ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມຽນມາ ຍັງເຮັດຄືເກົ່າ ຕໍ່ພວກນັກໂທດການເມືອງ


ການໂຄສະນາຫາສຽງ ໃນມຽນມາ,
ວັນທີ 6 ມີນາ 2012.
ການໂຄສະນາຫາສຽງ ໃນມຽນມາ, ວັນທີ 6 ມີນາ 2012.

ຊາວ​ມຽນມາ​ທີ່​ລີ້​ໄພໃນ​ຕ່າງ​ປະ​ເທດທີ່​ສຳຄັນກຸ່ມນຶ່ງ ກ່າວ​ວ່າ ລັດຖະບານມຽນມາ​ທີ່​ໄດ້​ຮັບ
ການ​ໜຸນ​ຫຼັງ​ຈາກ​ກອງທັບນັ້ນ​ ປະກົດ​ວ່າ ກໍາລັງ​ດໍາ​ເນີນ​ງານ​ໄປຕາມ​ປົກກະຕິ ​ໃນ​ເລື້ອງທີ່​
ກ່ຽວ​ກັບພວກ​ນັກ​ໂທດ​ການ​ເມືອງ ​ເຖິງ​ແມ່ນ​ໄດ້​ປ່ອຍ​ພວກ​ນັກ​ໂທດ​ຈິດ​ສໍານຶກຫລາຍ​ຮ້ອຍ
ຄົນ​ໄປ​ແລ້ວ​ໃນ​ຕົ້ນ​ປີ​ນີ້​ ກໍ​ຕາມ.

ສະມາຄົມ​ຊ່ອຍ​ເຫຼືອ​ພວກ​ນັກ​ໂທດ​ການ​ເມືອງ​ມຽນມາ ທີ່​ມີ​ຫ້ອງການຢູ່​ໃນ​ໄທ ກ່າວ​ໃນ​ວັນ
ອັງຄານ​ມື້​ນີ້​ວ່າ ພວກ​ນັກ​ໂທດ​ການ​ເມືອງ​ຈໍານວນ​ຫລາຍ​ຮ້ອຍ​ຄົນ​ຍັງ​ຄົງ​ຖືກ​ກັກ​ຂັງ​ຢູ່​ໃນ
ຄຸກ​ ​ແລະ​ໄດ້​ຮັບ​ການ​ປະຕິບັດ​ຕໍ່​ຢ່າງ​ຮ້າຍ​ກາດ​ຢູ່.

ທາງ​ການ​ມຽນມາ ​ໄດ້​ປ່ອຍ​ພວກ​ນັກ​ໂທ​ດການ​ເມືອງ​ຈໍານວນ​ຫລາຍກວ່າ 600 ຄົນ​ໃນ
ເດືອນ​ມັງກອນ​ຜ່ານ​ມາ ອັນ​ເປັນ​ການ​ເຄື່ອນ​ໄຫວທີ່​ໄດ້​ຮັບ​ການ​ຍ້ອງຍໍ​ຢ່າງ​ແຜ່​ຫລາຍ​ໂດຍ
ພວກ​ລັດຖະບານ​ຝ່າຍ​ຕາ​ເວັນຕົກ​ ແລະ​ພວກ​ອົງການ​ປົກ​ປ້ອງ​ສິດທິ​ມະນຸດ​ຕ່າງໆ.

ແຕ່​ລາຍ​ງານ​ປະ​ຈໍາ​ເດືອນ​ຂອງສະມາ​ຄົມຊ່ອຍ​ເຫຼືອ​ພວກ​ນັກ​ໂທດ​ການ​ເມືອງ​ມຽນມາ ຫລື
AAPPB ກ່າວ​ວ່າ ພວກ​ນັກ​ໂທດ​ທີ່ຖືກ​ປ່ອຍ​ໂຕອອກ​ມາ​ນັ້ນ​ບາງ​ຄົນ​ໄດ້​ຖືກ​ຈັບ​ກຸມ​ຄືນ ​ແລະ
ຖືກ​ຮາວີ​ລົບ​ກວນ​ ແລະ​ການ​ເຄື່ອນ​ໄຫວ​ໄປມາ​ຂອງ​ພວກ​ເຂົາ​ເຈົ້າ​ໄດ້​ຖືກ​ຈໍາກັດ​ຮັບ​ແຄບ​ຢ່າງ
ຮ້າຍ​ແຮງ.

XS
SM
MD
LG