ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໒໘ ພຶດສະພາ ໒໐໒໓

ກະບົດ 20 ກວ່າຄົນ ເສຍຊີວິດ ໃນການປະທະກັນ ຢູ່ມຽນມາ (ວີດີໂອ)


ພວກທະຫານເກນໃໝ່ຂອງກອງທັບເອກກະລາດກາຈິ່ນ ເດິນສວນສະໜາມ ຂະນະທີ່ທຳການເຝິກແອບທີ່ຄ້າຍແຫ່ງນຶ່ງ ໃກ້ໆເມືອງ Laiza ທີ່ຄວບຄຸມໂດຍພວກກະບົດກະຈິ່ນ ໃນພາກເໜືອຂອງມຽນມາ(23 ເມສາ 2012)

ສື່ມ​ວນຊົນ​ລັດຖະບານ​ມຽນມາ​ກ່າວໃນ​ວັນ​ສຸກ​ນີ້ວ່າ ມີ​ການ​ໂຈມ​ຕີ​ກັນ​ໜັກ​ຢູ່ໃນລັດກາ​ຈິ່ນທາງ​
ພາກ​ເໜືອ​ຂອງ​ປະ​ເທດ ທີ່​ເຮັດ​ໃຫ້ພວກ​ກະບົດ​ຊົນເຜົ່າຖື​ກຂ້າ​ຕາຍ 29 ຄົນ ແລ​ະທະຫານ​ລັດ
ຖະບານ​ສອງ​ຄົນ​ໄດ້ ເສຍ​ຊິວິດ​ໃນອາທິດ​ທີ່​ຜ່ານ​ມາ​ນີ້.

ໜັງສື​ພິມ​ New Light of Myanmar ທີ່​ລັດຖະບານ​ເປັນ​ເຈົ້າ​ຂອງ ກ່າວ​ວ່າ ການ​ປະ​ທະ​ກັນ​
ໄດ້​ເລີ້ມ​ຂື້ນ ໃນ​ວັນ​ທີ່ 27 ​ເດືອນ​ເມສາ ເວລາ​ກອງ​ທະຫານ​ລັດຖະບານຕອບ​ໂຕ້​ຕໍ່​ການ​ໂຈມ​ຕີ​
ຄ້າຍ​ທະຫານ​ແຫ່ງ​ນຶ່ງ ​ໂດຍ​ສະມາຊິກ​ກອງທັບເອກ​ກະລາດ​ເຜົ່າກາ​ຈິ່ນຢູ່ຫົວ​ເມືອງຊາຍ​ແດນ
​ໃນພາກ​ເໜື​ອຂອງ​ປະ​ເທດ.

ລາຍ​ງານຂ່າວ​ກ່າວ​ວ່າ ສະມາ​ຊິກ​ກອງ​ທັບເອກ​ກະລາດກະ​ຈິ່ນຄົນ​ນຶ່ງໄດ້​ຖືກ​ຈັບ​ໄດ້ ​ແລະກໍາ
ລັງ​ທະຫານລັດຖະບານ​ກໍາລັງ “ຕາມ​ລ່າ” ສະມາຊິກຂອງ​ກຸ່ມດັ່ງກ່າວທີ່ພວມ​ພາກັນຫລົບໜີ​
ໄປ​ນັ້ນ.

ເບິ່ງວີດີໂອລາຍງານກ່ຽວກັບຊາວອົບພະຍົບກາຈິ່ນ:

ທ່ານ Lanan ​ໂຄສົກ​ຂອງ​ອົງການ​ເອກ​ກະລາດ​ກາ​ຈິ່ນ ​ໃຫ້ການ​ຢືນຢັນ​ກ່ຽວ​ກັບ​ການ​ສູ້​ລົບ
​ດັ່ງກ່າວ​ຕໍ່​ວີີ​ໂອ​ເອ ພະ​ແນ​ກພາສາ​ມຽນມາ. ທ່ານ​ເວົ້າວ່າ ​ໃນ​ຂະນະ​ທີ່​ພວກ​ເຮົາ​ບໍ່ໄດ້​ກະ​ປະ
ມານໃຫ້​ຊາບ​ກ່ຽວ​ກັບ​ໂຕ​ເລກ​ຂອງພວກ​ທີ່​ບາດ​ເຈັບ​ລົ້ມຕາຍກໍ​ດີແຕ່​ທັງ​ສອງ​ຝ່າຍ​ຕ່າງ​ກໍ​ໄດ້​
ຮັບການ ສູນ​ເສຍ​ໃນ​ການ​ສູ້​ລົບທີ່​ວ່າ​ນີ້. ນອກ​ນັ້ນ ທ່ານ​ຍັງ​ເວົ້າວ່າ ທະຫານ​ລັດຖະບານ​ໄດ້
​ເຄື່ອນ​ກຳລັງ​ໃກ້​ເຂົ້າ​ໄປ​ຫາກ​ອງບັນຊາ​ການ​ໃຫຍ່​ ຂອງ​ອົງການເອກ​ກະລາດ​ກາ​ຈິ່ນ ໃນ​ບໍລິ
​ເວນ​ຊາຍ​ແດນ​ມຽນມາ​ຕິດ​ກັບ​ຈີນ.

ຢ່າງ​ໜ້ອຍ 60,000 ຄົນ ​ບໍ່​ມີ​ບ່ອນ​ພັກ​ພາ​ອາໄສ ຕັ້ງ​ແຕ່​ເດືອນ​ມິ​ຖຸນາ ປີ 2011 ເປັນ​ຕົ້ນ​ມາ
ເວລາ​ການ​ສູ້​ລົບ​ໄດ້​ເກີດ​ຂື້ນລະຫວ່າງທະຫານລັດຖະບານ​ແລະພວກກະບົດກາ​ຈີ່ນ ຊຶ່ງ​ເຮັດ
​ໃຫ້ການ​ຢຸດ​ຍິງ​ມາເປັນ​ເວລາ 17 ປີ​ນັ້ນໄດ້ສີ້​ນສຸດ​ລົງ.

XS
SM
MD
LG