ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ມຽນມາປ່ອຍ ນັກໂທດການເມືອງ ຕື່ມອີກ ຈຳນວນນຶ່ງ (ສະໄລດ໌/ວີດີໂອ)


ນັກໂທດການເມືອງ ທ່ານ Win Shwe (ກາງ) ໄດ້ຖືກຕ້ອນຮັບ ຈາກບັນດາສະມາຊິກຄອບຄົວ
ນັກໂທດການເມືອງ ທ່ານ Win Shwe (ກາງ) ໄດ້ຖືກຕ້ອນຮັບ ຈາກບັນດາສະມາຊິກຄອບຄົວ
ບັນດາ​ພວກ​ຄັດຄ້ານລັດຖະບານ ທີ່​ຖືກ​ປ່ອຍ ເລີ້​ມອອກ​ຈາກ​ຄຸກ
ມຽນມາ ​ໃນ​ວັນ​ອັງຄານ​ມື້​ນີ້ ຊຶ່​ງ​ເປັນ​ມື້​ສຸດ​ທ້າຍ ທີ່ລັດຖະບານ ​
ຕ້ອງໄ​ດ້ປະຕິບັດ​ຕາມ ​ຄໍາ​ໝັ້ນ​ສັນຍາ​ ທີ່​ຈະ​ປ່ອ​ຍບັນດາ​ນັກ​ໂທດ
​ການ​ເມືອງ​ທັງ​ໝົດ ​ພາຍໃນ​ທ້າຍ​ປີ.

ຢ່າງ​ໜ້ອຍ ມີນັກ​ໂທດ​ການເມຶ​ອງຫ້າ​ຄົນ ​ໄດ້​ຖືກ​ປ່ອຍ​ໂຕອອກ​ມາ.
ອີກ​ຫລາຍ​ຄົນ ກໍ​ຄາດ​ວ່າ​ ຈະ​ຖືກ​ປ່ອຍ​ໃຫ້​ເປັນ​ອິດ​ສະລະ​ໃນ​ບໍ່​ເທົ່າ​ໄດ​ມື້​ຂ້າງ​ໜ້າ​ນີ້ ອັນ​ເປັນ​ພາກ​ສ່ວນນຶ່ງ ​ໃນ​ອັນ​ເຈົ້າ​ໜ້າ​ທີ່​ຮ້ອງ​ວ່າການ​ໃຫ້​ອະ​ໄພ​ໂທດ​ ໃນ​ຂອບ​ເຂດ​ທີ່​ກວ້າງ ຂວາງນັ້ນ.

ສະມາຄົມ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ແກ່ບັນດານັກ​ໂທດ​ການ​ເມຶອງ ກ່າວ​ວ່າ ໃນບັນດາ​ພວກ​ທີ່​ຖືກ​ປ່ອຍ​ໂຕ​ອອກ​ມາ​ນັ້ນ ກໍ​ມີທ້າວ Aung Min Naing ​ແລະ Yang Naing Tun ພວກ​ນັກ​ເຄຶ່ອນ​ໄຫວທີ່​ຖືກ​ຄຸມ​ຂັງ ຍ້ອນນໍາພາ​ການ​ປະ​ທ້ວງ ທີ່​ບໍ່​ໄດ້​ຮັບ​ອະນຸຍາດ.

ທ້າວ Yan Naing Tun ກ່າວ​ວ່າ :

“​ເຖິງ​ແມ່ນ​ ​ເຂົາ​ເຈົ້າ​ເວົ້າ​ວ່າ ​ນີ້​ເປັນ​ການ​ໃຫ້ອະ​ໄພ​ໂທດກໍ​ຕາມ ​ແຕ່​ນີ້​ບໍ່​ແມ່ນການ
​ໃຫ້ອະ​ໄພໂທ​ດ​ສຳລັບ​ພວກ​ເຮົາ. ​ເຂົາ​ເຈົ້າ​ພາກັນປົກ​ປິດຄວາມ​ອ່ອນ​ແອ ກ່ຽວ​ກັບ
ຮ່າງ​ກົດ​ໝາຍ ​ໂດຍ​ການ​ປະຕິບັດດັ່ງກ່າວ. ​ແຕ່​ຂ້າພະ​ເຈົ້າເຄົາລົບປະທານາທິບໍ
ດີ ທີ່​ທ່ານ​ໄດ້​ຮັກສາຄໍາ​ໝັ້ນ​ສັນຍາ​ນັ້ນ​ໄວ້ ​ເພາະວ່າ ທ່ານບໍ່​ເຄີຍ​ ຮັກສາ​ຄໍາ​ໝັ້ນ​
ສັນຍາ​ມາ​ກ່ອນ​ເລີຍ.”




ທ່ານ Bo Kyi ຈາກ​ສະມາຄົມ​ໃຫ້​ຄວາມ​ຊ່ວຍ​ເຫຼືອ​ແກ່​ພວກ​ນັກ​ໂທດ​ການ​ເມືອງ ທີ່​ຮັບ​ໃຊ້
​ໃນ​ຄະນະ​ກໍາມະການ​ນັກ​ໂທ​ດການ​ເມືອງຂອງ​ລັດຖະບານ ​ກ່າວ​ຕໍ່ວີ​ໂອ​ເອວ່າ ທ່ານ​ຄາດ​
ວ່າບັນດາ​ນັກ​ໂທດ​ທີ່​ຍັງ​ເຫລືອ​ຢູ່​ນັ້ນ ຈະ​ຖືກ​ປ່ອຍ​ໃນລະຫວ່າງ ​ອາທິດທໍາ​ອິດ​ ຂອງ​ເດືອນ
​ມັງກອນ.

ນີ້​ແມ່ນ​ຮວມ​ທັງພວກ​ຄັດຄ້ານ​ລັດຖະບານ ປະມານ 40 ຄົນ​ ທີ່ຍັງຕິ​ດຄຸກ​ຢູ່​ນັ້ນ. ມັນ​ຍັງ
ຈະໝາຍ​ຄວາມວ່າ ການ​ກ່າວ​ຫາຈະ​ຖືກ​ຍົກ​ເລີກ​ຕໍ່​ອີກປະມານ 200 ຄົນ​ ທີ່​ປະ​ເຊີນ​ໜ້າ​
ກັບ​ການ​ດໍາ​ເນີນຄະດີ ດ້ວຍ​ເຫດຜົນ​ທາງດ້ານການ​ເມືອງ ​ໃນມຽນ ມາ ຊຶ່ງ​ເປັນ​ທີ່​ຮູ້​ກັນ
​ໃນ​ອີກ​ຊື່​ນຶ່ງ​ວ່າ ພະ​ມ້າ​ນັ້ນ.

ປະທານາທິບໍດີ Thein Sein ​ໄດ້​ປະກາດ​ ໃຫ້ອະ​ໄພ​ໂທດ ​ໃນ​ວັນ​ຈັນ​ວານ​ນີ້.

ປະທານາທິບໍດີຫົວ​ປະຕິ​ຮູບທ່ານ​ນີ້ ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາ ​ໃນ​ຂະນະ​ທີ່​ທ່ານ​ຢ້ຽມ ຢາມ
ກຸງ​ລອນ​ດອນ ເມື່ອ​ເດືອນ​ກໍລະກົດທີ່​ຜ່ານ​ມາວ່າ ທີ່​ຈະ​ປ່ອຍພວກ​ນັກ​ໂທດ​ການ​ເມືອງ​
ທັງ​ໝົດ​ ພາຍໃນ​ທ້າຍປີ.

ລັດຖະບານ ​ໄດ້ປ່ອຍ​ນັກ​ພວກໂທດ​ການ​ເມືອງ​ຫລາຍ​ກວ່າ 1,300 ຄົນ ນັບ​ຕັ້ງ​ແຕ່​ໄດ້​
ເລີ້ມທໍາ​ການ​ປະຕິ​ຮູບມາ​.

Burma Prisoner Release
please wait

No media source currently available

0:00 0:01:24 0:00
XS
SM
MD
LG