ໃນຖະແຫຼງການສະບັບນຶ່ງ ທີ່ນໍາອອກເຜີຍແຜ່ເພື່ອເປັນຂີດໝາຍວັນອົບພະຍົບໂລກ ວັນທີ
20 ມິຖຸນາ ອາທິດແລ້ວນີ້ ກຸ່ມສິ້ງຊອມສິດທິມະນຸດ Human Rights Watch ທີ່ມີສໍານັກ
ງານຢູ່ນະຄອນນີວຢ໊ອກ ໄດ້ຮຽກຮ້ອງໃຫ້ບັງກລາເເດສ ຈົ່ງເປີດຊາຍແດນຂອງຕົນ ຮັບເອົາ
ພວກອົບພະຍົບໂຣຮິງຢາ. ກຸ່ມດັ່ງກ່າວເວົ້າວ່າ ເຈົ້າໜ້າທີ່ບັງກລາເເດສໄດ້ທໍາການຜັກດັນ
ຊາວອົບພະຍົບເຫລົ່ານັ້ນກັບຄືນໄປມຽນມາ ຫຼາຍກວ່າ 140 ຄັ້ງ ກໍຄື ຫ້າມຊາວໂຣຮິງຢາທີ່
ເດີນທາງມາໂດຍທາງເຮືອ ເຂົ້າໄປຈອດຢູ່ໃນບັງກລາເເດສ. ທ່ານ Phil Robertson ຮອງຜູ້
ອໍານວຍການສໍາລັບເຂດເອເຊຍ ຂອງກຸ່ມ Human Rights Watch ຫລື HRW ກ່າວວ່າ ກຸ່ມ
ຂອງທ່ານມີຜູ້ຕາງໜ້າ ຕິດຕາມສັງເກດເບິ່ງພຶດຕິການດັ່ງກ່າວນັ້ນ. ທ່ານ ໂຣເບິດຊັນ ກ່າວວ່າ:
“ພວກທະຫານຍາມຝັ່ງຂອງບັງກລາເເດສແມ່ນ ໄດ້ກີດກັນພວກນັກຂ່າວແລະຄົນອື່ນໆ
ບໍ່ໃຫ້ເຂົ້າໄປໃກ້ຊາວໂຣຮິງຢາ ແລະກໍຂັບໄລ່ໄສສົ່ງພວກເຂົາເຈົ້າ ໃຫ້ກັບຄືນອອກໄປທະເລ
ແລະໂຮມຢູ່ໃນກຸ່ມຖືກໄສສົ່ງນັ້ນ ກໍມີພວກແມ່ຍິງ ແລະເດັກນ້ອຍໆນໍາ. ຍັງບໍ່ເປັນທີ່ແຈ້ງ
ຂາວວ່າ ຊະຕາກໍາຂອງພວກເຂົາເຈົ້າເປັນຢ່າງໃດຫຼັງຈາກພວກເຂົາເຈົ້າຖືກຂັບໄລ່ໄສສົ່ງ
ກັບຄືນໄປແລ້ວ ຊຶ່ງນັ້ນເປັນຄໍາຖາມທີ່ດີທີ່ສຸດ ແລະເປັນເລຶ່ອງນຶ່ງທີ່ລັດຖະບານບັງກລາ
ເເດສ ຄວນຈະຮັບຜິດຊອບ.”
ນອກນີ້ແລ້ວ ທ່ານ Robertson ຍັງໄດ້
ຮຽກຮ້ອງໃຫ້ລັດຖະບານມຽນມາ ໃຫ້
ການປົກປ້ອງຄຸ້ມຄອງແກ່ຊາວໂຣຮິງຢາ
ທີ່ກັບຄືນໄປມຽນມານັ້ນ ແລະປ່ອຍໃຫ້
ກຸ່ມຂອງທ່ານ ໄດ້ເຂົ້າໄປຍັງຂົງເຂດທີ່ມີ
ການຕໍ່ສູ້ກັນ. ໂຄງການ ອາຫານໂລກ
WFP ຂອງສະຫະປະຊາຊາດປະເມີນວ່າ
ປະຊາຊົນປະມານ 90,000 ຄົນ ຖືກພັດ
ພາກຈາກຖິ່ນຢູ່ອາໄສ ຍ້ອນການສູ້ລົບກັນ
ແລະເຈົ້າໜ້າທີ່ໄດ້ໃຫ້ການຊ່ວຍເຫຼືອ ແກ່
ຫຼາຍກວ່າ 66,000 ຄົນໃນອາທິດຜ່ານມານີ້.
ເຫດການຮຸນແຮງແມ່ນເລີ່ມຕົ້ນຂຶ້ນໃນຕົ້ນ
ເດືອນນີ້ ເວລາຊາຍຊາວມຸສລິມເຜົ່າໂຣຮິງ
ຢາສາມຄົນ ຂົ່ມຂືນແລະສັງຫານແມ່ຍິງ
ຊາວພຸດເຜົ່າຣາຄີນຄົນນຶ່ງ. ຊາຍສອງຄົນ
ໃນຈໍານວນສາມຄົນນັ້ນ ຖືກດໍາເນີນຄະດີແລະຖືກຕັດສິນໂທດປະຫານຊີວິດ. ສ່ວນຊາຍ
ຜູ້ທີ່ສາມໄດ້ຂ້າໂຕຕາຍຢູ່ໃນຄຸກ ໂດຍການ ເອົາຜ້າສະໂລ່ງແຂວນຄໍ.
ກຸ່ມສິ້ງຊອມສິດທິມະນຸດ HRW ກ່າວອີກວ່າ ຕົນຍັງບໍ່ສາມາດກວດສອບລາຍລະອຽດໃດໆຂອງຄະດີດັ່ງກ່າວ ແລະການສອບສວນສອບສວນເພີ່ມຕື່ມ ກ່ຽວກັບຝ່າຍໃດແທ້ເປັນຜູ້ຮັບ
ຜິດຊອບໃນການກໍ່ຄວາມຮຸນແຮງນັ້ນ ກໍບໍໄດ້ດໍາເນີນໄປໃນລັກສະນະທີ່ເປີດເຜີຍແລະໂປ່ງໃສ.
ສື່ຂອງລັດມຽນມາ ລາຍງານວ່າ ການໂຈມຕີເພື່ອແກ້ແຄ້ນຈາກເຫດການທີ່ເກີດຂຶ້ນນັ້ນ ຍັງ
ຜົນໃຫ້ມີຜູຸ້ເສຍຊີວິດຫລາຍກ່ວາ 50 ຄົນ ແລະບາດເຈັບອີກຫຼາຍສິບຄົນ.
ທ່ານນາງອອງຊານ ຊູຈີ ຜູ້ນໍາປະຊາທິປະໄຕມຽນມາ ແລະສະມາຊິກສະພາ ໄດ້ຖະແຫຼງ
ກ່ຽວກັບການຂັດແຍ້ງກັນນີ້ ໃນອາທິດຜ່ານມາ ໃນລະຫວ່າງການຢ້ຽມຢາມຢູໂຣບ. ທ່ານ
ນາງໄດ້ເນັ້ນຍໍ້າເຖິງຄວາມສໍາຄັນ ຂອງການພິສູດແລະຕົກລົງກັນໃຫ້ແຈ້ງຂາວ ບັນຫາສັນ
ຊາດຂອງພວກຊົນເຜົ່ານ້ອຍ ຊາວໂຣຮິງຢາ ປະມານ 800,000 ຄົນທີ່ໄຮ້ປະເທດນັ້ນ.
ທ່ານນາງ ຊູຈີ ກ່າວວ່າ:
“ບັງກລາເເດສກໍວ່າບໍ່ແມ່ນຄົນຂອງຕົນ ມຽນມາກໍວ່າບໍ່ແມ່ນຄົນຂອງຕົນ ແລະພວກ
ຄົນທີ່ຕົກລະກໍາລໍາບາກເຫຼົ່ານີ້ຖືກສັບປ່ຽນໄປຂ້າງນັ້ນຂ້າງນີ້ຢູ່ພໍປານນັ້ນ. ພວກເຮົາ
ຕ້ອງມີຕົວບົດກົດໝາຍ ພວກເຮົາຕ້ອງຮູ້ວ່າກົດໝາຍນັ້ນເວົ້າແນວໃດ ແລະພວກເຮົາ
ຕ້ອງເຮັດໃຫ້ເປັນທີ່ແນ່ໃຈວ່າ ມັນຖືກນໍາໃຊ້ປະຕິບັດຢ່າງຖືກຕ້ອງເໝາະສົມ.”
ຊົນເຜົ່າໂຣຮິງຢາໃນມຽນມາຖືກປະຕິເສດສັນຊາດ ພາຍໃຕ້ກົດໝາຍສັນຊາດ ສະບັບປີ
1982 ຂອງມຽນມາ. ມີຊົນເຜົ່າທີ່ຖືກຮັບຮູ້ຢ່າງເປັນທາງການ ຢູ່ 135 ເຜົ່າ ໃນມຽນມາ
ຊຶ່ງໃນນັ້ນ ບໍ່ໄດ້ຮວມເອົາຊົນເຜົ່າໂຣຮິງຢາ ຫຼືເຜົ່າ Gurkhas ເຂົ້ານໍາ.
ການສໍາຫລວດສໍາມະໂນຄົວ ປີ 1983 ນັ້ນ ໄດ້ນັບເອົາຊົນເຜົ່າໂຣຮິງຢາວ່າເປັນຄົນຕ່າງ
ປະເທດ ແລະທ່ານ Myint Kyaing ລັດຖະມົນກະຊວງປະຊາກອນແລະການວາງແຜນ
ທີ່ຮັບຜິດຊອບການສໍາຫຼວດສໍາມະໂນຄົວ ຄັ້ງຕໍ່ໄປ ໃນປີໜ້າ 2013 ນັ້ນ ກ່າວວ່າ ຍັງບໍ່ມີ
ແຜນການຈະປ່ຽນແປງ ສະຖານະພາບຂອງຊາວໂຣຮິງຢາ ພາຍໃນເວລານັ້ນເທື່ອ. ທ່ານ
ກຽງ ກ່າວວ່າ:
“ພວກເຮົາຈະນັບເອົາທຸກໆຄົນທີ່ອາໄສຢູ່ໃນປະເທດນີ້ ບໍ່ວ່າພວກເຂົາເຈົ້າຈະເປັນ
ສັນຊາດຂອງພວກເຮົາ ຫຼືຊາວຕ່າງປະເທດກໍຕາມ. ບາງທີ ພວກເຂົາເຈົ້າອາດຈະບໍ່
ຖືກຈັດວ່າເປັນຊາວໂຣຮິງຢາ ບາງ ທີພວກເຮົາອາດຈະຈັດໃຫ້ພວກເຂົາເຈົ້າເປັນຊາວ
ຕ່າງປະເທດ ຫຼືຢ່າງໃດຢ່າງນຶ່ງ ຄືກັນກັບຊົນເຜົ່າອື່ນໆ ທໍານອງນັ້ນ.”
ຊາວອົບພະຍົບ Rohingya ໃນປະເທດໄທ ທໍາການປະທ້ວງ ຮຽກຮ້ອງໃຫ້ຍຸດຕິຄວາມ
ຮຸນແຮງ ລະຫວ່າງຊາວມຸສລິມ ກັບຊາວພຸດໃນລັດຣາຄິນນັ້ນ, ວັນທີ 14 ມິຖຸນາ 2012.
(EPA/NARONG SANGNAK)
ບັນດານັກວິເຄາະຂ່າວກ່າວວ່າ ການແກ້ໄຂບັນຫາຜິດຖຽງກັນເລື່ອງຊົນເຜົ່າ ເຊ່ນບັນຫາຊາວ
ໂຣຮິງຢານີ້ ແມ່ນ ເປັນການທົດສອບທີ່ສໍາຄັນອັນ ນຶ່ງ ສໍາລັບລັດຖະບານມຽນມາ.
ທ່ານ Benjamin Zawacki ນັກຄົ້ນຄວ້າປະຈໍາອົງການນີລະໂທດກໍາສາກົນ ທີ່ມຽນມາ ກ່າວວ່າ
ອົງການຂອງທ່ານສະໜັບສະໜຸນການແກ້ໄຂບັນຫາທາງການເມືອງ ທີ່ອໍານວຍໃຫ້ຊົນເຜົ່າໂຣຮິງ
ຢາໄດ້ເປັນສັນຊາດມຽນມານັ້ນ. ທ່ານ ຊາແວກກີ ກ່າວວ່າ:
“ພວກເຂົາເຈົ້າບໍ່ໄດ້ຮັບການປັບປຸງທີ່ໜ້າດີໃຈ ໃດໆເລີຍ ໃນດ້ານສິດທິມະນຸດຂອງພວກ
ເຂົາເຈົ້າ ນັບຕັ້ງແຕ່ການປະຕິຮູບໄດ້ເລີ່ມດໍາເນີນມາໄດ້ ປະມານນຶ່ງປີຜ່ານມາແລ້ວນັ້ນ.
ດັ່ງທີ່ບຸກຄົນຜູ້ນຶ່ງບອກພວກເຮົາວ່າ ມັນເປັນແບບວ່າ ການປ່ຽນແປງນີ້ແມ່ນເພື່ອຄົນ
ພວກອື່ນເທົ່ານັ້ນ ບໍ່ແມ່ນເພື່ອພວກເຮົາ. ແລະອີກນັ້ນແຫຼະ ສິ່ງທໍາອິດທີ່ພວກເຈົ້າໜ້າ
ທີ່ສາມາດເຮັດໄດ້ ແລະກໍໜ້າຈະເຮັດນັ້ນ ກໍຄືແກ້ໄຂກົດໝາຍວ່າດ້ວຍສັນຊາດປີ 1982
ເສຍກ່ອນ ເພື່ອເຮັດໃຫ້ຊົນເຜົ່າໂຣຮິງຢາໄດ້ມີສັນຊາດ ເປັນຊາວມຽນມາ.”
ແຕ່ບັນດານັກວິເຄາະກ່າວວ່າ ເນື່ອງຈາກວ່າຊາວພຸດ ຊຶ່ງເປັນຊົນກຸ່ມໃຫຍ່ຂອງມຽນມານັ້ນ
ສ່ວນຫຼາຍແລ້ວ ແມ່ນຄັດຄ້ານຕໍ່ການໃຫ້ສັນຊາດແກ່ເຜົ່າໂຣຮິງຢາ ທີ່ເປັນຊາວມູສລິມນັ້ນ
ບັນຫາດັ່ງກ່າວນີ້ກໍຈະຍັງຄົງເປັນບັນຫາແບ່ງແຍກກັນທາງການເມືອງຢູ່ຕໍ່ມາ ສໍາລັບທ່ານ
ນາງອອງຊານ ຊູຈີ ແລະສະມາຊິກສະພາພັກຝ່າຍຄ້ານອື່ນໆ ຜູ້ທີ່ອາດຈະເປັນຄວາມຫວັງ
ທີ່ດີທີ່ສຸດ ສໍາລັບກຸ່ມຊົນເຜົ່າໂຣຮິງຢານັ້ນ.