ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມຽນມາຈະປ່ອຍນັກ​ໂທດ 11, 000 ຄົນ​ ເພື່ອ​ໃຫ້ໄດ້​ປ່ອນ​ບັດ​ ໃນ​ການ​ເລືອກ​ຕັ້ງ


ພວກທີ່ສະໜັບສະໜູນທ່ານ​ນາງ ອອງຊານ​ຊູ​ຈີ
ພວກທີ່ສະໜັບສະໜູນທ່ານ​ນາງ ອອງຊານ​ຊູ​ຈີ

ໄດ້ມີລາຍງານຂ່າວ​ ທີ່​ອ້າງ​ຄໍາ​ເວົ້າ​ຂອງພວກ​ເຈົ້າ​ໜ້າ​ທີ່​
ມຽນມາໃນວັນ​ອາທິດ​ວານ​ນີ້​ທີ່​ກ່າວ​ວ່າ ລັດຖະບານທະຫານ
ມີ​ແຜນການ​ຈະ​ປ່ອຍນັກ​ໂທດຈຳນວນ 11, 000 ຄົນ ​
ເພື່ອ​ໃຫ້​ພວກ​ເຂົາ​ເຈົ້າ​ໄດ້​ປ່ອນ​ບັດ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປ ຄັ້ງ​ວັນ​ທີ່ 7 ພະຈິກ​ ເດືອນໜ້າ​ນີ້.

ພວກເຈົ້າໜ້າ​ທີ່​ທີ່​ລາຍ​ງານ​ບໍ່​ບົ່ງ​ຊື່ ​ໄດ້ກ່າວ​ວ່າທາງ​ການ​ມີ
ແຜນທີ່​ຈະ​ຜ່ອນ​ຜັນ​ໂທດລົງ​ສໍາລັບ​ນັກ​ໂທດ​ຈໍານວນ​ນຶ່ງ
ແລະກໍ​ຈະ​ປ່ອຍ​ພວກທີ່ໃກ້​ຈະ​ໝົດ​ໂທດ​ແລ້ວ​ນັ້ນ ໃຫ້​ເປັນ ​ອິສະລະ​.

ຍັງ​ບໍ່​ທັນ​ເປັນ​ທີ່​ຈະ​ແຈ້ງ​ເທື່ອ​ວ່າ ​ພວກ​ນັກ​ໂທດ​ການ​ເມືອງ
ຈໍານວນຫຼາຍ​ກ່ວາ 2,200 ຄົນ​ນັ້ນ ຈະ​ຢູ່​ໃນ​ຈໍານວນ​ທີ່ວ່າ ​ນີ້​ ຫຼື​ບໍ່?

ທ່ານ​ນາງ ອອງຊານ​ຊູ​ຈີ ຜູ້ນຳຝ່າຍ​ຄ້ານ​ທີ່​ເຄີຍໄດ້ຮັບລາງ
ວັນໂນ​ແບ​ລຂະ​ແໜງ​ສັນຕິພາບ ກໍຮວມຢູ່​ໃນ​ນັ້ນ​ດ້ວຍ ຊຶ່ງ
ກໍານົດການ​ກັກບໍລິ​ເວນ​ທ່ານ​ນາງ ​ຈະ​ໝົດ​ອາຍຸ​ລົງ​ 6 ມື້ ​ຫຼັງ​ຈາກ​ເລືອກ​ຕັ້ງ. ການເລືອກ​ຕັ້ງ​ຄັ້ງ​ນີ້​ຈະ​ເປັນ​ຄັ້ງ​ທຳ​ອິດນັບຕັ້ງ​ແຕ່ 1990 ​ເປັນ​ຕົ້ນ​ມາ.

XS
SM
MD
LG