ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍພົນອະວຸໂສມຽນມາ ລາອອກຈາກສະພາແຫ່ງຊາດ


ອະດີດນາຍພົນ Tin Aye ທີ່ລາອອກຈາກການເປັນສະມາາຊິກ ສະພາແຫ່ງຊາດຂອງມຽນມາ (17 ກຸມພາ 2011)
ອະດີດນາຍພົນ Tin Aye ທີ່ລາອອກຈາກການເປັນສະມາາຊິກ ສະພາແຫ່ງຊາດຂອງມຽນມາ (17 ກຸມພາ 2011)

ລາຍງານຂ່າວຂອງມຽນມາແຈ້ງວ່າ ອະດີດສະມາຊິກຂັ້ນ​ສູງຄົນນຶ່ງຂອງລັດຖະບານທະ
ຫານມຽນມາໄດ້ລາອອກຈາກການເປັນສະມາຊິກສະພາແຫ່ງຊາດໃນການເຄື່ອນໄຫວ
ທີ່ສ້າງຄວາມປະຫຼາດໃຈ ບໍ່ຮອດ 3 ອາທິດລຸນຫຼັງທີ່ທ່ານໄດ້ສາບານໂຕເຂົ້າຮັບໜ້າທີ່.

ລາຍງານຂ່າວເວົ້າວ່າ ໄດ້ມີການອ່ານຈົດໝາຍລາອອກ ຂອງອະດີດພົນໂທ Tin Aye
ແບບດັງໆໃນວັນພຸດວານນີ້ໂດຍປະທານສະພາແຫ່ງຊາດທີ່ຄອບງຳໂດຍພວກທະຫານ
ຂອງມຽນມາ. ບໍ່ໄດ້ມີຄໍາອະທິບາຍໃດໆ ກ່ຽວກັບການລາອອກຂອງທ່ານ Tin Aye
ຊຶ່ງ​ໄດ້​ມີ​ຂຶ້ນໃນມື້ວັນພຸດວານນີ້ ແລະ​ຕິດຕາມ​ມາລຸນຫຼັງທີ່ມີລາຍງານຂ່າວໃນສັບປະດາ
ແລ້ວກ່ຽວກັບການຈັບກຸມແລະການໄລ່ອອກຈາກການເປັນສະມາຊິກສະພາແຫ່ງຊາດ
ຂອງນາຍພົນອີກຄົນນຶ່ງຄືທ່ານ Myint Aung ທີ່​ໄດ້​ມີ​ການຄາດກັນວ່າຢູ່ໃນເສັ້ນທາງ
ທີ່ຈະ​ໄດ້​ຂຶ້ນເປັນ ຜູ້ບັນຊາການທະຫານສູງສຸດຂອງມຽນມານັ້ນ.

ວາຣະສານຂ່າວອີຣະວະດີ ຂອງມຽນມາລາຍງານວ່າ ນາຍພົນ Myint Aung ໄດ້ຖືກ
ກັກບໍລິເວນ ຫຼັງຈາກທ່ານໄດ້ປະຕິເສດ ບໍ່ຍອມຮັບເອົາການແຕ່ງຕັ້ງ ເປັນລັດຖະມົນຕີ
ປ້ອງກັນປະເທດ. ນອກນັ້ນລາຍງານຍັງແຈ້ງໃຫ້ຊາບຕື່ມວ່າ ຊັບສິນຫຼາຍໆຢ່າງພ້ອມ
ທັງລົດທີ່ລັດຖະບານ​ໄດ້ມອບໃຫ້ ນາຍພົນ Myint Aung ນັ້ນ ໄດ້ຖືກທາງການມຽນ
ມາຢຶດເອົາ.

XS
SM
MD
LG