ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນໍາມຽນມາ ຂໍຮ້ອງ ໃຫ້ນາໆຊາດ ຊ່ວຍໃນການ ພັດທະນາ ປະເທດ


ປະທານາທິບໍດີ
Thein Sein ຂອງມຽນມາ ຈັບມືກັບ ປະທານຄະນະກໍາມາທິການສະພາກາແດງ (ICRC) ທ່ານ Peter Maurer ທີ່ບ້ານພັກຂອງທ່ານ Thein Sein ໃນນະຄອນ Naypyitaw ຂອງມຽນມາ ໃນວັນທິ 14 ມັງກອນ 2013.
ປະທານາທິບໍດີ Thein Sein ຂອງມຽນມາ ຈັບມືກັບ ປະທານຄະນະກໍາມາທິການສະພາກາແດງ (ICRC) ທ່ານ Peter Maurer ທີ່ບ້ານພັກຂອງທ່ານ Thein Sein ໃນນະຄອນ Naypyitaw ຂອງມຽນມາ ໃນວັນທິ 14 ມັງກອນ 2013.
ຜູ້ນໍາຂອງມຽນມາ ໄດ້ຊຸກຍູ້ໃຫ້ບັນດາປະເທດທີ່ໃຫ້ທຶນຊ່ວຍ
ເຫລືອສາກົນ ຊ່ວຍໃນການພັດທະນາເສດຖະກິດ ທີ່ໄດ້ຮັບ ຄວາມເສຍຫາຍຂອງປະເທດທ່ານ ແລະໃນການປັບປຸງມາດ ຕະຖານຊີວິດການເປັນຢູ່ຂອງປະຊາຊົນທີ່ທຸກຍາກຂອງຕົນ ໃຫ້ດີຂຶ້ນ.

ໃນຄໍາຖະແຫລວງໃນວັນເສົາມື້ນີ້ ຢູ່ທີ່ກອງປະຊຸມສົນທະນາ
ເລື້ອງພັດທະນາ ແລະການຮ່ວມມືຄັ້ງທໍາອິດ ທີ່ຈັດຂຶ້ນຢູ່ ນະຄອນຫລວງດ້ານການປົກຄອງ ເນປີດໍ ປະທານາທິບໍດີ
Thein Sein ໄດ້ກ່າວຕໍ່ພວກຜູ້ແທນເຂົ້າຮ່ວມກອງປະຊຸມ
ວ່າ ມຽນມາຈະສາມາດບັນລຸເປົ້າໝາຍນັ້ນໄດ້ຢ່າງສໍາເລັດ
ຜົນຫລາຍຂຶ້ນ ຖ້າຫາກວ່າ ປະເທດທ່ານໄດ້ຮັບການຊ່ວຍ
ເຫລືອຈາກປະຊາຄົມສາກົນ.

ທ່ານປະທານາທິບໍດີມຽນມາຍັງໄດ້ເອີ່ຍເຖິງບັນຫາຂັດແຍ້ງທາງຊົນເຜົ່າ ທີ່ກຳລັງເກີດຂຶ້ນ ຢູ່ໃນມຽນມາໂດຍໄດ້ກ່າວຕໍ່ພວກຜູ້ແທນເຂົ້າຮ່ວມກອງປະຊຸມວ່າສັນຕິພາບແລະສະເຖຍ ລະພາບແມ່ນໄປຄຽງຄູ່ກັນ ກັບຄວາມກ້າວໜ້າທາງເສດຖະກິດ.

ລັດຖະບານມຽນມາໄດ້ປະກາດໃນວັນສຸກຜ່ານມາວ່າ ທະຫານຂອງຕົນຈະຍຸດຕິການບຸກ ໂຈມຕີຕໍ່ພວກກະບົດຊົນເຜົ່າກະຈິນ ຢູ່ພາກເໜືອຂອງມຽນມາ ພາຍໃນວັນເສົາມື້ນີ້.

ກ່ຽວຂ້ອງກັນ

XS
SM
MD
LG