ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ມຽນມາປະກາດວ່າ ຕົນຈະປ່ອຍ ພວກນັກໂທດ ໃນວັນພຸດມື້ອື່ນ


ຄອບຄົວນັກໂທດມຽນມາກໍາລັງລໍຖ້າການປ່ອຍໂຕພວກນັກໂທດໃນ
ມຽນມາ.
ວັນທີ 11 ຕຸລາ 2011.
ຄອບຄົວນັກໂທດມຽນມາກໍາລັງລໍຖ້າການປ່ອຍໂຕພວກນັກໂທດໃນ ມຽນມາ. ວັນທີ 11 ຕຸລາ 2011.




















ໂທລະ​ພາບ​ແຫ່ງ​ຊາດ​ມຽນມາ​ປະກາດ​ໃຫ້​ຊາບ​ໃນ​ວັນ​ອັງຄານ​ມື້​ນີ້​ວ່າລັດຖະບານ​ຈະ​ເລີ້ມ​ປ່ອຍ​ພວກ​ນັກ​ໂທດ​ຈໍານວນ​ຫລາຍ​ກວ່າ 6 ພັນຄົນ​ໃນ​ວັນ​ພຸດ​ມື້​ອື່ນ​ນີ້.

ຄໍາ​ປະກາດ​ສັ້ນໆ ທີ່ວິທະຍຸ​ວີ​ໂອ​ເອພາກພາສາ​ມຽນມາ​ຕິດຕາມ​ນັ້ນ ກ່າວ​ວ່າ ພວກ​ນັກ​ໂທດ​ເຫລົ່າ​ນີ້​ຈະ​ຖືກ​ປ່ອຍ​ໂຕ​ຍ້ອນ​ຄວາມ​ປະ​ພຶດດີ ​ແຕ່​ບໍ່​ໄດ້​ບອກ​ໃຫ້​ຮູ້​ວ່າ ມີ​ນັກ​ໂທ​ດຈັກ​ຄົນ​ຈະ​ຖືກ​ປ່ອຍ​ໃນ​ຈຸ​ທໍາ​ອິດ ຫລື​ພວກ​ນັກ​ໂທ​ດຈະ​ຖືກ​ປ່ອຍເຫລົ່ານີ້ ແມ່ນ​ຮວມທັງ​ພວກ​ນັກ​ໂທ​ດການ​ເມືອງ​ຈໍານວນ​ຫລາຍ​ກວ່າ 2 ພັນ​ຄົ້ນ​ນັ້ນ​ຫລື​ບໍ. ມຽນມາ​ບໍ່​ຍອມຮັບ​ຮູ້​ວ່າ ພວກ​ນັກ​ໂທດ​ທີ່​ຖືກ​ກັກ​ຂັງໄວ້​ນີ້ ແມ່ນ​ຖືກ​ກັກ​ຂັງ​ໄວ້ດ້ວຍ​ສາເຫດດ້ານ​ການ​ເມືອງ.

ເຖິງ​ຢ່າງ​ໃດ​ກໍ​ດີ ພວກ​ເຈົ້າ​ໜ້າ​ທີ່​ລັດຖະບານ​ໄດ້​ບອກ​ພວກ​ນັກ​ການ​ທູດ ຢ່າງເປັນ​ທາງ​ສ່ວນ​ໂຕ​ວ່າ ພວກ​ນັກ​ໂທດ​ການ​ເມືອງ​ຈໍານວນ​ຫລາຍ​ຄົນ​ຈະ​ຖືກ​ປ່ອຍ​ໂຕ​ໃນ​ສັບປະດາ​ນີ້.

ໃນ​ຕອນ​ເຊົ້າ​ວັນ​ອັງຄານ​ມື້​ນີ້ ຄະນະ​ກໍາມາ​ທິການໃໝ່​ວ່າ​ດ້ວຍ​ສິດທິ​ມະນຸດ​ມຽນມ້າ ຮຽກຮ້ອງ​ໃຫ້​ປະທານາທິບໍດີ Thein Sein ປ່ອຍ​ໂຕພວກ​ນັກ​ໂທດ​ການ​ເມືອງ​ຫລາຍ​ຮ້ອຍ​ຄົນ​ນັ້ນ ​ໂດຍໃຫ້ນໍ້າໜັກເພີ່ມຕື່ມຕໍ່ ການຄາດ​ມາຍວ່າການ​ປ່ອຍ​ໂຕ​ນີ້​ຈະ​ມີ​ຂຶ້ນ​ໃນ​ໄວໆ​ນີ້.

XS
SM
MD
LG