ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ມຽນມາ ຫ້າມຈໍາໜ່າຍ ວາລະສານ ທີ່ຕິຕຽນ ຄູບາອົງນຶ່ງ


ຊາວພຸດຜູ້ນຶ່ງກັ້ງຄັນຮົ່ມໃຫ້ແກ່ ພະອາຈານ Wirathu (ຊ້າຍ) ທີ່ຖືກກ່າວຫາວ່າເປັນຜູ້ຍຸຍົງ ໃຫ້ມີການແບ່ງແຍກກັນ ລະຫວ່າງຊາວພຸດ ແລະຊາວມຸສລິມ ໂດຍຜ່ານການເທດສະໜາ ຂອງເພິ່ນ ລຸນຫລັງທີ່ມີການປະຊຸມກັນຂອງນັກບວດສາສະໜາພຸດ ທີ່ມີອໍານາດ ຢູ່ໃກ້ນະຄອນຢ້າງກຸ້ງ ໃນວັນທີ 14 ມິຖຸນາ 2013.
ຊາວພຸດຜູ້ນຶ່ງກັ້ງຄັນຮົ່ມໃຫ້ແກ່ ພະອາຈານ Wirathu (ຊ້າຍ) ທີ່ຖືກກ່າວຫາວ່າເປັນຜູ້ຍຸຍົງ ໃຫ້ມີການແບ່ງແຍກກັນ ລະຫວ່າງຊາວພຸດ ແລະຊາວມຸສລິມ ໂດຍຜ່ານການເທດສະໜາ ຂອງເພິ່ນ ລຸນຫລັງທີ່ມີການປະຊຸມກັນຂອງນັກບວດສາສະໜາພຸດ ທີ່ມີອໍານາດ ຢູ່ໃກ້ນະຄອນຢ້າງກຸ້ງ ໃນວັນທີ 14 ມິຖຸນາ 2013.
ມຽນມາໄດ້ເກືອດຫ້າມການຈໍາໜ່າຍວາລະສານ Time ຊຶ່ງໄດ້
ລົງ​ຂ່າວ​ໜ້າ​ປົກ ທີ່ວາດພາບ​ໃຫ້​ເຫັນວ່າ ຄູບາຫົວຮຸນແຮງຊາວ
ມຽນມາອົງນຶ່ງເປັນຜູ້​ຍຸຍົງ ໃຫ້ ມີການກໍ່ການຮ້າຍຕໍ່ຕ້ານຊາວ
ມຸສລິມ.

ໃນຖະແຫລງການ​ສະບັບ​ນຶ່ງທີ່ນຳອອກ​ເຜີຍ​ແຜ່ໃນຕອນ​ແລງ
ວັນອັງຄານວານນີ້ ລັດຖະບານມຽນມາເວົ້າວ່າການເກືອດ
ຫ້າມດັ່ງກ່າວແມ່ນແນໃສ່​ເພື່ອປ້ອງ​ກັນ​ບໍ່​ໃຫ້ຄວາມຮຸນແຮງ
ເກີດຂຶ້ນມາອີກ ລະຫວ່າງຊາວພຸດ ທີ່ເປັນຊຸມຊົນກຸ່ມໃຫຍ່
ແລະຊາວມຸສລິມ ທີ່ເປັນຊຸມຊົນກຸ່ມນ້ອຍ.

ໜ້າ​ປົກ​ຂອງວາລະສານດັ່ງກ່າວ ​ເປັນຮູບຂອງຄູບາຫົວຮຸນແຮງອົງນຶ່ງ ທີ່ຊື່ວ່າ ພະອາຈານ
Wirathu ພ້ອມ​ກັບຂຽນຄໍາເວົ້າໃສ່ໃນນັ້ນວ່າ “ໃບໜ້າການກໍ່ການ ຮ້າຍຂອງຊາວພຸດ.”

ພວກເຈົ້າໜ້າທີ່ເວົ້າວ່າ ຄະນະກໍາມະການ ທີ່ສອບສວນການກໍ່ຄວາມຮຸນແຮງລະຫວ່າງ
ຊາວພຸດ ແລະຊາວມຸສລິມ ທີ່ເກີດຂຶ້ນເມື່ອມໍ່ໆມານີ້ ໄດ້ຕັດສິນໃຈທີ່ຈະກີດກັ້ນຕໍ່ການລົງ
ຮູບ​ໜ້າ​ປົກ​ແລະອອກຂ່າວກ່ຽວ​ກັບ​ເລື່ອງ​ດັ່ງກ່າວຢູ່​ໃນວາ ລະສານນີ້. ຍັງບໍ່ເປັນທີ່ຈະແຈ້ງ
ເທື່ອວ່າ ສະບັບຫລ້າສຸດທີ່ຍັງບໍ່ທັນໄດ້ນໍາອອກ ເຜີຍແຜ່ຂອງວາລະສານດັ່ງກ່າວຈະນໍາ
ອອກຈໍາໜ່າຍຢູ່ໃນມຽນມາ ໄດ້ຫລືບໍ່.

ຄູບາທີ່ມີຫົວແຮງຈັດເຊັ່ນພະອາຈານ Wirathu ນັ້ນ ໄດ້ຮຽກຮ້ອງຊາວມຽນມາ ທີ່ຖືສາສະ
ໜາພຸດ ໃຫ້ຂວໍ້າບາດຕໍ່ທຸລະກິດຂອງຊາວມຸສລິມ ແລະໃຫ້ຫລີກລ່ຽງ ການແຕ່ງງານກັບ
ຊາວມຸສລິມ. ພວກຕິຕຽນທ່ານເວົ້າວ່າ ການຮຽກຮ້ອງໃຫ້ມີການຂວໍ້າບາດດັ່ງກ່າວ ໄດ້ຊຸກ
ຍູ້ໃຫ້ຊາວພຸດທີ່ມີຫົວຮຸນແຮງຈັດ ກໍ່ຄວາມຮຸນແຮງຕໍ່ຊາວມຸສລິມ.

ສ່ວນພະອາຈານ Wirathu ນັ້ນ ຜັດຢືນຢັດວ່າ ຕົນເອງເປັນຄົນຮັກຫອມສັນຕິພາບ. ຊາວ
ພຸດຫລາຍຄົນ ໄດ້ຄັດຄ້ານຕໍ່ເລື້ອງທີ່ຂຽນໃນວາລະສານ Time ໂດຍໃຫ້ເຫດຜົນວ່າ ມັນ
ບິດເບືອນລັກສະນະສັນຕິຂອງສາສະໜາທີ່ພວກເຂົາ ເຈົ້າເຊື່ອຖືຢູ່ນັ້ນ.
XS
SM
MD
LG