ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ກອງທັບພະມ້າ ປົດທະຫານເດັກນ້ອຍ ອອກຈາກໜ້າທີ່


ກອງທັບມຽນມາ ໄດ້ປົດພວກທະຫານເດັກນ້ອຍ 42 ຄົນ ອອກຈາກປະຈຳການ
ກອງທັບມຽນມາ ໄດ້ປົດພວກທະຫານເດັກນ້ອຍ 42 ຄົນ ອອກຈາກປະຈຳການ
ກອງ​ທັບມຽນມາ​ໄດ້​ປົດ​ພວກ​ທະຫານ​ເດັກນ້ອຍ 42ຄົນ
ອອກ​ຈາກປະຈຳການ​ຊຶ່ງ​ເປັນສ່ວນ​ນຶ່ງ​ຂອງ​ຄວາມ​
ພະຍາຍາມ​ທີ່​ຈະ​ຍຸດຕິ​ການເກນເດັກນ້ອຍ​ເຂົ້າ​ເປັນ​
ທະຫານ​ຢູ່ໃນ​ປະ​ເທດມຽນມາ ຊຶ່ງ​ຕັ້ງຢູ່​ໃນ​ເຂດເອ​ເຊຍ​
ອາຄະ​ເນ​ນັ້ນ.

ໜັງ​ສື​ພິມ​ຂອງ​ທາງ​ການ “New Light of Myanmar” ລາຍ​ງານວ່າເຈົ້າໜ້າ​ທີ່​ໄດ້​ມອບພວກ​ທະຫານ​ເດັກນ້ອຍ​ເຫຼົ່າ​ນີ້​ຄືນ​ໃຫ້​ພໍ່​ແມ່ແລະ​ຜູ້​ປົກຄອງຂອງ​ພວກ​ເຂົາ​ເຈົ້າ​ແລ້ວ
​ໃນ​ພິທີ​ທີ່​ຈັດ​ຂຶ້ນຢູ່ນະຄອນຢາງ​ກຸ້ງ ​ໃນ​ວັນ​ຈັນ​ວານ​ນີ້.

ໜັງ​ສື​ພິມຍັງ​ກ່າວ​ອີກ​ວ່າ ທາງ​ການ​ຂອງ​ມຽນມາ​ຍັງ​ປະຕິຍານທີ່​ຈະປົດ​ພວກເດັກນ້ອຍ ​ທັງ​ໝົດອອກ​ຈາກ​ກອງທັບ ພາຍ​ໃນ 18 ​ເດືອນ ​ເພື່ອ​ໃຫ້​ສອດ​ຄ່ອງ​ກັບ​ຂໍ້​ຕົກລົງທີ່​ໄດ້​ ເຊັນ​ກັບ​ທາງ​ສະຫະ​ປະຊາ​ຊາດໃນ​ເດືອນມິຖຸນາ​ແລ້ວ​ນີ້.

ສະຫະ​ປະຊາ​ຊາດກ່າວ​ວ່າ ນອກຈາກ​ລັດຖະບານ​ມຽນມາ​ແລ້ວ ຍັງມີ​ກອງກຳລັງ​ປະ ກອບ​ອາວຸດຢ່າງ​ນ້ອຍອີກ 8 ກຸ່ມ ໃຊ້​ພວກ​ທະຫານ​ເດັກນ້ອຍ ຮວມທັງ ​ພວກ​ກຸ່ມ​ກະບົດ​ແລະກຸ່ມແບ່ງ​ແຍກ​ດິນ​ແດນ​ຕ່າງໆ​ນຳ​ດ້ວຍ.

ກ່ຽວຂ້ອງກັນ

XS
SM
MD
LG