ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊົນເຜົ່າກະຈິນ 3 ຄົນ ເສຍຊີວິດ ຍ້ອນການສູ້ລົບກັນ ໃນມຽນມາ (ວີດິໂອກັບສະໄລດ໌)

ອົບພະຍົບຊາວກາຈິນ ລໍຖ້າການເຈກເຄື່ອງຊ່ວຍເຫລືອຈາກ ກອງທັບເພື່ອເອກະລາດຂອງກະຈິນ ຫລື KIA ທີ່ສູນ ອົບພະຍົມ Je Yang IDP ຊຶ່ງເປັນສູນອົບພະຍົບທີ່ໃຫຍ່ ແລະໃກ້ເມືອງ Laiza ທີ່ສຸດ ຢູ່ທາງພາກເໜືອຂອງມຽນມາ ໃນວັນທີ 4 ມັງກອນ 2013. (AP Photo/Yadana Htun)

ພວກກະບົດຊົນເຜົ່າກະຈິນຢູ່ພາກເໜືອຂອງມຽນມາ ເວົ້າວ່າ
ກໍາລັງທະຫານຂອງລັດຖະບານໄດ້ຍິງປືນໃຫຍ່ລະດົມໃສ່
ເມືອງ ທີ່ພວກເຂົາເຈົ້າໃຊ້ເປັນກອງບັນຊາການຂອງຕົນ ຊຶ່ງ
ໄດ້ສັງຫານພົນລະເຮືອນ 3 ຄົນ ແລະເຮັດໃຫ້ອີກ 3 ຄົນໄດ້
ຮັບບາດເຈັບ.

ສະມາຊິກຄົນນຶ່ງຂອງກອງທັບເພື່ອເອກະລາດຂອງກະຈິນ ຫລື
KIA ເວົ້າວ່າ ການ ໂຈມຕີໃສ່ ເມືອງ Laiza ຢູ່ໃກ້ຊາຍແດນລະ
ຫວ່າງມຽນມາກັບຈີນ ໄດ້ມີຂຶ້ນໃນຕອນເຊົ້າວັນຈັນມື້ນີ້ ແລະວ່າ
ນຶ່ງໃນຜູ້ຖືກສັງຫານ ແມ່ນເດັກຊາຍອາຍຸ 15 ປີ.

ເບິ່ງວີດິໂອກ່ຽວຂ້ອງ

ໜັງສືພິມ Kachinland News ຊຶ່ງເປັນອົງການສື່ສານເອກະລາດທີ່ລາຍງານຂ່າວ ຢູ່ໃນ
ເຂດຊົນເຜົ່າກະຈິນ ໄດ້ອ້າງຄໍາເວົ້າຂອງຜູ້ທີ່ເຫັນເຫດການວ່າ ລູກ ປືນໃຫຍ່ໄດ້ຕົກລົງ ໃສ່ເຂດຢູ່ອາໄສຂອງປະຊາຊົນ ບ່ອນທີ່ຊາວກະຈິນ ປະມານ 40 ພັນຄົນ ທີ່ອົບພະຍົບ ຫລົບໜີຈາກບ່ອນອື່ນໃນມຽນມາ ໄດ້ໄປອາໄສຢູ່ ກັບປະຊາຊົນໃນທ້ອງຖິ່ນນັ້ນ.

ປະມວນພາບຄວາມຮຸນແຮງໃນເຂດຊົນເຜົ່າກາຈິນ:
XS
SM
MD
LG