ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຊາວມຽນມາຫຼົບໜີ ອອກຈາກ ປະເທດ ເພີ້ມຂຶ້ນ


ພວກອົບພະຍົບມຽນມາ ໃນປະເທດຈີນ
ພວກອົບພະຍົບມຽນມາ ໃນປະເທດຈີນ

ບັນດາກຸ່ມ ປົກປ້ອງສິດທິມະນຸດ ກ່າວວ່າ ການຂົ່ມຂູ່ ຕໍ່ພວກຊົນກຸ່ມນ້ອຍ ໂດຍລັດຖະບານ ທະຫານມຽນມາ ກ່ອນການເລືອກຕັ້ງ ​ໄດ້ເຮັດໃຫ້ ພວກຊົນກຸ່ມນ້ອຍ ຫຼາຍພັນຄົນ ຕ້ອງພາກັນຫຼົບໜີ ອອກຈາກປະເທດ.

ພວກອົບພະຍົບມຽນມາ ເຫຼົ່ານີ້ ເຮັດໃຫ້ສູນກັງຂັງ ຄົນ ເຂົ້າເມືອງ ທີ່ແອັອັດຢູ່ແລ້ວ ໃນຂົງເຂດ ຕ້ອງໄດ້ ແບກຫາບ ພາລະເພີ້ມຕື່ມ ນັ້ນແມ່ນຮວມທັງ ສູນກັກຂັງ ຂອງອອສເຕຣເລຍ ທີ່ເກາະ CHRISTMAS ບ່ອນທີ່ ພວກອົບພະຍົບມຽນມາ ມີຈຳນວນຫຼາຍ ເປັນອັນດັບ 3 ຮອງຈາກ ຊາວອັຟການິສຖານ ແລະ ສຣີລັງກາ.

ຊາວມຸສລິມ ແມ່ນເປັນ ກຸ່ມໃຫຍ່ທີ່ສຸດ ທີ່ໄດ້ພາກັນ ຫຼົບໜີ ອອກຈາກມຽນມາ. ແຕ່ແນວ ໃດກໍຕາມ ນາງ TEMME LEE ຜູ້ປະສານງານ ດ້ານອົບພະຍົບ ຂອງອົງການ ສິດທິມະນຸດ SUARAM ຂອງມາເລເຊຍ ກ່າວວ່າ ພວກຊົນເຜົ່າກະຊິ່ນ ກະຫຼ່ຽງ ແລະຈິນ ກໍໄດ້ພາກັນຫຼົບໜີ ອອກຈາກມຽນມາ ຄືກັນ.

ນາງເວົ້າວ່າ ລັດຖະບານ ທະຫານມຽນມາ ໄດ້ກົດດັນ ໃຫ້ພວກຊົນກຸ່ມນ້ອຍ ປະຕິບັດຕາມ ຄຳຮຽກຮ້ອງ ຂອງຕົນ ກ່ອນການເລືອກຕັ້ງ ທີ່ຮວມທັງ ເຕົ້າໂຮມກຳລັງທະຫານບ້ານຂອງ ຕົນ ເຂົ້າກັບ ກຳລັງຕຳຫຼວດ ຮັກສາຊາຍແດນ ຂອງລັດຖະບານ ເພື່ອເປັນການແລກ ປ່ຽນ ກັບສິດທິ ໃນການປ່ອນບັດ.

XS
SM
MD
LG