ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສານມຽນມາປະຕິເສດການຂໍ ອຸທອນ ຂອງທ່ານນາງຊູຈີ


ທ່ານນາງອອງຊານຊູຈີ ຜູ້ນຳປະຊາທິປະໄຕມຽນມາ
ທ່ານນາງອອງຊານຊູຈີ ຜູ້ນຳປະຊາທິປະໄຕມຽນມາ

ສານອຸທອນພິເສດຂອງມຽນມາໄດ້ປະຕິເສດຕໍ່ການຂໍອຸທອນ
ຂອງຜູ້ນຳປະຊາທິປະໄຕໃນມຽນມາ ທ່ານນາງອອງຊານຊູຈີ
ເພື່ອຢາກໃຫ້ຄືນຖານະເດີມແກ່ພັກການເມືອງຂອງທ່ານນາງ
ຫຼັງຈາກພັກດັ່ງກ່າວໄດ້ຖືກຍຸບໃນປີກາຍຍ້ອນໄດ້ປະຕິເສດບໍ່
ຍອມຈົດທະບຽນເຂົ້າຮ່ວມການເລືອກຕັ້ງແຫ່ງຊາດ.

ສານທີ່ນະຄອນຫຼວງເນປີດໍໄດ້ຕັດສິນໃນວັນສຸກມື້ນີ້ວ່າ ພັກ
ສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ຍັງຈະສືບຕໍ່ເປັນອົງ
ການຈັດຕັ້ງທີ່ທາງການຫ້າມ ຍ້ອນບໍ່ໄດ້ໄປຈົດທະບຽນ ໃນ
ການປ່ອນບັດເລືອກຕັ້ງເມື່ອວັນທີ 7 ພະຈິກປີກາຍ.

ພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ບໍ່ໄດ້ເຂົ້າຮ່ວມການເລືອກຕັ້ງຍ້ອນອັນທີ່ພັກ
ດັ່ງກ່າວເອີ້ນວ່າ ລະບຽບການທີ່ບໍ່ຖືກຕ້ອງແລະບໍ່ເປັນທຳທີ່ໄດ້ຫ້າມບໍ່ໃຫ້ສະມາຊິກຂອງ
ພັກຈຳນວນຫຼາຍຮ້ອຍຄົນທີ່ຖືກຄຸມຂັງຢູ່ນັ້ນ ສະມັກເອົາບ່ອນນັ່ງຢູ່ໃນສະພາແຫ່ງຊາດໄດ້.

ພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕ ໄດ້ຮັບໄຊຊະນະຢ່າງຖ້ວມລົ້ນໃນການເລືອກ
ຕັ້ງປີ 1990 ແຕ່ອຳນາດການປົກຄອງທະຫານ ບໍ່ຍອມຮັບຮູ້ ຜົນຂອງການເລືອກຕັ້ງດັ່ງ
ກ່າວ.

ສະພາແຫ່ງຊາດຊຸດໃໝ່ ທີ່ຄອບງຳໂດຍພວກທະຫານຂອງມຽນມາ ຈະເປີດສະໄໝປະຊຸມ
ຮອບປະຖົມມະເລີກໃນມື້ວັນຈັນຈະມານີ້.

XS
SM
MD
LG