ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ປ. Thein Sein ຈະ​ຮ່ວມປະຊຸມ​ town hall ທີ່​ ວີໂອເອ


ປະທານາທິບໍດີ​ມຽນມາ ທ່ານ Thein Sein ຈະ​ເຂົ້າຮ່ວມ​ກອງ
​ປະຊຸມ​ town hall ທີ່​ວິ​ທະ​ຍຸສຽງ​ອາ​ເມຣິກາ ຫຼື VOA ໃນວັນອາທິດ ມື້ອຶ່ນນີ້.
ປະທານາທິບໍດີ​ມຽນມາ ທ່ານ Thein Sein ຈະ​ເຂົ້າຮ່ວມ​ກອງ ​ປະຊຸມ​ town hall ທີ່​ວິ​ທະ​ຍຸສຽງ​ອາ​ເມຣິກາ ຫຼື VOA ໃນວັນອາທິດ ມື້ອຶ່ນນີ້.
ປະທານາທິບໍດີ​ມຽນມາ ທ່ານ Thein Sein ຈະ​ເຂົ້າຮ່ວມ​ກອງ
​ປະຊຸມ​ town hall ທີ່​ວິ​ທະ​ຍຸສຽງ​ອາ​ເມຣິກາ ຫຼື VOA ​ໃນ​ຂະນະ
​ທີ່​ທ່ານ​ເລີ້ມການ​ຢ້ຽມຢາມ​ສະຫະລັດເປັນ​ເທື່ອ​ທຳ​ອິດ​ ​ໃນຮອບ
​ເກືອບ 50 ປີ ​ໃນ​ຖານະ​ປະມຸກ​ຂອງ​ມຽນ ມາ.

ສຽງ​ອາ​ເມຣິກາ ພະ​ແນ​ກພາສາ​ມຽນມາ ຈະ​ອອກ​ອາກາດ​ການ
​ປະຊຸມ​ດັ່ງກ່າວ ​ໃນ​ຕອນ​ແລງ​ຂອງ​ວັນ​ອາທິດ ຕາມ​ເວລາ​ໃນ​ກຸງ
ວໍ​ຊິງ​ຕັນ ​ໄປ​ຍັງ​ມຽນມາ.

​ເປັນ​ທີ່​ຄາດ​ກັນ​ວ່າ ທ່ານ Thein Sein ຈະສົນທະນາ​ຫາລື​ກ່ຽວ​
ກັບໂຄງການ ປະຕິ​ຮູບທາງ​ດ້ານ​ການ​ເມືອງ​ແລະ​ເສດຖະກິດ​ຂອງ​
ທ່ານ​ຢູ່​ໃນ​ມຽນມາຕະຫຼອດທັງ​ການ​ປະ​ທະ​ກັນທາງ​ສາສະໜາ​ທີ່​
ຮ້າຍ​ແຮງ ຊຶ່ງ​ໄດ້​ເລີ້ມຂຶ້ນ​ໃນ​ທ້າຍ​ປີ​ກາຍ​ນີ້ ທີ່​ລັດຣາ​ໄຄ ທາງ​ພາກ​
ຕາ​ເວັນຕົກ​ຂອງ​ປະ​ເທດ.

ຈະ​ມີ​ຊາວ​ມຽນມາ​ປະມານ 30 ຄົນ ​ເຂົ້າຮ່ວມ​ໃນ​ການ​ປະຊຸມ​ດັ່ງ
ກ່າວ ຮວມທັງ ພວກນັກ​ສຶກສາ​ແລກປ່ຽນ ພວກ​ນັກທຸລະກິດ ຊາວ​
ມຸສລິ​ມ​ໂຣຮິງ​ຢາ ​ແລະ​ພວກ ອົ​ບພະຍົບ.

ການ​ໂອ້​ລົມ​ກັບ​ປະທານາທິບໍ​ດີ Thein Sein ມີ​ຂຶ້ນກ່ອນ​ໝາຍກຳນົດ​ການ​ເຈລະ​ຈາ​ທີ່ ທຳ
ນຽບຂາວ​ໃນ​ມື້ວັນ​ຈັນ ກັບ​ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ.

​ເຈົ້າໜ້າ​ທີ່​ທຳນຽບຂາວ​ກ່າວ​ວ່າ ທ່ານ​ໂອ​ບາ​ມາ​ຫວັງ​ວ່າ​ ຈະ​ໄດ້​ສົນທະນາ​ຫາລື​ກ່ຽວ​ກັບການ​ດຳ​
ເນີນ​ຄວາມພະຍາຍາມ​ຂອງ​ມຽນມາ​ໃນ​ການພັດທະນາ​ປະຊາທິ ປະ​ໄຕຫຼັງຈາກການ​ປົກຄອງ​
ຂອງ​ພວກ​ທະຫານ​ມາ​ເປັນ​ເວລາ​ເກືອບ 5 ທົດ​ສະ​ວັດ​ໂດຍ​ເປີດ​ໂອກາດ​ທາງ​ເສດຖະກິດ​ເພີ້ມຂຶ້ນ
ໃຫ້​ແກ່​ປະຊາຊົນ​ຊາວ​ມຽນມາ​ແລະ ຫຼຸດຜ່ອນ​ຄວາມ​ເຄັ່ງ​ຕຶງລະຫວ່າງ​ຊຸມຊົນ​ແລະ​ຊົນ​ຊາດ​ຊົນ
​ເຜົ່າ​ກຸ່ມ​ນ້ອຍ.
XS
SM
MD
LG