ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ມຽນມາຕັ້ງກໍາມາທິການ ສືບສວນຄວາມຮຸນແຮງ ໃນລັດຣາຄິນ


ບ້ານເຮືອນຂອງຊົນເຜົ່າໂຣຮິງຢາຖືກຈູດເຜົາ ໃນລັດ Rakhine ຂອງມຽນມາ ໃນລະຫວ່າງ ທີ່ມີການຕໍ່ສູ້ກັນລະຫວ່າງຊາວພຸດ ແລະພວກຊົນກຸ່ມນ້ອຍມຸສລິມເຜົ່າໂຣຮິງຢາ, ວັນທີ 10 ມີຖຸນາ 2012.
ບ້ານເຮືອນຂອງຊົນເຜົ່າໂຣຮິງຢາຖືກຈູດເຜົາ ໃນລັດ Rakhine ຂອງມຽນມາ ໃນລະຫວ່າງ ທີ່ມີການຕໍ່ສູ້ກັນລະຫວ່າງຊາວພຸດ ແລະພວກຊົນກຸ່ມນ້ອຍມຸສລິມເຜົ່າໂຣຮິງຢາ, ວັນທີ 10 ມີຖຸນາ 2012.
ມຽນມາໄດ້ສ້າງຕັ້ງຄະນະກໍາມາທິການນຶ່ງຂຶ້ນ ເພື່ອທໍາການ
ສືບສວນສອບສວນ ກ່ຽວກັບຄວາມຮຸນແຮງທາງສາສະໜາ
ທີ່ຮ້າຍແຮງໃນລັດ Rakhine ທາງພາກຕາເວັນຕົກຂອງ
ມຽນມາ ລະຫວ່າງຊາວພຸດ ແລະພວກຊົນກຸ່ມນ້ອຍມຸສລິມ
ເຜົ່າໂຣຮິງຢາ ທີ່ເຮັດໃຫ້ຫລາຍສິບຄົນເສຍຊີວິດ ແລະອີກ
ຫລາຍສິບພັນຄົນຕ້ອງໄດ້ອົບພະຍົບຫຼົບໜີຈາກບ້ານເຮືອນ
ຂອງຕົນ.

ໜັງສືພິມ New Light of Myanmar ຂອງທາງການມຽນ
ມາ ລາຍງານໃນວັນເສົາມື້ນີ້ວ່າ ຄະນະກຳມາທິການ ທີ່ມີ
ສະມາຊິກ 27 ຄົນ ມີໜ້າທີ່ໃນການ ສືບສວນເບິ່ງສະພາບ
ການ ທີ່ຢູ່ເບື້ອງຫລັງການເກີດຄວາມວຸ້ນວາຍດັ່ງກ່າວ ແລະ
ຫາວິທີການແກ້ໄຂ ເພື່ອໃຫ້ປະຊາຄົມຕ່າງໆທີ່ມີຄວາມເຊື່ອ
ຖືທາງສາສະໜາທີ່ແຕກຕ່າງກັນ ຢູ່ຮ່ວມກັນຢ່າງສັນຕິກົມກຽວກັນໄດ້. ບັນດາເຈົ້າໜ້າ ທີ່ມຽນມາກ່າວວ່າ ທັງໝົດ 87 ຄົນ ໄດ້ຖືກຂ້າຕາຍ ນັບຕັ້ງແຕ່ທ້າຍເດືອນພຶດສະພາ ເປັນຕົ້ນມາ ເວລາການກໍ່ຈະລາຈົນ ແລະການໂຈມຕີ ແກ້ແຄ້ນກັນໄດ້ລະເບີດຂຶ້ນ ຫລັງຈາກມີການຖິ້ມໂທດໃສ່ວ່າ ມີຜູ້ຊາຍມຸສລິມ ສາມຄົນໄດ້ຂົ່ມຂືນ ແລະສັງຫານ ແມ່ຍິງຊາວພຸດຄົນນຶ່ງ.

ສະມາຄົມບັນດາປະເທດໃນເຂດເອເຊຍຕາເວັນອອກສຽງໃຕ້ ຫລືອາຊ່ຽນ ທີ່ມີສະມາ
ຊິກ 10 ປະເທດ ແລະມຽນມາກໍເປັນສະມາຊິກປະເທດນຶ່ງນັ້ນ ໄດ້ໃຫ້ຄໍາໝັ້ນສັນຍາໃນ
ວັນເສົາມື້ນີ້ວ່າ ຈະໃຫ້ການສະໜັບສະໜູນທີ່ຈໍາເປັນໃນການຊ່ວຍເຫລືອດ້ານມະນຸດ
ສະທໍາ ທີ່ຍັງຕ້ອງການຢູ່ໃນລັດ Rakhine.
XS
SM
MD
LG