ສໍານັກງານປະທານາທິບໍດີມຽນມາ ກ່າວໃນວັນອັງຄານວານນີ້ວ່າ ທ່ານ Thein Sein ໄດ້ອະໄພຍະໂທດໃຫ້ແກ່ບຸກຄົນທັງສາມ ທີ່ເປັນພະນັກງານຂອງອົງການ ໂຄງການອາຫານໂລກແລະອົງການຊ່ວຍເຫລືອອົບພະຍົບ ຂອງສະຫະປະຊາຊາດ ກັບອົງການນຶ່ງຂອງມຽນມາທີ່ບໍ່ຂື້ນກັບລັດຖະບານ ແຕ່ເຮັດວຽກຊ່ວຍ ເຫລືອຮ່ວມກັບອົງການອົບພະຍົບຂອງສະຫະປະຊາຊາດ. ທັງສາມຄົນເປັນຊາວມຸສລິມມຽນມາ. ເຈົ້າໜ້າທີ່ອົງການສະຫະປະຊາຊາດຄົນນຶ່ງ ທີ່ນະຄອນນິວຢອກ ກ່າວວ່າ ພະນັກງານຢູເອນສອງຄົນໄດ້ຖືກປ່ອຍໂຕແລ້ວ ແລະສະແດງຄວາມຫວັງວ່າ ພະນັກງານເຮັດວຽກຊ່ວຍເຫລືອອີກຄົນນຶ່ງຈະໄດ້ຖືກປ່ອຍໂຕເຊ່ນດຽວກັນ.
ສານແຫ່ງນຶ່ງໃນລັດຣາຄີນ ທາງພາກຕາເວັນຕົກຂອງມຽນມາ ໄດ້ຕັດສິນໂທດ ພະນັກງານທັງສາມ ໃຫ້ຈໍາຄຸກລະຫວ່າງສອງປີຫາຫົກປີ ໃນວັນສຸກອາທິດແລ້ວນີ້ ຫລັງຈາກໄດ້ຕັດສິນວ່າ ເຂົາເຈົ້າມີຄວາມຜິດໃນຂໍ້ຫາວາງເພີງ ແລະຍຸຍົງໃຫ້ເກີດຄວາມບໍ່ສະຫງົບ ລະຫວ່າງຊາວພຸດທີ່ເປັນຊົນກຸ່ມໃຫຍ່ ແລະຊາວມຸສລິມ ເຜົ່າ Rohingya ທີ່ເປັນກຸ່ມນ້ອຍໃນມຽນມານັ້ນ. ບັນດາເຈົ້າໜ້າທີ່ມຽນມາ ກ່າວວ່າ ຢ່າງໜ້ອຍ 80 ຄົນໄດ້ຖືກຂ້າຕາຍ ໃນຄື້ນຟອງຂອງຄວາມຮຸນແຮງລະຫວ່າງ ຊາວພຸດ-ມຸສລິມ ທີ່ໄດ້ເລີ້ມເກີດ ຂື້ນຢູ່ລັດ Rakhine ໃນເດືອນມິຖຸນານັ້ນ.
ເບິ່ງຄວາມເຫັນ (1)
ໂຫລດຄວາມເຫັນ ຕື່ມອີກ