ບັນດາເຈົ້າໜ້າທີ່ມຽນມາກ່າວວ່າ ປະທານາທິບໍດີ Thein Sein ໄດ້ພົບປະໃນວັນເສົາມື້ນີ້
ກັບຜູ້ແທນສັນຕິພາບຄະນະນຶ່ງ ຈາກຸ່ມກະບົດ ສະຫະພັນຊາດກະຫລ່ຽງ ຫລື KNU.
ການພົບປະກັນດັ່ງກ່າວ ຊຶ່ງດໍາເນີນໄປເປັນເວລາຊົ່ວໂມງກ່ວາໆ ແມ່ນເປັນເທື່ອທໍາອິດ
ທີ່ປະທານາທິບໍດີມຽນມາ ໄດ້ໂອລົມກັບພວກຜູ້ນໍາກຸ່ມກະບົດ ນັບຕັ້ງແຕ່ທ່ານໄດ້ອອກ
ຄໍາຮຽກຮ້ອງໃຫ້ມາສົນທະນາຫາລືກັນ ໃນເດືອນສິງຫາປີກາຍນີ້.
ຄະນະຜູ້ແທນຂອງກຸ່ມ KNU ໄດ້ເດີນທາງໄປຍັງນະຄອນຢ່າງກຸ້ງແລະຢູ່ທີ່ນັ້ນມາໄດ້
ຫລາຍມື້ແລ້ວ ເພື່ອເຈລະຈາສັນຕິພາບກັບຝ່າຍລັດຖະບານ ແຕ່ຜູ້ຕາງໜ້າຈໍານວນນຶ່ງ
ໄດ້ຖືກນໍາຂຶ້ນເຮືອບິນ ພາໄປຍັງນະຄອນຫລວງເນປີດໍ ໃນວັນເສົາມື້ນີ້ ເພື່ອພົບປະສົນ
ທະນາກັບທ່ານ ເທັນ ເຊນ.
ໃນວັນສຸກວານນີ້ ຄະນະຜູ້ແທນກະຫລ່ຽງ ກັບຝ່າຍລັດຖະບານ ໄດ້ພົບປະກັນຢູ່ຢ່າງກຸ້ງ
ແລະໄດ້ເຊັນສັນຍາ 13 ຂໍ້ນໍາກັນ ກ່ຽວກັບວິທີການຊຸກຍູ້ຂັ້ນຕອນສ້າງສັນຕິພາບໃຫ້ກ້າວ
ໄກໄປໜ້າ.
ກຸ່ມປະກອບອາວຸດຂອງສະຫະພັນຊາດກະຫລ່ຽງ ຫລື KNU ໄດ້ທໍາການຕໍ່ສູ້ກັບທາງ
ການມຽນມາ ມາຕັ້ງແຕ່ປີ 1949. ບັນດາປະເທດຕາເວັນຕົກ ໄດ້ທວງໃຫ້ມຽນມາສ້າງ
ສັນຕິພາບກັບພວກກຸ່ມກະບົດ ໃນຖານະເປັນເງື່ອນໄຂນຶ່ງ ສໍາລັບການຜ່ອນຜັນການລົງ
ໂທດທາງເສດຖະກິດແລະການເມືອງ ຕໍ່ມຽນມານັ້ນ.