ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ທະຫານມຽນມາຍັງບັງຄັບ ໃຊ້ແຮງງານພວກນັກໂທດ


ທະຫານມຽນມາຍັງບັງຄັບ ໃຊ້ແຮງງານພວກນັກໂທດ
ທະຫານມຽນມາຍັງບັງຄັບ ໃຊ້ແຮງງານພວກນັກໂທດ

ພວກກຸ່ມສິດທິມະນຸດກ່າວວ່າ ພວກເຂົາເຈົ້າມີລາຍລະອຽດຊຸດໃໝ່ ກ່ຽວກັບວ່າກອງທັບ ມຽນມາ ບັງຄັບ​ໃຊ້ພວກນັກໂທດ​ເຮັດ​ວຽກຄື​ກັບ​ເປັນກໍາມະກອນ ແລະໃຊ້​ເປັນມະນຸດກໍາບັງ​ ແບບ​ໃດໃນການສູ້ລົບຢູ່ແນວໜ້າຕໍ່ຕ້ານພວກທະຫານຊົນເຜົ່ານັ້ນ. ອິງຕາມລາຍງານທີ່ຜູ້ສື່ ຂ່າວວີໂອເອ Daniel Schearf ສົ່ງ​ມາຈາກບາງກອກ ພວກກຸ່ມສິດທິ​ເຫລົ່າ​ນີ້ ກໍາລັງຮຽກ ຮ້ອງໃຫ້ອົງການສະຫະປະຊາຊາດ ທໍາການສືບສວນສອບສວນ ກ່ຽວ​ກັບອັນ​ທີ່​ພວກ​​ເຂົາ​ເຈົ້າ ​ກ່າວ​ຫາ​ວ່າ ​ເປັນອາຊະຍາກໍາສົງຄາມນັ້ນ. ທອງປານມີ​ລາຍ​ລະອຽດ​ກ່ຽວ​ກັບ​ເລຶ່ອງນີ້.

ກຸ່ມສິ້ງຊອມສິດທິມະນຸດ Human Rights Watch ແລະກຸ່ມສິດທິມະນຸດກະຫລ່ຽງ
ກ່າວວ່າ ກອງທັບ​ມຽນມາກໍາລັງບັງຄັບ​ໃຊ້ພວກນັກໂທດຈໍາຄຸກຫລາຍຮ້ອຍຄົນ ​ເຮັດ
​ວຽກເປັນຄົນ​ແບກ​ຫາບ​ເຄື່ອງ​ຂອງ ​ເກັບ​ກູ້​ລະ​ເບີດ​ຝັງ​ດິນ ແລະເປັນມະນຸດກໍາບັງລູກປືນ
ໃນການຕໍ່ສູ້ກັບພວກນັກລົບຂອງກຸ່ມຊົນເຜົ່າຕ່າງໆ​ນັ້ນ.

ໃນລາຍງານຮ່ວມທີ່ນໍາອອກເຜີຍແຜ່ເມື່ອວັນພຸດອາທິດ​ແລ້ວນີ້ ທີ່ບາງກອກ ພວກກຸ່ມ
ສິດທິໄດ້ໃຫ້ລາຍລະອຽດກ່ຽວ​ກັບການກະທໍາຮຸນແຮງດັ່ງກ່າວ ທີ່​ໄດ້​ມາຈາກການສໍາ
ພາດ ກັບພວກນັກໂທດ 58 ຄົນ ທີ່ຫລົບໜີ​ມາໄດ້.

ພວກນັກໂທດກ່າວວ່າ ພວກເຂົາເຈົ້າຖືກໃຊ້ໃນການປະຕິບັດການຂອງທະຫານ ຈາກ
ປີ 2010 ຫາ ປີ 2011 ຕໍ່ຕ້ານພວກທະຫານກຸ່ມຊົນເຜົ່າ ໃນຂົງເຂດລັດ Shan ແລະ
​ເປກູ ທາງພາກຕາເວັນອອກຂອງມຽນມານັ້ນ.

ນັກໂທດ​ເຫລົ່າ​ນັ້ນທັງໝົດກ່າວວ່າ ພວກເຂົາເຈົ້າ​ຖືກບັງຄັບ​ໃຫ້ເຮັດວຽກ ໂດຍບໍ່ໄດ້ຄ່າ
ຈ້າງລາງວັນແຕ່ຢ່າງໃດ ແລະໄດ້ບັນ​ລະ​ຍາຍໃຫ້​ຟັງ​ເຖິງສະພາບການທໍາ​ງານເໝືອນດັ່ງ
ຂ້າທາດນັ້ນ ອັນໂຮມທັງການບໍ່ໄດ້ຮັບການຮັກສາສຸຂະພາບຢ່າງພຽງພໍ ອາຫານແລະ
ທີ່ພັກພາ ກໍຂາດ​ເຂີນ ​ຕະຫລອດ​ທັງການຖືກທຸບຕີ ທໍລະມານ ແລະປະຫານຊີວິດແບບ ລວບລັດຕັດຕອນ.

ທ່ານ ​ເດ​ວິດ ມາໄທ​ສັນ(David Mathieson) ນັກຄົ້ນຄວ້າກ່ຽວ​ກັບ​ມຽນມາ ປະ​ຈໍາກຸ່ມ
Human Rights Watch ຫລື HRW ບອກກັບສະໂມສອນຜູ້ສື່ຂ່າວຕ່າງປະເທດຂອງ
ໄທວ່າ ການກະທໍາຮຸນແຮງ​ແລະ​ຂູດ​ຮີດແຮງງານນັກໂທດຄຸກນັ້ນ ​ເປັນ​ສິ່ງ​ທີ່ມີ​ຂຶ້ນຢ່າງ
ເປັນລະບົບແລະ​ແຜ່​ຫລາຍ.

ທ່ານ​ມາ​ໄທ​ສັນ​ເວົ້າ​ວ່າ: “ເລື່ອງນີ້ ບໍ່ແມ່ນ​ພຽງສິ່ງນຶ່ງທີ່ເກີດຂຶ້ນຢູ່ໃນ​ແຕ່ ລັດສານ (Shan) ແລະຜູ້ບັນຊາການທ້ອງຖິ່ນທີ່ນອກ​ຄອກຄົນ​ນຶ່ງ ​ເກີດ​ຢາກວາງຕົວເປັນຄົນໂຫດຮ້າຍປ່າ
ເຖື່ອນຂຶ້ນ​ມາ ແຕ່​ມັນ​ແມ່ນສິ່ງນຶ່ງທີ່ຄົນບາງຄົນ ທີ່ເປັນຜູ້ອາວຸໂສຢູ່ໃນກອງທັບ ​ໄດ້ອອກ
ຄໍາ​ສັ່ງ​ໃຫ້ກະຊວງກິດຈະການພາຍໃນ ເກັບ​ເອົາພວກຜູ້ຊາຍຈໍານວນນຶ່ງ ຈາກຫລາຍໆ
ບ່ອນມາໂຮມກັນ ແລ້ວກໍບັນທຸກພວກເຂົາເຈົ້າໄປທົ່ວປະເທດ ແລະມັນໜ້າເສົ້າສະເທືອນ
​ໃຈຫລາຍທີ່ໄດ້ມີ​ການຈັດຕັ້ງປະຕິບັດກັນ​ເປັນ​ຢ່າງ​ດີ.”

ກຸ່ມສິດທິມະນຸດກະຫລ່ຽງໄດ້ບັນທຶກ​ເລື້ອງ​ລາວກ່ຽວ​ກັບ​ການ​ບັງຄັບໃຊ້ພວກນັກໂທດມຽນມາ
​ເປັນ​ຄົນ​ແບບ​ຫາບ​ເຄື່ອງ​ຂອງ​ໃຫ້​ກອງທັບ ນັບແຕ່ ປີ 1992 ເປັນຕົ້ນມາ ແຕ່ພວກເຈົ້າໜ້າທີ່
ມຽນມາໄດ້ປະຕິເສດຕະຫລອດ​ມາ​ວ່າ ພວກ​ນັກ​ໂທດບໍ່ເຄີຍໄດ້ຢູ່ໃນຖັ້ນແຖວຂອງການສູ້ລົບ ແຕ່ຢ່າງໃດ.

ກຸ່ມສິດທິຕ່າງໆກ່າວວ່າ ການກະທໍາທີ່ບໍ່ຖືກບໍ່ຕ້ອງຕໍ່ພວກນັກ​ໂທດ ​ທີ່​ຖືກ​ເອົາ​ໄປໃຊ້ເປັນຄົນ​
ແບກ​ຫາບຢູ່ໃນຖັ້ນແຖວແນວໜ້າໃນສະໜາມລົບນັ້ນ ເປັນນຶ່ງໃນຫລາຍໆອາຊະຍາກໍາສົງ
ຄາມ ທີ່ກໍາລັງດໍາເນີນໄປຢູ່ໃນມຽນມາໃນຂະນະນີ້ ແລະອົງການສະຫະປະຊາຊາດຄວນຈະ
ທໍາການສືບສວນ ໂດຍຜ່ານຄະນະກໍາມາທິການການສອບສວນ.

ນອກ​ນັ້ນ​ແລ້ວ ກຸ່ມສິ້ງຊອມສິດທິມະນຸດ Human Rights Watch ຍັງໄດ້ອ້າງ​ເຖິງການ
ໂຈມຕີຕໍ່ພວກພົນລະເຮືອນ ການເຂັ່ນຂ້ານອກລະບົບຕຸລາການ ການບັງຄັບໃຫ້ຍົກຍ້າຍ
ຖິ່ນຢູ່ ການທໍລະມານ ຂົ່ມຂືນຊໍາເລົາ ແລະການໃຊ້ພວກເດັກນ້ອຍເປັນທະຫານ ດັ່ງນີ້ ເປັນຕົ້ນ.

ກຸ່ມ Human Rights Watch ທີ່ມີສູນກາງຢູ່ນີວຢ໊ອກ ກ່າວວ່າ ກຸ່ມຊົນເຜົ່າປະກອບອາ
ວຸດຂອງມຽນມາ ກໍພາກັນກະທໍາຄວາມຮຸນແຮງເຊັ່ນດຽວກັນ ອັນໂຮມທັງການບັງຄັບໃຊ້
ແຮງງານ ການໃຊ້ລະເບີດຝັງດິນໂດຍບໍ່ເລືອກທີ່ ແລະເອົາເດັກນ້ອຍໄປເປັນທະຫານ.

ທ່ານນາງ ອີ​ເລນ ​ເພຍ​ສັນ (Elaine Pearson) ຮອງຜູ້ອໍານວຍການຂອງກຸ່ມ HRW
ປະຈໍາພາກພື້ນເອເຊຍ ກ່າວວ່າ ​ໄດ້ມີຄວາມຫວັງກັນວ່າ ການເລືອກຕັ້ງຂອງມຽນມາ
ເມື່ອປີກາຍ​ນີ້ ຈະນໍາພາປະເທດຊາດໄປສູ່ກາ ປັບປຸງດ້ານສິດທິມະນຸດໃຫ້ດີຂຶ້ນ ເທື່ອ ລະໜ້ອຍ.

ທ່ານ​ນາງ Pearson ​ເວົ້າ​ວ່າ: “ແຕ່ວ່າ ​ໃນ​ພາກໂຕ​ຈິງ​ແລ້ວ ນັບຕັ້ງແຕ່ການເລືອກຕັ້ງ
ເປັນຕົ້ນມານັ້ນ ການສູ້ລົບກັບ​ແຮ່ງໜັກໜ່ວງຂຶ້ນ ຢູ່ໃນເຂດຊົນເຜົ່າທາງພາກເໜືອຂອງ
ປະເທດ ແລະກໍບໍ່ປາກົດເຫັນ ມີການປ່ຽນແປງໃດໆເລີຍ ໃນພຶດຕິການອັນໂຫດຮ້າຍ
ຂອງກອງທັບ ຕໍ່ພວກພົນລະເຮືອນນັ້ນ.”

ນັບຕັ້ງແຕ່ມຽນມາໄດ້ຮັບເອກະລາດຈາກອັງກິດເມື່ອປີ 1948 ເປັນຕົ້ນມາ ລັດຖະບານ
ມຽນມາກໍໄດ້ສູ້ລົບເປັນໄລຍະໆຢູ່ຕໍ່ມາ ກັບພວກທະຫານກຸ່ມຊົນເຜົ່າ ທີ່ຕ້ອງການຢາກ ປົກຄອງຕົນເອງນັ້ນ.

ການຂັດແຍ້ງກັນຢູ່ພາຍໃນປະເທດທີ່​ວ່າ​ນີ້ ​ແມ່ນນັບວ່າເປັນການຂັດ​ແຍ້​ງທີ່ດໍາເນີນມາ
ຢ່າງຍາວນານທີ່ສຸດອັນ​ນຶ່ງຂອງໂລກ ແລະກໍເປັນເຫດຜົນໃຫຍ່ ອັນນຶ່ງທີ່ພວກ​ເຈົ້າ​ໜ້າ
​ທີ່​ມຽນມາ​ໄດ້ຍົກຂຶ້ນມາກ່າວອ້າງເປັນຫລາຍໆສິບປີ ສໍາລັບການປົກຄອງໂດຍຝ່າຍ ທະຫານນັ້ນ.

ເມື່ອເດືອນພະຈິກປີຜ່ານມາ ມຽນມາໄດ້ທໍາການເລືອກຕັ້ງທົ່ວປະເທດເທື່ອທໍາອິດໃນ
ຮອບ 20 ປີ ເພື່ອປ່ຽນລັດຖະບານທະຫານມາເປັນລັດຖະບານພົນລະເຮືອນ​ແຕ່​ໃນ
​ນາມ ທີ່ນໍາພາໂດຍພວກນາຍພົນທະຫານ​ເກົ່າທັງນັ້ນ.

ການເລືອກຕັ້ງດັ່ງກ່າວ ​ໄດ້ຖືກປະນາມກັນຢ່າງກວ້າງຂວາງວ່າ​ ເປັນການເລືອກຕັ້ງທີ່
ຈອມປອມ ພຽງເພື່ອຈະໃຫ້ຝ່າຍທະຫານມີອໍານາດຢູ່ຕໍ່ໄປນັ້ນເອງ.

XS
SM
MD
LG