ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ມຽນມາ ປະຕິເສດ ຕໍ່ມະຕິ ສປຊ ທີ່ຢາກໃຫ້ ຊາວໂຣຮິງຢາ ເປັນສັນຊາດ


ແຜນທີ່ມຽນມາ
ແຜນທີ່ມຽນມາ
ມຽນມາ​ໄດ້​ປະຕິ​ເສ​ດຕໍ່​ມະຕິ​ຂອງອົງການສະຫະ​ປະຊາ​ຊາດ ທີ່​
ຮຽກຮ້ອງ​ໃຫ້ມຽນ ມາ​ ​ໃຫ້ສັນຊາດ​ແກ່​ຊາວ​ມຸສລິ​ມໂຣຣິງຢາ ຊຶ່ງ
​ເປັນ​ຊົນກຸ່ມ​ນ້ອຍທີ່ບໍ່​ມີ​ປະ​ເທດ.

​ໃນ​ຂ່າວ ທີ່​ພິມ​ເຜີຍ​ແຜ່​ທາງ​ Facebook ​ໃນ​ວັນ​ພະຫັດ​ວານ​ນີ້
​ໂຄສົກ​ຂອງປະ ທານາທິບໍດີມຽນມາ ທ່ານ Ye Htut ກ່າວ​ວ່າ
ມຽນມາຈະ​ບໍ່ຖືກກົດ​ດັນໃຫ້ມອບ ສິດທິ​ໃນ​ການ​ຖື​ສັນຊາດ ໃຫ້
ແກ່​ພວກ​ທີ່ບໍ່​ສົມຄວນຈະໄດ້​ຮັບ ພາຍ​ໃຕ້​ກົດໝາຍ.

ພາຍ​ໃຕ້​ກົດ​ໝາຍ​ສັນຊາດ ສະບັບ​ປີ 1982 ມຽນມາ​ຊຶ່ງ​ປະຊາ
ຊົນ​ສ່ວນໃຫຍ່ເປັນ​ຊາວ​ພຸດນັ້ນ ​ໄດ້​ຮັບ​ຮູ້ຊົນ​ຊາດ​ຊົນ​ເຜົ່າ​ຕ່າງໆ​
ປະມານ 130 ກຸ່ມ. ​ແຕ່​ບັນຊີ​ລາຍ​ຊື່​ບໍ່ໄດ້​ຮວມ​ເອົາຊາວ​ໂຣຮິງ​
ຢາທີ່​ລັດຖະບານ​ມຽນມາ​ເອີ້ນວ່າ “ຊາວເບັງ​ກາລີ” ຫຼື ຄົນ​ຕ່າງ
​ດ້າວ ທີ່​ມາ​ຈາກບັງ​ກລາ​ແດັສ.

ຄະນະ​ກຳມະການສິດທິ​ມະນຸດ ຂອງສະມັດຊາໃຫຍ່ ສະຫະປະ
ຊາຊາດ ​ໄດ້​ຮັບ ຜ່ານມະຕິ​ສະບັບ​ນຶ່ງ ກ່ຽວ​ກັບສະຖານະ​ການ
ຂອງຊາວໂຣຮິງ​ຢາ ​ໃນ​ວັນ​ອັງຄານ​ທີ່​ຜ່ານ​ມາ.

ມະຕິ​ສະບັບ​ນີ້​ຍັງ​ໄດ້​ຮຽກຮ້​ອງ​ໃຫ້ມຽນມາ ຍຸຕິ​ການ​ໂຈມ​ຕີກໍ່ຄວາມ​ຮຸນ ​ແຮງ​ຕໍ່ພວກ​ຊົນ​ກຸ່ມ​ນ້ອຍຊາວມຸສລິ​ມ ​ໂດຍ​ພວກ​ຫົວ​ຮຸນ​ແຮງ​ຊາວ​ພຸດ.

ຄວາມ​ຮຸນ​ແຮງ ລະຫວ່າງຊາວ​ພຸດ​ແລະມຸສລິ​ມ ​ໄດ້​ເກີດ​ຂື້ນ ​ໃນລັດ Rakhine ທາງ​ພາກ​ຕາ​ເວັນ​ຕົກ​ຂອງມຽນມາ ໃນປີ​ກາຍ​ນີ້ ແລະ​ນັບ​ແຕ່​ນັ້ນ​ມາ ໄດ້​ແຜ່​ຂະ ຫຍາ​ຍອອກ​ໄປ​ສູ່​ພາກ​ອື່ນໆ​ຂອງ​ປະ​ເທດ. ຄວາມ​ວຸ້ນວາຍ​ທາງ​ດ້ານ​ສາສະໜາ ​ໄດ້​ເຮັດ​ໃຫ້​ຢ່າງ​ໜ້ອຍ 240 ຄົນ​ເສ​ຍຊີວິດ ​ແລະ​ 140,000 ຕ້ອງ​ໄດ້​ອົບ​ພະຍົບ ຫລົບໜີ ​ໂດ​ຍສະ​ເພາະ​ແລ້ວ ແມ່ນຊາວ​ໂຣຮິງ​ຢາ.
XS
SM
MD
LG