ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປະທານາທິບໍດີມຽນມາ ຮຽກຮ້ອງ ຊາວມຽນມາພັດຖິ່ນ ໃຫ້ກັບຄືນປະເທດ


ປະທານາທິບໍດີ Thein Sein ແຫ່ງມຽນມາ (ຢືນຢູ່ເບື້ອງຊ້າຍ)
ແລະເບື້ອງຂວາແມ່ນປະທານປະທານປະເທດຈີນທ່ານຫູຈິນເຖົາ.
ປະທານາທິບໍດີ Thein Sein ແຫ່ງມຽນມາ (ຢືນຢູ່ເບື້ອງຊ້າຍ) ແລະເບື້ອງຂວາແມ່ນປະທານປະທານປະເທດຈີນທ່ານຫູຈິນເຖົາ.


















ປະທານາທິບໍດີ Thein Sein ​ແຫ່ງ​ມຽນມາ ​ຮຽກຮ້ອງ​ພົນລະ​ເມືອງ​ຂອງ​ຕົນ ​ທີ່​ພາ​ກັນ​ຫລົບ
ໜີ​ໄປ​ອາ​ໄສ​ຢູ່​ໃນ​ຕ່າງປະ​ເທດນັ້ນ​ ໃຫ້​ກັບ​ຄືນ​ມາ​ຍັງ​ມຽນມາ​ແລະ​ຊ່ອຍ​ສ້າງສາ​ເສດ​ຖະກິດ​ຄືນ
ໃໝ່ ໂດຍກ່າວ​ວ່າ ລັດຖະບານ​ຂອງ​ທ່ານ​ຕຽມ​ພ້ອມ​ທີ່​ຈະ​ໃຫ້​ອະ​ໄພ​ແກ່​ການມີຄວາມເຫັນຄັດ
ຄ້ານຕໍ່ລັດຖະບານໃນ​ອະດີດຜ່ານ​ມາ​ນັ້ນ.

ທ່ານ Khin Shwe ນັກທຸລະກິດ ​ທີ່ມີ​ຊື່​ສຽງ​ໂດ່ງດັງ​ແລະ​ເປັນ​ສະມາຊິກສະພາ ກ່າວ​ຕໍ່​ນັກ​
ຂ່າວວີ​ໂອ​ເອ​ ພະ​ແນ​ກພາສາ​ມຽນມາ​ວ່າ ທ່ານ Thein Sein ​ໄດ້​ທໍາ​ການ​ຮຽກຮ້ອງ​ດັ່ງ
ກ່າວ​ ໃນ​ລະຫວ່າງ​ການ​ພົບ​ປະກັນ​ກັບ​ພວກ​ນັກທຸລະກິດ​ແລະ​ອົງການ​ຈັດ​ຕັ້ງ​ພາກ​ເອກະ
ຊົນ​ໃນ​ເຊົ້າວັນ​ພຸດມື້​ນີ້​.

ທ່ານ Khin Shwe ກ່າວ​ວ່າ ປະທານາທິບໍດີ​ໄດ້​ກ່າວ​ເຊ່ນ​ກັນ ​ຕໍ່​ພວກນັກ​ທຸລະ​ກິດ​ເຫລົ່າ
ນີ້​ວ່າ ລັດຖະບານ​ຂອງ​ທ່ານ​ຢາກ​ດໍາ​ເນີນ​ງານ​ກັບ​ພວກ​ຝ່າຍ​ຄ້ານ​ຢູ່​ພາຍ​ໃນ​ປະ​ເທດ​ເພື່ອ​ຜົນ
ປະ​ໂຫຍ​ດອັນ​ດີ​ທີ່​ສຸດ​ຂອງ​ປະ​ເທດ. ​ເຈົ້າ​ໜ້າ​ທີ່​ຂັ້ນ​ອາວຸ​ໂສ​ທ່ານ​ນຶ່ງ​ ໄດ້​ທໍາ​ການ​ພົບ​ປະ 2
ຄັ້ງ​ກັບ​ທ່ານ​ນາງ​ອອງຊານ​ຊູ​ຈີ ຜູ້​ນໍາ​ປະຊາທິປະ​ໄຕ​ໃນ​ມຽນມາ ​ແຕ່​ລັດຖະບານ​ບໍ່​ໄດ້​ໃຫ້
ຮ່ອງຮອຍ​ໃດໆ ​ທີ່​ວ່າ​ຕົນຕຽມ​ພ້ອມທີ່​ຈະ​ປ່ອຍ​ພວກ​ນັກ​ໂທດ​ການ​ເມືອງ​ທັງ​ໝົດ​ປະມານ
2100 ຄົນ​ນັ້ນ.

XS
SM
MD
LG