ປະເທດມຽນມານັ້ນ ຖືວ່າເປັນປະເທດທີ່ທຸກຈົນທີ່ສຸດປະ
ເທດນຶ່ງຂອງໂລກ ແລະລັດຖະບານທະຫານມຽນມາ
ເປັນຜູ້ຜູກຂາດຄອບງໍາເສດຖະກິດແຕ່ຝ່າຍດຽວ.
ແຕ່ວ່າ ເວລານີ້ ລັດຖະບານກໍກໍາລັງເຄຶ່ອນໄຫວໄປສູ່ການ
ປະຕິຮູບເສດຖະກິດອັນໂຮມທັງການນໍາເອົາຊັບສິນຂອງລັດ
ໃນຈໍານວນຮອດ 90 ເປີເຊັນອອກຂາຍໃຫ້ເອກະຊົນ.
ໃນຂະນະທີ່ລາຍລະອຽດບໍ່ມີຫລາຍນັ້ນລາຍງານຂອງສື່
ມວນຊົນຢູ່ໃນນະຄອນຢ່າງກຸ້ງເມືອງຫລວງເກົ່າຂອງປະເທດ
ເວົ້າວ່າຊັບສິນທີ່ລັດເປັນເຈົ້າຂອງຫລາຍກວ່າ 400 ຢ່າງອັນ
ໂຮມທັງສະໜາມບິນ, ຕຶກອາຄານ, ປໍ້ານໍ້າມັນ ແລະດິນ
ດອນທີ່ຢູ່ໃກ້ໆກັບທ່າເຮືອໃຫຍ່ນັ້ນ ໄດ້ຖືກຂາຍທອດໄປ.
ທ່ານ Douglas Clayton ຜູ້ອໍານວຍການຝ່າຍບໍລິຫານ
ຂອງກອງທຶນສໍາລັບການລົງທຶນ Leopard Capital ທີ່
ມີຖານຕັ້ງຢູ່ໃນກໍາປູເຈຍກ່າວວ່າການຂາຍຊັບສິນອອກໃຫ້
ເອກະຊົນ ຫລືການກະຈາຍກິດຈະການຂອງລັດໄປສູ່ພາກເອກະຊົນນັ້ນ ຖືເປັນບາດກ້າວ
ນຶ່ງໄປສູ່ຄວາມມີປະສິດທິຜົນຫລາຍຂຶ້ນ ຊຶ່ງທ່ານອະທິບາຍວ່າ:
“ການໂອນເສດຖະກິດໃຫ້ເປັນຊັບສິນຂອງພາກເອກະຊົນ ມີທ່າວ່າຈະເຮັດໃຫ້
ເສດຖະກິດມີການຄຸ້ມຄອງດີຂຶ້ນ. ມັນເປັນບາດກ້າວອັນນຶ່ງໄປສູ່ການປັບປຸງ
ມຽນມາໃຫ້ທັນສະໄໝ ແລະເຖິງແມ່ນຊິເຮັດດ້ວຍວິທີໃດກໍຕາມຜົນຮັບທີ່ຈະ
ຕິດຕາມມານັ້ນກໍຄົງຈະບໍ່ຂີ້ຮ້າຍໄປກວ່າ ສະພາບການໃນປັດຈຸບັນ ແລະອາດ
ຈະດີຂຶ້ນກວ່າເກົ່າຫລາຍກໍໄດ້. ຈະມີຜົນປະໂຫຍດຢ່າງຫລວງຫລາຍຈາກການ
ເປີດກວ້າງເສດຖະກິດໃຫ້ເສລີ. ສະນັ້ນ ມັນກໍຈະມີແຮງຜັກດັນໃຫ້ທໍາການປະ
ຕິຮູບຕື່ມອີກໃນອະນາຄົດ.”
ແຕ່ພວກຊ່ຽວຊານກ່ຽວກັບມຽນມາກ່າວວ່າ ການກະຈາຍຊັບສິນຫລືກິດຈະການຂອງລັດ
ໄປສູ່ພາກເອກະຊົນດັ່ງກ່າວນັ້ນ ແມ່ນເປັນສ່ວນນຶ່ງຂອງຄວາມພະຍາຍາມຂອງລັດຖະບານ
ທະຫານມຽນມາ ເພື່ອກໍາອໍານາດຂອງຕົນຕໍ່ໄປ ຄືພວກເຂົາເຈົ້າກ່າວວ່າ ຊັບສິນສ່ວນໃຫຍ່
ນັ້ນໄດ້ຕົກໄປເປັນຂອງພວກນັກທຸລະກິດ ທີ່ມີຄວາມກ່ຽວພັນກັບຝ່າຍທະຫານໃນຄວາມ
ພະຍາຍາມຂອງຝ່າຍທະຫານເພື່ອສ້າງຖານສະໜັບສະໜຸນກ່ອນການເລືອກຕັ້ງເມື່ອປີຜ່ານ
ມານີ້.
ພວກພັກການເມືອງຕ່າງໆທີ່ໃກ້ຊິດກັບລັດຖະບານທະຫານໄດ້ຊະນະການເລືອກຕັ້ງຄືໄດ້
ຮັບປະມານ 80 ເປີເຊັນຂອງຈໍານວນບ່ອນນັ່ງທີ່ປ່ອຍໃຫ້ປະຊາຊົນເລືອກເອົາ ຄື 75%
ຂອງບ່ອນນັ່ງທັງໝົດໃນສະພາໃນການເລືອກຕັ້ງເມື່ອເດືອນພະຈິກປີຜ່ານມານັ້ນ ຊຶ່ງເປັນ
ເທື່ອທໍາອິດໃນຮອບ 20 ປີ. ສ່ວນບ່ອນນັ່ງອີກ 25% ກໍໄດ້ແຍກໄວ້ໃຫ້ຝ່າຍທະຫານ
ອີກຕ່າງຫາກ ພາຍໃຕ້ລັດຖະທໍາມະນູນທີ່ຮ່າງຂຶ້ນມາໃໝ່. ສະພາແຫ່ງຊາດຊຸດໃໝ່ຂອງ
ມຽນມາຈະໄຂຂື້ນໃນອາທິດໜ້ານີ້. ນາງ ອາລິຊັນ ວິແຄຣີ ນັກເສດຖະສາດຈາກມະຫາ
ວິທະຍາໄລ Macquire University ຂອງອອສເຕຣເລຍກ່າວວ່າ :
“ການຂາຍຊັບສິນຕ່າງໆທັງໝົດຂອງລັດ ທີ່ມີຂຶ້ນກ່ອນໜ້າການເລືອກຕັ້ງນັ້ນ
ກໍແມ່ນເພື່ອເປັນການສົ່ງເສີມການສະໜັບສະໜູນ ຈາກພວກນັກທຸລະກິດໃຫຍ່
ບາງຄົນ. ຕົວຢ່າງເຊັ່ນ ເດີ່ນບິນກໍຂາຍໃຫ້ແກ່ພວກນັກທຸລະກິດທີ່ມີສາຍພົວ
ພັນດີກັບພວກຢູ່ໃນລະບອບປົກຄອງທະຫານມາເປັນເວລາຕັ້ງຫລາຍປີ. ສະນັ້ນ
ມັນກໍເປັນທີ່ແຈ້ງຂາວແລ້ວວ່າ ລະບອບປົກຄອງຂອງພວກທະຫານຮູ້ດີວ່າ ຕ້ອງ
ເອົານັກທຸລະກິດພວກນີ້ ໄວ້ທາງຂ້າງພວກເຂົາເຈົ້າສະເໝີ, ສ່ວນວ່າ ຈະຈັດ
ການກ່ຽວກັບເລື້ອງນີ້ ແບບໃດໃນອະນາຄົດນັ້ນ ກໍເປັນອີກບັນຫານຶ່ງ.”
ພວກນັກຊ່ຽວຊານກ່ຽວກັບມຽນມາ
ບາງຄົນໃຫ້ຂໍ້ສັງເກດວ່າ ພວກຮັບຊື້
ຊັບສິນຂອງລັດ ແມ່ນມີໂຮມທັງພວກ
ບໍລິສັດທີ່ບໍລິຫານໂດຍຝ່າຍທະຫານ
ເຊັ່ນ ບໍລິສັດ Union of Myanmar
Economic Holdings ຊຶ່ງເປັນບໍລິ
ສັດທີ່ຄວບຄຸມເງິນເບ້ຍບໍານານຂອງ
ກອງທັບມຽນມາ ແລະບໍລິສັດການ
ຮ່ວມມືທາງເສດຖະກິດ ຫລື Myan-
mar Economic Corporation
ຊຶ່ງເປັນບໍລິສັດທີ່ກໍາກັບດູແລເງິນທີ່ໄດ້
ມາຈາກການຂາຍພວກລັດວິສາຫະກິດ
ຕ່າງໆນັ້ນ. ນາງ Debbie Stothard
ໂຄສົກສໍາລັບເຄືອຂ່າຍ Alternative
ASEAN Network ກ່າວວ່າ:
“ກະແສຟອງຂອງການ ກະຈາຍຊັບສິນຫລືກິດຈະການຂອງລັດໄປສູ່ ພາກເອກະ
ຊົນທີ່ໄດ້ມີຂຶ້ນນັ້ນ ແມ່ນເປັນການເຄື່ອນໄຫວໄປສູ່ການຫັນປ່ຽນຊັບສິນຂອງລັດ
ໃຫ້ເປັນຊັບສິນສ່ວນໂຕຂອງອຳນາດປົກຄອງທະຫານ ແລະສະມັກພັກພວກຂອງ
ພວກເຂົາ ຊຶ່ງໃນນັ້ນກໍລວມທັງພວກຜູ້ນຳ ພັກເພື່ອຄວາມສາມັກຄີແລະການພັດ
ທະນາຂອງສະຫະພາບ ຫລື Union Solidarity and Development Party
ຊຶ່ງເປັນພັກໃຫຍ່ທີ່ສຸດທີ່ໜູນຫລັງອໍານາດປົກຄອງທະຫານຢູ່ໃນເວລານີ້. ”
ທ່ານ Bertil Lintner ນັກແຕ່ງແລະນັກວິຈານກ່ຽວກັບມຽນມາເຫັນພ້ອມນໍາຂໍ້ທີ່ວ່າ ການ
ຂາຍຊັບສິນອອກນັ້ນ ຍັງອໍານວຍໃຫ້ການເສດຖະກິດສ່ວນໃຫຍ່ຕົກຢູ່ພາຍໃຕ້ການຄວບຄຸມ
ຂອງລັດຖະບານທະຫານຢູ່. ແຕ່ທ່ານກໍກ່າວວ່າ ມັນອາດຈະແຜ້ວທາງໃຫ້ມີການລົງທຶນຂອງ
ພາກສ່ວນເອກະຊົນກໍໄດ້.
“ປະຊາຊົນຈະພາກັນເວົ້າວ່າ ເບິ່ງໂອກາດໃໝ່ໆເຫລົ່ານີ້ແມ້ ເບິ່ງພວກບໍລິສັດແລະ
ອົງການຕ່າງໆທີ່ເປັນຂອງເອກະຊົນແລ້ວ ເບິ່ງເສດຖະກິດທີ່ມີການປັບປຸງໂຄງສ້າງ
ໃໝ່ ແລະອື່ນໆອີກ. ແຕ່ວ່າ ເສດຖະກິດກໍຢູ່ໃນສະພາວະຂີ້ຮ້າຍຈົນເຂົາເຈົ້າຕ້ອງ
ໄດ້ເຮັດສິ່ງໃດສິ່ງນຶ່ງ.”
ທ່ານ Peter Gallo ປະຈໍາບໍລິສັດ Pacific Risk ຊຶ່ງເປັນບໍລິສັດໃຫ້ຄໍາປຶກສາໃນເລື້ອງ ຕໍ່ຕ້ານການຟອກເງິນໃນຮ່ອງກົງກ່າວເຕືອນວ່າ ພວກນັກລົງທຶນຊາວຕ່າງປະເທດທັງຫລາຍ ຈະຕ້ອງດໍາເນີນການຢ່າງລະມັດລະວັງທີ່ສຸດຢູ່ໃນມຽນມາເຖິງແມ່ນຈະມີການກະຈາຍກິດຈະ
ການຂອງລັດ ໄປສູ່ພາກເອກະຊົນກໍຕາມ ເພາະວ່າສະຫະລັດ, ສະຫະພັນຢຸໂຣບ ແລະ
ພວກລັດຖະບານອື່ນໆໄດ້ພາກັນນໍາໃຊ້ການລົງໂທດທາງເສດຖະກິດຫລາຍໆບັ້ນ ຕໍ່ລັດຖະ
ບານໃນມຽນມານັ້ນ ເພື່ອຜັກດັນໃຫ້ມີການປະຕິຮູບທາງການເມືອງ.
“ແທ້ຈິງແລ້ວ ບັນຫາໃຫຍ່ໆທີ່ຖືກຕ້ອງກັບສະພາບໂຕຈິງນັ້ນ ແມ່ນເລື້ອງການ
ປົກຄອງດ້ວຍໂຕບົດກົດໝາຍ ແລະສະຖານະການດ້ານສິດທິມະນຸດ. ທ່ານຈະມີ
ລັດຖະບານແບບໃດກໍໄດ້ຕາມໃຈມັກ ແລະມັນບໍ່ສໍາຄັນວ່າ ຈະເປັນລັດຖະບານ
ທີ່ຖືກເລືອກຕັ້ງເອົາແບບປະຊາທິປະໄຕຕາມການກ່າວອ້າງນັ້ນ ຫລືບໍ່ກໍຕາມ
ແຕ່ຖ້າມີການລະເມີດສິດທິມະນຸດຢ່າງໂຈ່ງແຈ້ງເປີດແປນຢູ່ໃນປະເທດນັ້ນແລະ
ເປັນທີ່ຮູ້ຈັກກັນດີແລ້ວ ການປະນາມຈາກນາໆຊາດກໍຈະມີຢູ່ຕໍ່ໄປ.”
ຫລາຍໆບໍລິສັດໃຫຍ່ໆຂອງມຽນມາ ເຊັ່ນ ບໍລິສັດ Myanmaar Economic Holdings ແມ່ນຖືກຈັດຢູ່ໃນບັນຊີລົງໂທດດັ່ງກ່າວ.
ນາງ Debbie Stothardt ນັກເຄຶ່ອນໄຫວດ້ານສິດທິ ກ່າວວ່າການປະຕິຮູບຕ່າງໆນັ້ນບໍ່ໄດ້
ປັບປຸງຊີວິດຄວາມເປັນຢູ່ຂອງຊາວມຽນມາສ່ວນໃຫຍ່ ໃຫ້ດີຂຶ້ນເລີຍ ຊຶ່ງນາງເດບບີ ກ່າວວ່າ
“ຄົນສ່ວນໃຫຍ່ໃນມຽນມາ ແມ່ນບໍ່ມີນໍ້າສະອາດໃຊ້, ບໍ່ມີໄຟຟ້າໃຊ້ໃນລະດັບພື້ນ
ຖານ, ບໍ່ໄດ້ຮັບການຮັກສາສຸຂະພາບແລະການສຶກສາໃນຂັ້ນພື້ນຖານ. ສະນັ້ນ
ການເຄື່ອນໄຫວໄປສູ່ການກະຈາຍຊັບສິນຂອງປະເທດທັງໝົດໄປສູ່ພາກເອກະຊົນ
ກໍແມ່ນເປັນການຫັນປ່ຽນເອົາຊັບສິນຂອງລັດ ໄປເປັນຂອງສ່ວນໂຕຂອງພວກຜູ້ນໍາ
ທະຫານ ແລະພັກພວກຂອງພວກເຂົາ ເປັນຕົ້ນຕໍ, ແລະມັນກໍຍັງຈະບໍ່ຊ່ວຍເຮັດ
ໃຫ້ສະຖານະການດີຂຶ້ນແຕ່ຢ່າງໃດ ສໍາລັບຊາວມຽນມາທໍາມະດາສາມັນນັ້ນ.”
ພວກເຈົ້າໜ້າທີ່ມຽນມາ ແລະພວກນັກວິເຄາະການເມືອງແຫ່ງຂົງເຂດບາງຄົນ ກ່າວວ່າ ການລົງໂທດຂອງພວກປະເທດຕາເວັນຕົກນັ້ນ ເປັນຕົ້ນເຫດສໍາລັບຄວາມທຸກຈົນຂອງ
ປະເທດ. ສະມາຄົມອາຊ່ຽນ ທີ່ມຽນມາກໍເປັນສະມາຊິກປະເທດນຶ່ງນັ້ນ ຢາກໃຫ້ມີການ ຍົກເລີກການລົງໂທດດັ່ງກ່າວ.
ພວກຜູ້ນໍາສະມາຄົມອາຊ່ຽນກ່າວວ່າ ການເລືອກຕັ້ງແລະການປ່ອຍຕົວ ທ່ານນາງອອງຊານ ຊູຈີ ຈາກການກັກບໍລິເວນນັ້ນ ສະແດງໃຫ້ເຫັນວ່າ ມຽນມາກໍາລັງສ້າງຄວາມກ້າວໜ້າໃນດ້ານການປະຕິຮູບທາງການເມືອງແລ້ວ. ສະມາຄົມອາຊ່ຽນກ່າວວ່າ ເພາະສະນັ້ນ ຈຶ່ງສົມ
ຄວນທີ່ຈະຍົກເລີກການລົງໂທດ.
ແຕ່ພວກກຸ່ມສິດທິຕ່າງໆກ່າວວ່າ ການປ່ຽນແປງຕ່າງໆນັ້ນ ຖືວ່າຍັງໄກຢູ່ຫລາຍ ຈາກການ
ປະຕິຮູບຢ່າງແທ້ຈິງ ໂດຍສະເພາະເນຶ່ອງຈາກວ່າເວລານີ້ ລັດຖະບານທະຫານມຽນມາຍັງກັກ ຂັງພວກນັກໂທດການເມືອງ ຈໍານວນ ຫລາຍກວ່າ 2,000 ຄົນໄວ້ຢູ່ ແລະຍັງຮັກສາການ
ຄວບຄຸມເສດຖະກິດ ຂອງປະເທດໄວ້ຢ່າງແໜ້ນໜຽວ ຢູ່ຕໍ່ໄປ .