ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມຽນມາ ທັບມ້າງການປະທ້ວງ ຂອງພວກຊາວນາ


ແຜນທີ່ມຽນມາ
ແຜນທີ່ມຽນມາ

ຕຳຫຼວດມຽນມາໄດ້ທັບມ້າງການ
ປະທ້ວງ ທີ່ບໍ່ຄ່ອຍໄດ້ເຫັນກັນ
ຂອງພວກພໍ່ນາຫຼາຍສິບຄົນທີ່ມີ
ຄວາມໂກດແຄ້ນ ຍ້ອນດິນຂອງ
ພວກເຂົາເຈົ້າໄດ້ຖືກລັດຖະບານ
ຢຶດເອົາ.

ພວກພໍ່ນາກຸ່ມນີ້ໄດ້ພາກັນນັ່ງ
ປະທ້ວງຢູ່ນອກຕຶກໂຮງການ
ລັດຖະບານແຫ່ງນຶ່ງທີ່ນະຄອນ
ຢ່າງກຸ້ງໃນວັນພະຫັດມື້ນີ້ ເພື່ອ
ປະທ້ວງຕໍ່ການທີ່ລັດຖະບານ
ໄດ້ຢຶດເອົາດິນຂອງພວກເຂົາເຈົ້າ
ປະມານ 4,050 ເຮັກຕາ. ນາຍ
Pho Phyu ຫົວໜ້າກຸ່ມກ່າວ
ວ່າ ພວກພໍ່ນາເຫຼົ່ານີ້ ບໍ່ມີທາງ
ເລືອກ ນອກຈາກການລົງສູ່
ຖະໜົນຫົນທາງທຳການປະ
ທ້ວງ ​ເພື່ອ​ສະ​ແດງຄວາມບໍ່ພໍ
ໃຈຂອງພວກເຂົາເຈົ້າ.

ຕຳຫຼວດໄດ້ຢຶດເອົາປ້າຍຄຳ
ຂວັນ ແລະສັ່ງໃຫ້ພວກພໍ່ນາ
ເຫຼົ່ານີ້ ແຍກຍ້າຍກັນໜີ​ໄປ
ດ້ວຍຄວາມສະຫງົບ. ອົງການ
ຂ່າວຝັ່ງລາຍງານວ່າ ເຈົ້າໜ້າທີ່ໄດ້ຈັບກຸມພວກປະທ້ວງ ປະມານ 7 ຄົນ.

ການໂຮມຊຸມນຸມປະທ້ວງແມ່ນເປັນສິ່ງທີ່ບໍ່ຄ່ອຍໄດ້ເຫັນກັນຢູ່ໃນມຽນມາ ຊຶ່ງໄດ້ປົກຄອງ
ໂດຍລະບອບຜະເດັດການຂອງພວກທະຫານເປັນເວລາ 5 ທົດສະວັດກ່ອນທີ່ລັດຖະບານ
ພົນລະເຮືອນທີ່ຫາກໍຖືກເລືອກຕັ້ງ ເຂົ້າຮັບໜ້າທີ່ໃນໄລຍະບໍ່ເທົ່າໃດເດືອນຜ່ານມານີ້. ການ
ປະທ້ວງເທື່ອກ່ອນໆໃນປີ 1988 ແລະປີ 2007 ນັ້ນ ໄດ້ຖືກພວກທະຫານທັບມ້າງຢ່າງ
ໂຫດຮ້າຍທີ່ສຸດ.

XS
SM
MD
LG