ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມຽນມາ ຕັດສິນເພີ່ມໂທດ ນັກຂ່າວຊ່າງພາບ


ແຜນທີ່ມຽນມາ
ແຜນທີ່ມຽນມາ

ສານແຫ່ງນຶ່ງຂອງມຽນມາໄດ້ເພີ່ມໂທດຈຳຄຸກອີກ 10 ປີຕໍ່ນັກຂ່າວຊ່າງພາບໜຸ່ມນ້ອຍ
ຄົນນຶ່ງທີ່ໄດ້ຖືກຈັບ ຫຼັງຈາກໄດ້ຖ່າຍຮູບເອົາບ່ອນທີ່ໄດ້ມີການໂຈມຕີດ້ວຍລະເບີດໃນປີ
ກາຍນີ້.

ສານໄດ້ຕັດສິນໂທດທ້າວ Sithu Zeya ອາຍຸ 21 ປີໃນວັນພຸດວານນີ້ພາຍໃຕ້ກົດໝາຍ
ວ່າດ້ວຍອີເລັກໂທຣນິກທີ່ເຄັ່ງຄັດຂອງມຽນມາ ໂດຍເວົ້າວ່າລາວໄດ້ນຳເຜີຍແຜ່ວັດຖຸທີ່ອາດ
ສາມາດສ້າງຄວາມເສຍຫາຍໃຫ້ແກ່ຄວາມສະຫງົບແລະຄວາມສາມັກຄີຢູ່ໃນລັດຖະບານ.

ທ້າວ Sithu Zeya ພວມຮັບໃຊ້ໂທດຈຳຄຸກເປັນເວລາ 8 ປີ ໃນຂໍ້ຫາກ່ຽວກັບການເຂົ້າ
ເມືອງ ແລະຄົບຄ້າສະມາຄົມແບບຜິດກົດໝາຍ. ຄະນະໄອຍະການກ່າວວ່າລາວໄດ້ຍອມ
ຮັບວ່າ ໄດ້ຄົບຄ້າສະມາຄົມກັບກຸ່ມສື່ມວນຊົນທີ່ລີ້ໄພຢູ່ຕ່າງປະເທດຈຸນຶ່ງ ຄືກຸ່ມສຽງປະຊາ
ທິປະໄຕມຽນມາແລະໄດ້ຮັບການຝຶກອົບຮົມດ້ານສື່ມວນຊົນທີ່ປະເທດໄທ.

XS
SM
MD
LG