ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປະທານາທິບໍດີ ມຽນມາ ວາງແຜນ ຊັບຊ້ອນ ຄະນະລັດຖະບານ ຄັ້ງໃໝ່


ປະທານາທິບໍດີ Thien Sein ແຫ່ງມຽນມາ ກໍາລັງວາງແຜນຊັບຊ້ອນ ຄະນະລັດຖະບານໃໝ່ ເພື່ອເລັ່ງລັດການປະຕິຮູບ.
ປະທານາທິບໍດີ Thien Sein ແຫ່ງມຽນມາ ກໍາລັງວາງແຜນຊັບຊ້ອນ ຄະນະລັດຖະບານໃໝ່ ເພື່ອເລັ່ງລັດການປະຕິຮູບ.

ມີ​ລາຍ​ງານ​ວ່າ ປະທານ​າທິບໍດີມຽນມາ ທ່່ານ Thien Sein ກໍາລັງວາງ​ແຜນ​ຈະຊັບຊ້ອນ
ຄະນະລັດຖະບານ​ຂອງ​ທ່ານແລະ​ແຕ່ງຕັ້ງ​ຮອງ​ປະທານາທິບໍດີຄົນ​ໃໝ່ ອັນ​ເປັນ​ພາກສ່ວນ​
ນຶ່ງ​ໃນ​ການ​ດຳ​ເນີນ​ຄວາມພະຍາຍາມ​ເພື່ອ​ເລັ່ງລັດ​ໃຫ້​ມີ ​ການ​ປະຕິ​ຮູ​ບ​ໄວ​ຂຶ້ນ​ ໃນ​ປະ​ເທດ
ດັ່ງກ່າວ ທີ່​ຕັ້ງຢູ່​ໃນ​ເຂດເອ​ເຊຍຕາ​ເວັນ​ອອກສຽງໃຕ້.

​ມີ​ການ​ອ້າງ​ຄຳ​ເວົ້າ ຂອງບັນດາເຈົ້າ​ໜ້າ​ທີ່​ຂັ້ນ​ສູງລັດຖະບານ ໃນ​ວັນ​ພຸດ​ມື້ນີ້ ທີ່ ກ່າວວ່າ
ປະທານາທິບໍດີ ຈະ​ປົດລັດຖະມົນຕີຫົວ​ແຂ​ງກະດ້າງ​ຫຼາຍໆ​ຄົນ ​ທີ່ຄັດ ຄ້ານ​ຕໍ່​ການ​ປະຕິ​ຮູບ
​ທາງການ​ເມືອງ ​ໃນມຽນມາ ຫວ່າງມໍ່ໆ​ມານີ້.

​ນອກ​ນັ້ນພວກ​ເຈົ້າ​ໜ້າ​ທີ່ຍັງກ່າວ​ວ່າ ລັດຖະບານ​ໄດ້​ຢືນຢັນ​ກ່ຽວ​ກັບການ​ລາ​ອອກ​ຂອງຮອງ
​ປະທານາທິບໍດີ Tin Aung Myint Oo ​ອະດີດ​ນາຍ​ພົນ​ອະ​ວຸ​ໂສ ຜູ້​ທີ່​ມີ​ຄວາມ​ສຳພັນ​ໃກ້ຊິດ​
ກັບທ່ານ Than Shwe ຜູ້ນຳ​ທະຫານທີ່​ໄດ້​ອອກກິນ​ເບ້ຍ​ບໍານານ​ແລ້ວນັ້ນ.

ນັບ​ຕັ້ງ​ແຕ່​ໄດ້​ເຂົ້າ​ກໍາ​ອໍານາດ​ມາໃນ​ປີ​ກາຍ​ນີ້ ປະທານາທິບໍດີ Thein Sein ​ໄດ້​ປະ​ເຊີນກັບ​ການຕິຕຽນຈາກລັດຖະມົນຕີ​ຈຳນວນ​ນຶ່ງ ໃນ​ລັດ​ຖະບານ​ຂອງ​ທ່ານທີ່​ຍັງ​ມີ​ຄວາມ​ລັງເລ​ໃຈຕໍ່​
ການທີ່​ຈະ​ສະລະ​ອໍານາດ ຊຶ່ງ​ເຄີຍ​ຊົມ​ໃຊ້​ມາ​ໂດຍ​ພວກ​ຜະ​ເດັດ​ການ​ທະຫານ ທີ່​ໄດ້​ປົກຄອງ
​ປະ​ເທດ​ເປັນ​ເວລາ​ເກືອບ​ເຄິ່ງສັດຕະວັດ​.

​ແຕ່​ປະທານາທິບໍດີມຽນມາ ​ໄດ້​ປະກາດວ່າ ​ຈະ​ຊຸກ​ຍູ້​ໄປຂ້າງ​ໜ້າ ​ໃນອັນ​ທີ່​ທ່ານ​ຮ້ອງວ່າ
“ຟອງ​ຄື້ນທີ​ສອງ” ຂອງ​ການ​ປະຕິ​ຮູບຊຶ່ງ​ໃນເທື່ອ​ນີ້​ຈະ​ເນັ້ນ​ໜັກໃສ່​ດ້ານ ​ເສດຖະກິດ. ການ​ປະ
ຕິ​ຮູ​ບດ້ານ​ເສ​ດຖະກິດຫລາຍ​ຢ່າງ ຄາດວ່າ​ຈະມີ​ການ​ອະພິ ປາຍ​ກັນ ​ໃນ​ລະຫວ່າງ​ກອງ​ປະຊຸມ
​ສະພາ​ແຫ່ງ​ຊາດ​ຮອບ​ປັດຈຸບັນ​ຊຶ່ງ​ຈະ​ເລີ້​ມ​ຂຶ້ນ ໃນ​ວັນ​ພຸດ​ມື້ນີ້.

ມີ​ການ​ເບິ່ງ​ກັນ​ວ່າ ການເປີດ​ປະຊຸມ​ຄັ້ງ​ໃໝ່ຂອງສະພາ​ແຫ່ງ​ຊາດ ເປັນ​ກະ​ແຈ​ສຳ ຄັນ​ເພື່ອ​ທົດ
​ສອບການ​ສືບຕໍ່​ປະຕິ​ຮູບ​ໃນ​ມຽນມາ ​ເພາະວ່າໃນເທື່ອ​ນີ້ມັນ​ຈະ​ຮວມ ​ທັງສະມາຊິກ​ສະພາ
​ຈາກ​ພັກ​ສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ ຊຶ່ງຄັ້ງນຶ່ງ​ ເຄີຍ​ຖືກ​ທາງ​ການ​ຫ້າມ​ນັ້ນ
​ເຖິງ​ແມ່ນ​ເປັນ​ກຸ່ມ​ນ້ອຍໆ ​ແຕ່​ກໍມີ​ຄວາມ​ສຳຄັນ.

XS
SM
MD
LG