ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພະສົງແລະພວກປະທ້ວງ ໃນມຽນມາ ພາກັນໂຮມຊຸມນຸມ ຢູ່ຢ້າງກຸ້ງ (ສະໄລດ໌)


ພະສົງ ແລະພວກປະທ້ວງກຸ່ມອື່ນໆ ໄດ້ພາກັນໂຮມຊຸມນຸມ ຢູ່ໃນນະຄອນຢ້າງກຸ້ງ ເພື່ອຮຽກຮ້ອງໃຫ້ ປະທານາທິບໍດີ Thein Sein ຮັບຜິດຊອບ ຕໍ່ການທັບມ້າງການປະທ້ວງຢູ່ບໍ່ແຮ່ ທີ່ສົ່ງ​ຜົນໃຫ້ຫລາຍສິບຄົນໄດ້ຮັບບາດເຈັບ ໃນເດືອນແລ້ວນີ້.
ພະສົງ ແລະພວກປະທ້ວງກຸ່ມອື່ນໆ ໄດ້ພາກັນໂຮມຊຸມນຸມ ຢູ່ໃນນະຄອນຢ້າງກຸ້ງ ເພື່ອຮຽກຮ້ອງໃຫ້ ປະທານາທິບໍດີ Thein Sein ຮັບຜິດຊອບ ຕໍ່ການທັບມ້າງການປະທ້ວງຢູ່ບໍ່ແຮ່ ທີ່ສົ່ງ​ຜົນໃຫ້ຫລາຍສິບຄົນໄດ້ຮັບບາດເຈັບ ໃນເດືອນແລ້ວນີ້.
ພະສົງ ແລະພວກປະທ້ວງກຸ່ມອື່ນໆ ໄດ້ພາກັນໂຮມຊຸມນຸມຢູ່
ໃນນະຄອນຢ້າງກຸ້ງ ຊຶ່ງເປັນຕົວເມືອງໃຫຍ່ທີ່ສຸດຂອງມຽນມາ
​ໃນ​ວັນ​ເສົາ​ວານ​ນີ້ ເພື່ອຮຽກຮ້ອງໃຫ້ປະທານາທິບໍດີ Thein
Sein ຮັບເອົາຄວາມຮັບຜິດຊອບຕໍ່ການທັບມ້າງກາ ປະທ້ວງ
ຢູ່ບໍ່ແຮ່ ທີ່ສົ່ງ​ຜົນໃຫ້ຫລາຍສິບຄົນໄດ້ຮັບບາດເຈັບ ໃນເດືອນ
ແລ້ວນີ້.

ພວກນັກເຄື່ອນໄຫວ ພາກັນປະທ້ວງຕໍ່ການເຂົ້າໄປ​ແຊກ​ແຊງ
ຂອງຕໍາຫລວດໃນວັນ ທີ 29 ພະຈິກທີ່ຜ່ານມາ ຊຶ່ງພວກເຂົາ
ເຈົ້າເວົ້າວ່າ ​ໄດ້ເຮັດໃຫ້ປະມານ 50 ຄົນໄດ້ ຮັບບາດເຈັບ
ໃນນັ້ນລວມມີຄູບາຢູ່ 20 ອົງ.

​ໃນ​ເຫດ​ການ​ດັ່ງກ່າວ​ນັ້ນ ພວກປະ​ທ້ວງພາກັນໄປໂຮມຊຸມນຸມ
ຢູ່ໃກ້​ບໍ່ທອງ​ແດງ​ແຫ່ງ​ນຶ່ງ ຢູ່​ເມືອງ Monywa ທາງພາກຕາເວັນຕົກສຽງເໜືອຂອງປະເທດ ເພື່ອເດີນ ຂະບວນ ຕໍ່ຕ້ານໂຄງການ​ຂະຫຍາຍການຂຸດຄົ້ນບໍ່ແຮ່ ຊຶ່ງພວກເຂົາເຈົ້າເຊື່ອ ວ່າ ​ ສ້າງ​ຜົນ​ກະທົບ​ຕໍ່​ສະພາບ​ແວດ​ລ້ອມ ​ແລະຕໍ່ປະຊາຊົນໃນທ້ອງຖິ່ນ.

ຕໍາຫລວດໄດ້ເຄື່ອນກໍາລັງ​ເຂົ້າ​ໄປເພື່ອໃຫ້ພວກປະທ້ວງສະຫລາຍຕົວ ແລະທັບມ້າງການ ກາງເຕັ້ນຂອງພວກເຂົາເຈົ້າ.

ລັດຖະບານໄດ້ອອກຄໍາຂໍຂະມາໂທດຕໍ່ພວກທີ່ໄດ້ຮັບບາດເຈັບ ແຕ່ວ່າພວກປະທ້ວງ ເວົ້າ ວ່າ ເຂົາເຈົ້າຢາກໃຫ້ ປະທານາທິບໍດີຮັບເອົາຄວາມຮັບຜິດຊອບຕໍ່ເຫດການດັ່ງກ່າວ.

ເບິ່ງສະໄລດ໌ ກ່ຽວກັບການປະທ້ວງໃນມຽນມາ ມາຮອດວັນທີ 8 ທັນວາ

XS
SM
MD
LG