ນັກເຄື່ອນໄຫວ ພ້ອມດ້ວຍພະສົງ ຫຼາຍຮ້ອຍຄົນ ໄດ້ທໍາພິທີສວດມົນໃນເມື່ອວັນພຸດຜ່ານ
ມານີ້ ຢູ່ນະຄອນຢາງກຸ້ງ ເພື່ອເປັນຂີດໝາຍວັນຄົບຮອບ ປີທີ 24 ຂອງການລຸກຮືຂຶ້ນເພື່ອ
ປະຊາທິປະໄຕທີ່ບໍ່ສໍາເລັດຜົນ ໃນປີ 1988 ນັ້ນ. ແລະເປັນເທື່ອທໍາອິດທີ່ບັນດາເຈົ້າໜ້າທີ່
ມຽນມາ ໄດ້ສະແດງການຮັບຮູ້ແລະຮອດໃຫ້ການສະໜັບສະໜຸນທາງການເງິນ ແກ່ການ
ຈັດພິທີດັ່ງກ່າວນີ້.
ລັດຖະມົນຕີກະຊວງການລົດໄຟແລະອຸດສາຫະກໍາຂອງມຽນມາ ໄດ້ບໍລິຈາກເງິນຈໍານວນ
ປະມານ 230 ໂດລາ ໃຫ້ແກ່ວັດແຫ່ງນຶ່ງ ທີ່ເປັນເຈົ້າພາບຈັດພິທີລະນຶກເຖິງວັນດັ່ງກ່າວ.
ນອກນີ້ແລ້ວ ທາງກະຊວງຍັງໄດ້ມອບເງິນຈໍານວນ 1000 ກ່ວາໂດລາ ໃຫ້ແກ່ກຸ່ມທີ່ນໍາພາ
ການເຄື່ອນໄຫວໃນເວລານັ້ນ ທີ່ເອີ້ນກັນວ່າ ກຸ່ມຄົນລຸ້ນປີ 88 ນັ້ນ.
ທ່ານ Nyan Win ໂຄສົກພັກຝ່າຍຄ້ານ ສັນນິບາດແຫ່ງຊາດເພື່ອປະຊາທິປະໄຕມຽນມາ
ເວົ້າວ່າ ທ່າທີທີ່ສະແດງມານີ້ ຖືວ່າເປັນຮ່ອງຮອຍທີ່ດີ.
ໂຄສົກ ນວຽນ ວິນ ກ່າວວ່າ: “ພວກເຮົາຂໍສະແດງຄວາມຍິນດີຕໍ່ການຮ່ວມປະກອບສ່ວນ
ແລະການຮັບຮູ້ການເຄື່ອນໄຫວຄົນລຸ້ນປີ 88 ນີ້ ຊຶ່ງຂ້າພະ ເຈົ້າຄິດວ່າ ມັນເປັນຮ່ອງຮອຍ
ປະການນຶ່ງແຫ່ງຄວາມປອງດອງຊາດ”
ການລຸກຮືດັ່ງກ່າວເກີດຂຶ້ນ ເມື່ອວັນທີ່ 8 ເດືອນສິງຫາ ປີ 1988 ຢູ່ໃນເມືອງກຸ້ງ ຊຶ່ງຍັງເປັນ
ເມືອງຫຼວງຂອງມຽນມາໃນເວລານັ້ນ ໂດຍທີ່ບັນດານັກສຶກສາໄດ້ພາກັນເດີນຂະບວນ
ປະທ້ວງຕໍ່ຕ້ານລັດຖະບານທະຫານ ທວງເອົາການປະຕິຮູບ.
ປະຊາຊົນຫຼາຍຮ້ອຍພັນຄົນໄດ້ພາກັນອອກມາຮ່ວມປະທ້ວງໃນທົ່ວປະເທດ ຈົນກະທັ່ງຝ່າຍ
ທະຫານທໍາການປາບປາມຢ່າງນອງເລືອດ ເລຶ່ອງຈຶ່ງຍຸຕິລົງແລະງຽບໄປ.
ເຊື່ອກັນວ່າ ມີປະຊາຊົນຫຼາຍພັນຄົນຖືກຂ້າຕາຍ ໃນເຫດການຄັ້ງນັ້ນ ແລະອີກຈໍານວນ
ນັບບໍ່ຖ້ວນ ໄດ້ຖືກຈັບເຂົ້າຄຸກ ເຖິງແມ່ນຝ່າຍລັດຖະບານຍອມ ຮັບວ່າ ມີພຽງບໍ່ເທົ່າໃດ
ຮ້ອຍຄົນທີ່ເສຍຊີວິດ ກໍຕາມ.
ທີ່ບາງກອກ ພວກປະທ້ວງກຸ່ມນຶ່ງ ໄດ້ເຕົ້າໂຮມກັນຢູ່ບໍລິເວນນອກສະຖານທູດມຽນມາ
ເພື່ອທໍາພິທີໃຫ້ກຽດແກ່ພວກທີ່ເສຍຊີວິດໄປໃນເຫດການຄັ້ງນັ້ນ.
ທ່ານນາງ Debbie Stothard ຜູ້ປະສານງານປະຈໍາເຄືອຂ່າຍ ASEAN ທາງເລືອກ
ກ່ຽວກັບມຽນມາ ຫຼື Alternative ASEAN Network ກ່າວວ່າ ການໃຫ້ການສະໜັບ
ສະໜຸນແກ່ວັນຄົບຮອບດັ່ງກ່າວນີ້ ນັບວ່າເປັນບາດກ້າວປ່ຽນແປງຢ່າງໃຫຍ່ ໄປຈາກ
ປະຕິກິລິຍາທີ່ເຄີຍມີມາຂອງລັດຖະບານມຽນມາ. ແຕ່ເດບບີ້ ສະໂຕເທີດ ໃຫ້ຂໍ້ສັງເກດ
ຕື່ມວ່າ ບໍ່ມີໃຜເຄີຍຖືກນໍາມາຮັບເອົາຄວາມຮັບຜິດຊອບ ຕໍ່ການເສຍຊີວິດໃນເຫດການ
ຄັ້ງນັ້ນ ແຕ່ຢ່າງໃດເລີຍ.
“ຂ້າພະເຈົ້າຄິດວ່າ ມັນຈະບໍ່ເປັນການປ່ຽນແປງທີ່ຍິ່ງໃຫຍ່ດອກ ເວັ້ນເສຍແຕ່ວ່າ
ປະທານາທິບໍດີເອງ ແລະຝ່າຍທະຫານເອງ ຍອມຮັບວ່າ ເຫດການທີ່ໂຊກຮ້າຍ
ອັນນັ້ນ ໄດ້ເກີດຂຶ້ນໃນປະວັດສາດຂອງພວກເຂົາເຈົ້າ ແລະ ໃຫ້ຄໍາໝັ້ນສັນຍາ
ຢ່າງໃດຢ່າງນຶ່ງ ວ່າຈະທໍາການແກ້ໄຂ ໃນສິ່ງທີ່ໄດ້ເກີດຂຶ້ນເມື່ອປີ 1988 ນັ້ນ”
ການເລືອກຕັ້ງເມື່ອຄັ້ງປີ 2010 ໄດ້ນໍາເອົາປະທານາທິບໍດີ ເທນ ເຊນ ຂຶ້ນ ມາກໍາອໍາ
ນາດບໍລິຫານປະເທດ ແລະທ່ານກໍໄດ້ສ້າງຄວາມປະຫຼາດໃຈໃຫ້ແກ່ພວກວິຈານທັງ
ຫຼາຍ ດ້ວຍການປະຕິຮູບທາງການເມືອງຫຼາຍຢ່າງ ໂຮມທັງການປ່ອຍຕົວພວກນັກ
ໂທດການເມືອງຫຼາຍຮ້ອຍຄົນ.
ໃນການປ່ຽນແປງທີ່ສໍາຄັນທີ່ສຸດຢ່າງນຶ່ງໃນຫຼາຍໆຢ່າງນັ້ນ ກໍຄືອະດີດນັກໂທດການ
ເມືອງ ແລະຜູ້ນໍາພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ຫຼື NLD ກໍຄືທ່ານນາງ
ອອງຊານ ຊູຈີ ໄດ້ຖືກເລືອກຕັ້ງໃຫ້ເປັນສະມາຊິກສະພາຜູ້ແທນ.
ໂກລາເຕ ສະມາຊິກຄົນນຶ່ງກຸ່ມຄົນລຸ້ນປີ 88 ຍອມຮັບຮູ້ວ່າ ມີການເຄຶ່ອນໄຫວໄປສູ່
ປະຊາທິປະໄຕຢູ່ໃນປະເທດຈິງ ແຕ່ກໍຍັງຄົງມີການທ້າທາຍຫລາຍຢ່າງຫລາຍອັນຢູ່.
ໂກລາເຕ ກ່າວວ່າ ຫຼາຍສິ່ງເລິ່ມປ່ຽນແປງໄປຢູ່ໃນມຽນມາ ແຕ່ລາວຄິດວ່າ ນີ້ເປັນພຽງ
ຂັ້ນເລີ່ມຕົ້ນເທົ່ານັ້ນ ເພາະມີການປຶກສາຫາລືກັນເລຶ່ອງຕ່າງໆຢູ່ ໃນສະພາ ແຕ່ແນວ
ໃດກໍດີ ມາຮອດປັດຈຸບັນນີ້ ພວກເຮົາກໍຍັງບໍ່ເຫັນສະວັດດິການໃດໆເທື່ອ.
ກຸ່ມຄົນລຸ້ນປີ 88 ກໍາລັງຮຽກຮ້ອງໃຫ້ປ່ອຍຕົວພວກນັກໂທດການເມືອງຈຸທີ່ຍັງເຫຼືອນັ້ນ
ທັງໝົດ ແລະໃຫ້ອະນຸຍາດໃຫ້ບັນດານັກເຄື່ອນມຽນມາພັດຖິ່ນ ກັບຕ່າວຄືນບ້ານໄດ້.