ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ກຸ່ມສິດທິມະນຸດ ຮຽກຮ້ອງໃຫ້ ມຽນມາ ປົກປ້ອງ ຊາວມຸສລິມ ຢູ່ລັດຣາຄິນ


ແຜນທີ່ລັດຣາຄິນ ຊຶ່ງພາບດາວທຽມໄດ້ສະແດງໃຫ້ເຫັນວ່າ ປະຊາຄົມທັງຫລາຍ ທີ່ຄັ້ງນຶ່ງເຄີຍຮຸ່ງເຮືອງນັ້ນ ໄດ້ກາຍມາ ເປັນເຖົ່າຖ່ານໄປ ຍ້ອນການຕໍ່ສູ້ກັນລະຫວ່າງຊົນເຜົ່າ ຄື
ລະຫວ່າງ ປະຊາຄົມຊາວພຸດຣາຄິນ ແລະຊາວມຸສລິມໂຣຮິງຢາ ຢູ່ໃນລັດດັ່ງກ່າວ
ແຜນທີ່ລັດຣາຄິນ ຊຶ່ງພາບດາວທຽມໄດ້ສະແດງໃຫ້ເຫັນວ່າ ປະຊາຄົມທັງຫລາຍ ທີ່ຄັ້ງນຶ່ງເຄີຍຮຸ່ງເຮືອງນັ້ນ ໄດ້ກາຍມາ ເປັນເຖົ່າຖ່ານໄປ ຍ້ອນການຕໍ່ສູ້ກັນລະຫວ່າງຊົນເຜົ່າ ຄື ລະຫວ່າງ ປະຊາຄົມຊາວພຸດຣາຄິນ ແລະຊາວມຸສລິມໂຣຮິງຢາ ຢູ່ໃນລັດດັ່ງກ່າວ
ກຸ່ມປົກປ້ອງສິດທິມະນຸດ Human Rights Watch ໄດ້ຮຽກຮ້ອງ
ໃຫ້ມຽນມາປົກປ້ອງ ຊາວມຸສລິມຫລາຍພັນຄົນ ຢູ່ທາງພາກຕາ
ເວັນຕົກຂອງປະເທດນັ້ນ ລຸນຫລັງທີ່ພາບດາວທຽມໄດ້ສະແດງ
ໃຫ້ເຫັນວ່າ ປະຊາຄົມທັງຫລາຍ ທີ່ຄັ້ງນຶ່ງເຄີຍຮຸ່ງເຮືອງນັ້ນ
ໄດ້ກາຍມາ ເປັນເຖົ່າຖ່ານ.

ພວກເຈົ້າໜ້າທີ່ມຽນມາເວົ້າວ່າ ການຕໍ່ສູ້ກັນລະຫວ່າງຊົນເຜົ່າ
ເປັນເວລາ 1 ອາທິດ ຄື ໃນ ລະຫວ່າງ ປະຊາຄົມຊາວພຸດຣາຄິນ ແລະຊາວມຸສລິມໂຣຮິງຢາຢູ່ໃນລັດຣາຄິນນັ້ນ ໄດ້ເຮັດໃຫ້ບ້ານ
ເຮືອນຫລາຍກວ່າ 2,800 ຫລັງ ຖືກເຜົາໄໝ້ ແລະມີ 112 ຄົນ
ເສຍຊີວິດ ແຕ່ວ່າໃນເວລາຕໍ່ມາ ພວກເຂົ້າເຈົ້າໄດ້ຫລຸດຈໍານວນ
ຄົນເສຍຊີວິດ ລົງມາເປັນ 64 ຄົນ.

ກຸ່ມ Human Rights Watch ທີ່ຕັ້ງຢູ່ນະຄອນນີວຢອກ ເວົ້າຢູ່ໃນຖະແຫລງການ ໃນ ວັນເສົາມື້ນີ້ວ່າ ຕົນຢ້ານວ່າ ຈໍານວນຄົນເສຍຊີວິດທີ່ຈິງນັ້ນ ອາດສູງກາຍຈໍານວນທີ່ເຈົ້າ ໜ້າທີ່ລາຍງານນນັ້ນຫລາຍ ອິງຕາມຄໍາບອກເລົ່າຂອງພວກທີ່ເຫັນເຫດການ ທີ່ພາກັນ ຫລົບໜີການຕໍ່ສູ້ກັນ ຊຶ່ງກຸ່ມດັ່ງກ່າວເວົ້າວ່າ ໄດ້ແນເປົ້າໝາຍໃສ່ ພວກມຸສລິມຫລາຍ ກ່ວາຊາວພຸດນັ້ນ.

ໃນວັນພະຫັດຜ່ານມານີ້ ອົງການສະຫະປະຊາຊາດກໍໄດ້ອອກຖະແຫຼງການ ຮຽກຮ້ອງໃຫ້ ພວກເຈົ້າໜ້າທີ່ມຽນມາ ຄວບຄຸມການໂຈມຕີທີ່ໄຮ້ກົດໝາຍ ແລະຮຸນແຮງຂອງປະຊາ ຄົມດັ່ງກ່າວນີ້ ແລະເຮັດໃຫ້ການຂົ່ມຂູ່ ແລະຄໍາເວົ້າທີ່ມີສໍານວນຮຸນແຮງນັ້ນ ສິ້ນສຸດລົງ.
XS
SM
MD
LG