ມຽນມາໄດ້ປ່ອຍພວກນັກໂທດການເມືອງ ຢ່າງໜ້ອຍ 21 ຄົນ ບໍ່
ເທົ່າໃດມື້ ກ່ອນທີ່ປະທານາທິບໍດີ Thien Sein ເດີນທາງມາຢ້ຽມ ຢາມສະຫະລັດ ຄັ້ງປະຫວັດສາດ.
ສະມາຄົມໃຫ້ຄວາມຊ່ອຍເຫລືອ ນັກໂທດການເມືອງໃນມຽນມາ
ກ່າວຕໍ່ວີໂອເອ ກ່ຽວກັບການເຄື່ອນໄຫວດັ່ງກ່າວ ໃນວັນສຸກມື້ນີ້.
ທ່ານ Aung Myo Thein ຫົວໜ້າສະມາຄົມໃຫ້ຄວາມຊ່ອຍເຫຼືອ ນັກໂທດການເມືອງໃນມຽນມາ ຢູ່ທີ່ຫ້ອງການ ໃນບາງກອກກ່າວ
ວ່າລາຍລະອຽດກຳລັງທະຍອຍເຂົ້າມາກ່ຽວກັບວ່າມີຜູ້ໃດແດ່ຖືກ
ປ່ອຍ.
ທ່ານເວົ້າວ່າ ພວກເຮົາຂໍໃຫ້ການຢືນຢັນວ່າ ມີນັກໂທດ 23 ຄົນຖືກປ່ອຍແຕ່ພວກເຮົາຍັງບໍ່ ທັນໄດ້ຮັບຂໍ້ມູນຢ່າງລະອຽດເທື່ອຊຶ່ງໃນນັ້ນປະມານ 21 ຄົນແມ່ນເປັນນັກໂທດການເມືອງ.
ນັກຂ່າວວີໂອເອ ພະແນກພາສາມຽນມາຄົນນຶ່ງ ໄດ້ເຫັນກັບຕາ ການປ່ອຍພວກນັກໂທດ ການເມືອງ 10 ຄົນ ຈາກຄຸກໃຫຍ່ Insein ທີ່ມີຊື່ສຽງບໍ່ດີ ໃນນະຄອນຢ່າງກຸ້ງ. ໂຕເລກທີ່ ແນ່ນອນກ່ຽວກັບພວກນັກໂທດທີ່ຖືກປ່ອຍຍັງບໍ່ທັນເປັນທີ່ຈະແຈ້ງເທື່ອ.
ໃນມື້ວັນຈັນຈະມານີ້ ປະທານາທິບໍດີ Thien Sein ຈະເປັນປະມຸກຂອງມຽນມາຄົນທຳອິດ ທີ່ເດີນທາງມາຢ້ຽມຢາມສະຫະລັດໃນຮອບ 47 ປີ. ການຢ້ຽມຢາມທີ່ວ່ານີ້ ມີຂຶ້ນຫຼັງຈາກປະ ທານາທິບໍດີບາຣັກ ໂອບາມາ ໄດ້ກາຍເປັນປະທານາທິບໍດີ ທີ່ຍັງດຳລົງຕຳແໜ່ງຄົນທຳອິດ ອງສະຫະລັດ ເດີນທາງໄປຢ້ຽມຢາມມຽນ ມາໃນເດືອນພະຈິກປີກາຍ.
ວໍຊິງຕັນ ໄດ້ທຳການພົວພັນຄືນໃໝ່ກັບລັດຖະບານມຽນມາ ຊຶ່ງໄດ້ໂຜ່ໂຕມາຈາກການປົກ ຄອງຢ່າງໂຫດຮ້າຍຂອງລັດຖະບານເປັນເວລາເກືອບ 5 ທົດສະວັດ. ນະໂຍບາຍດັ່ງກ່າວ ໄດ້ສ້າງຄວາມບໍ່ພໍໃຈໃຫ້ແກ່ບັນດາກຸ່ມປົກປ້ອງສິດທິມະນຸດຈຳນວນນຶ່ງທີ່ເວົ້າວ່າເຖິງແມ່ນ ໄດ້ມີການປ່ຽນແປງກໍຈິງແຕ່ມຽນມາຍັງສືບຕໍ່ມີຂໍ້ຂາດຕົກບົກຜ່ອງກ່ຽວກັບການເຄົາລົບນັບ ຖືສິດທິມະນຸດຢ່າງຈະແຈ້ງ.