ມີເສລີພາບບາງຢ່າງຍ້ອນວ່າເສລີພາບເຫຼົ່ານັ້ນບໍ່ເຄີຍມີ
ມາກ່ອນ.
ກົດໝາຍສະບັບໃໝ່ແມ່ນບັງຄັບໃຫ້ບຸກຄົນໃດກໍຕາມ ທີ່ວາງແຜນເດີນຂະບວນປະທ້ວງ
ນັ້ນ ຈະຕ້ອງຂໍໜັງສືອະນຸຍາດຈາກຫົວໜ້າຕໍາຫລວດທ້ອງ ຖິ່ນຫ້າມື້ລ່ວງໜ້າ. ຝ່າຍຕໍາ
ຫລວດຈະຕ້ອງໃຫ້ຄຳຕອບຕອບຢ່າງໜ້ອຍ 48 ຊົ່ວໂມງ ກ່ອນການປະທ້ວງທີ່ໄດ້ວາງ
ແຜນໄວ້ແລ້ວນັ້ນຈະມີຂຶ້ນແລະຕ້ອງແຈ້ງເຫດຜົນໃຫ້ຊາບ ຖ້າຫາກວ່າຄໍາຮ້ອງຂໍອະນຸ
ຍາດຫາກຖືກປະຕິເສດ.