ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມຽນມາ ປ່ອຍນັກໂທດ ຊຸດທໍາອິດ ທີ່ຮວມທັງ ພວກນັກໂທດການເມືອງ


ນາຍ Zarganar ນັກສະແດງລະຄອນຕະຫລົກແລະຜູ້ຕໍາໜິຕິຕຽນ ລັດຖະບານມຽນມາ ກ່າວຕໍ່ນັກຂ່າວທີ່ສະໜາມບິນລະຫວ່າງຊາດ Yangon, ມຽນມາ.
ວັນທີ 12 ຕຸລາ 2011/
ນາຍ Zarganar ນັກສະແດງລະຄອນຕະຫລົກແລະຜູ້ຕໍາໜິຕິຕຽນ ລັດຖະບານມຽນມາ ກ່າວຕໍ່ນັກຂ່າວທີ່ສະໜາມບິນລະຫວ່າງຊາດ Yangon, ມຽນມາ. ວັນທີ 12 ຕຸລາ 2011/



















ບັນດາ​ກຸ່ມຝ່າຍ​ຄ້ານໃນມຽນມາ​ ແລະ​ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ​ກ່າວ​ວ່າ ລັດຖະບານໄດ້​ປ່ອຍ​ນັກ​ໂທດ​ການ​ເມືອງ​ຫລາຍ​ສິບ​ຄົນໃນ​ວັນ​ພຸດ​ມື້​ນີ້ ຮວມທັງ​ພະສົງ​ທີ່​ມີ​ຊື່​ສຽງ​ອົງ​ນຶ່ງ​ ແລະ​ນັກສະ​ແດງລະຄອນ​ຕະຫລົກ​ຄົນ​ນຶ່ງທີ່​ຜູ້​ຄົນ​ນິຍົມ.

ພວກ​ສະມາຊິກ​ຂອງ​ຝ່າຍ​ຄ້ານ ​ພັກສັນນິບາດ​ແຫ່ງ​ຊາດ​ເພື່ອປະຊາທິປະ​ໄຕ​ໃນ​ມຽນມາ​ ກ່າວ
ວ່າ ທາງ​ອົງການ​ຂອງ​ຕົນ​ໄດ້​ຢືນຢັນວ່າ​ ມີ​ນັກ​ໂທດ​ການ​ເມືອງ​ຈໍານວນ​ຫລາຍ​ກວ່າ 100 ຄົນ​
ຮວມຢູ່​ໃນບັນຊີ​ພວກ​ນັກໂທດ ທີ່​ໄດ້ຮັບການໃຫ້​ອະ​ໄພ​ໂທດ​ຈໍານວນຫລາຍ​ພັນ​ຄົນນັ້ນ.

ທ່ານ​ນາງ​ອອງຊານ​ຊູ​ຈີຜູ້​ນໍາ​ພັກ​ສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ​ໃນ​ມຽນມາຫລື NLD
ກ່າວວ່າ ແຕ່ລະຄົນແມ່ນມີຄ່າສູງຫຼາຍແລະທ່ານນາງຂໍສັນລະເສີນກ່ຽວກັບການປ່ອຍພວກນັກ
ໂທດພວກນັກໂທດເຫຼົ່ານີ້.ນອກນັ້ນແລ້ວ ທ່ານ​ນາງ​ຍັງຫວັງ​ວ່າ ​ພວກ​ນັກ​ໂທດ​ຈິດ​ສໍານຶກຄົນ​
ອື່ນໆ​ອີກ​ຈະໄດ້​ຖືກ​ປ່ອຍໃຫ້ເປັນອິດສະຫຼະ.

ໃນ​ເບື້ອງ​ຕົ້ນ ກຸ່ມ​ສິດທິ​ກຸ່ມ​ນຶ່ງ​ຢູ່​ໃນ​ປະ​ເທດ​ໄທ​ລາຍ​ງານ​ວ່າ ຄູບາ Ashin Gambira ສະ
ມາຊິກ​ກໍ່​ຕັ້ງ​ຄົນ​ນຶ່ງ​ຂອງ​ກຸ່ມ ພັນທະ​ມິດ​ພະສົງ​ມຽນມາ​ທັງ​ໝົດ ​ແລະຜູ້​ນໍາ​ອັນ​ທີ່​ເອີ້ນ​ວ່າການ
ປະຕິວັດ​ຜ້າ​ເຫລືອງ​ໃນ​ປີ 2007 ​ນັ້ນກໍ​ໄດ້​ຖືກ​ປ່ອຍນໍາ ​ແຕ່​ໄດ້​ກ່າວ​ໃນເວລາ​ຕໍ່​ມາ​ວ່າຕົນ​ບໍ່​ສາ
ມາດ​ຢືນຢັນ​ຂ່າວ​ນີ້​ໄດ້.

ໂທລະພາບ​ທີ່​ລັດ​ຄວບ​ຄຸມ​ກ່າວ​ໃນ​ວັນ​ອັງຄານ​ວານ​ນີ້​ວ່າ ລັດຖະບານຈະ​ປ່ອຍ​ພວກ​ນັກ​ໂທດ
ຈໍານວນ​ຫລາຍ​ກວ່າ 6 ພັນ​ຄົນ ຮວມທັງ​ພວກທີ່​ມີ​ອາຍຸ​ສູງ​ແລະມີ​ສຸຂະພາບ​ອ່ອນ​ແອ​ແລະ​
ພວກ​ທີ່​ມີ​ຄວາມ​ປະພຶດ​ດີ. ບໍ່​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ມີ​ພວກ​ນັກ​ໂທດ​ຈິດ​ສໍານຶກ​ຈັກ​ຄົນ​ ໃນ
ຈໍານວນ​ຫລາຍກວ່າ 2 ພັນ​ຄົນ​ໃນ​ມຽນມາ ​ຈະ​ຮວມຢູ່​ໃນ​ຈໍານວນ​ພວກ​ທີ່​ຖືກ​ປ່ອຍ​ໂຕ​ນັ້ນ
ເພາະວ່າ​ມຽນມາ​ບໍ່​ຖື​ວ່າ​ພວກ​ນັກ​ໂທດ​ເຫລົ່າ​ນີ້​ເປັນ​ນັກ​ໂທດການ​ເມືອງ.

XS
SM
MD
LG