ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພວກຄົນທຸກຍາກ ໃນເຂດຊານເມືອງຢ່າງກຸ້ງ ຈະຖືກໄລ່ທີ່ ໂດຍບໍ່ມີຄ່າຕອບແທນ


ພວກ​ຊາວບ້ານ​ຊາວ​ເມືອງ​ທີ່​ອາ​ໃສ​ຢູ່​ໃນ​ເຂດຕ່າງໆ​ທີ່​ຍາກຈົນທີ່ສຸດໃນ​ມຽນ ມາ ກໍາ​ລັງ​ປະ​ເຊີນ​ການ​ຖືກ​ຂັບ​ໄລ່​ອອກ​ຈາກ​ບ້ານ​ຢູ່​ອາ​ໃສ​ເພື່ອ​ແຜ້ວ​ທາງ ​ໃຫ້​ແກ່ການ​ພັດທະນາ​.

ຄຸ້ມ Dala ຊຶ່ງ​ເປັນ​ຄຸ້ມ​ສະຫລໍາ​ໃນ​ເຂດຊານ​ເມືອງຢ່າງ​ກຸ້ງ​ ເມືອງ​ໃຫຍ່​ທີ່​ສຸດຂອງ​ມຽນມາ ແຕ່ຕັ້ງ​ຢູ່ອີກ​ຟາກ​ນຶ່ງ​ຂອງແມ່ນໍ້າ​ຢາງ​ກຸ້ງ. ​ເຖິງ​ແມ່ນ​ເປັນ​ຄຸ້ມ​ທີ່​ຕັ້ງ​ຢູ່​ໃນ​ຈຸດຍຸດ​ທະ​ສາດກໍ​ຕາມ ປະ​ຊາ​ຊົນ​ຫລາຍ​ພັນ​ຄົນ​ໃນ​ຄຸ້ມ​ນັ້ນ ກໍດໍາລົງ​ຊີວິດ​ຢູ່ດ້ວຍ​ຄວາມ​ຍາກຈົນ​ແສນ​ສາຫັດ ສ່ວນ​ໃຫຍ່​ເປັນ​ຍ້ອນ​ບໍ່​ມີ​ສະພານຂ້າມ​ແມ່​ນໍ້າ ​ໄປ​ຫາ​ໂຕ​ເມືອງ. ການ​ບໍລິການ​ຂົນ​ສົ່ງ​ທາງ​ເຮືອ​ແລະ​ສ້ອມ​ແປງ​ເຮືອ ​ເປັນ​ແຫ​ລ່ງລາຍ​ໄດ້​ສໍາຄັນ​ຂອງ​ຄົນ​ທ້ອງ​ຖິ່ນນີ້.

ແຕ່ວ່າ​ໃນ​ຂະນະ​ທີ່​ມຽນມາກໍາລັງດໍາ​ເນີນ​ການ​ພັດທະນາ​ປະ​ເທດ​ຊາດ​ນີ້ ຊາວບ້ານໃນ​ຄຸ້ມດາລາ ​ແລະ​ພວກ​ທີ່ຢູ່ໃນ​ຄຸ້ມ​ໃກ້​ຄຽງ​ກັນ​ນັ້ນ ​ແມ່ນ​ປະ​ເຊີນ ກັບ​ການ​ຖືກ​ຂັບ​ໄລ່​ອອກ​ຈາກບ້ານ​ຢູ່​ອາ​ໃສ ​ໂດຍ​ປາດ​ສະ​ຈາກ​ຄ່າ​ຊົດ​ເຊີຍ​ໃດໆ

ພວກ​ຊາວ​ຄຸ້ມດາລາ ກ່າວ​ວ່າ​ບັນດາ​ເຈົ້າໜ້າ​ທີ່​ລັດຖະບານ​ໄດ້​ໄປ​ຢ້ຽມຢາມ ​ເຂດ​ສະຫລໍາ​ດັ່ງກ່າວ​ເປັນ​ປະ​ຈໍາ​ ໃນ​ໄລຍະ​ບໍ່​ເທົ່າ​ໃດ​ເດືອນ​ຜ່ານ​ມາ ​ແລະ​ເຈົ້າໜ້າ​ທີ່ໄດ້​ບອກ​ພວກ​ເຂົາ​ເຈົ້າວ່າ ພວກ​ເຂົາ​ເຈົ້າຕ້ອງ​ໄດ້​ຍ້າຍ​ໜີ​ໄປອາ​ໃສ​ຢູ່​ບ່ອນ​ອື່ນ ​ເພື່ອ​ວ່າ​ທາງ​ການ​ຈະ​ໃຊ້​ພື້ນ​ທີ່​ນີ້​ສໍາລັບ​ການ​ພັດທະນາ ​ແຕ່ ຈະ​ບໍ່​ມີຄ່າ​ຊົດ​ເຊີຍ​ໃດໆ​ຈາກ​ລັດຖະບານ.

ຄົນ​ທ້ອງ​ຖິ່ນ​ດັ່ງກ່າວ​ສ່ວນ​ຫລາຍ​ກ່າວ​ວ່າ ພວກ​ເຂົາ​ເຈົ້າກໍ​ບໍ່​ຮູ້​ວ່າຈະ​ຍ້າຍ ​ໄປ​ຢູ່​ໃສ ​ເພື່ອ​ໄປ​ຕັ້ງ​ຊີວິດ​ໃໝ່​ນັ້ນ.

ຂະນະ​ນີ້ ລັດຖະບານ​ພົນລະ​ເຮືອນ​ແຕ່​ໃນ​ນາມ​ຊຸດໃໝ່​ຂອງ​ມຽນມາ​ກໍາລັງ ດໍາ​ເນີນ​ການ​ປະຕິ​ຮູບ​ຕ່າງໆ​ເພື່ອ​ປະຊາທິປະ​ໄຕ ທີ່​ຍັງ​ຜົນ​ໃຫ້​ບັນດາ​ລັດຖະ ບານ​ປະ​ເທດ​ຕາ​ເວັນ​ຕົກ​ຜ່ອນຜັນ​ການ​ລົງ​ໂທດ ທີ່ໄດ້ນໍາ​ໃຊ້​ຕໍ່​ລັດ​ຖະບານ​ທະຫານ​ຊຸດ​ກ່ອນ​ນັ້ນ. ​ເວລາ​ນີ້ ​ປະ​ເທດ​ມຽນມາ​ກໍາລັງ​ເປີດ​ກວ້າງ ​ເພື່ອ​ພັດທະນາ​ເສດຖະກິດ ​ແລະ​ຮັບ​ເອົາການ​ລົງທຶນ​ຂອງ​ຕ່າງປະ​ເທດ.

XS
SM
MD
LG