ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໐ ມິຖຸນາ ໒໐໒໓

ມຽນມາວ່າ ຈະບໍ່ມີ ການຕ່າວປີ້ນຄືນ ການປະຕິຮູບ


ປະທານາທິບໍດີເທນເຊນແຫ່ງມຽນມາ (ຊ້າຍ) ຈັບມືກັບທ່ານ Mitch McConnell ຜູ້ນຳຂອງພັກຣີພັບບລີກັນ ໃນສະພາສູງສະຫະລັດ ທີ່ທຳນຽບປະທານາທິບໍດີມຽນມາ ໃນນະຄອນຫຼວງເນປີດໍ (17 ມັງກອນ 2012)

ປະທານາທິບໍດີ​ມຽນມາ​ກ່າວ​ວ່າ ຈະ​ບໍ່​ມີ​ການ​ຕ່າວ​ປີ້ນຄືນ​ ໃນ​ການ​ປະຕິ​ຮູບ​ປະຊາທິປະ​ໄຕ ​
ແລະ​ຮຽກຮ້ອງ​ໃຫ້​ປະ​ເທດ​ຕາ​ເວັນ​ຕົກ​ຍົກ​ເລີກ​ການ​ລົງ​ໂທດ​ຕໍ່​ປະ​ເທດຂອງ​ທ່ານ.

ໃນ​ການ​ໃຫ້​ສຳພາດ​ແກ່​ໜັງສືພິມ Washington Post ປະທາ​ນາ​ທິບໍດີ​ເທ​ນ​ເຊ​ນ ກ່າວ​ວ່າ
ລັດຖະບານ​ຂອງ​ທ່ານ​ໄດ້​ປະຕິບັດ​ຕາມ​ຄວາມ​ຮຽກຮ້ອງ​ຕ້ອງການຫຼາຍໆ​ຢ່າງ​ຂອງ​ປະ​ເທດ
ຕາ​ເວັນ​ຕົກ​ແລ້ວ ຮວມທັງ ​ປ່ອຍ​ພວກ​ນັກ​ໂທດ​ການ​ເມືອງສ່ວນ​ໃຫຍ່ ກຳນົດ​ຈະ​ຈັດການ
ເລືອກ​ຕັ້ງ​ໃນ​ເດືອນ​ເມສາ ​ແລະ​ອະນຸຍາດໃຫ້​ຜູ້ນຳ​ພັກ​ຝ່າຍ​ຄ້ານ ທ່ານ​ນາງ​ອອງຊານ​ຊູ​ຈີມີ​
ໂອກາດ​ທີ່​ເຂົ້າຮ່ວມໃນ​ລັດຖະບານ.

ຜູ້ນຳ​ຂອງ​ມຽນມາ​ບໍ່​ໄດ້​ປະຕິ​ເສດ​ເຖິງ​ຄວາມ​ເປັນ​ໄປ​ໄດ້​ທີ່​ວ່າທ່ານ​ນາງ​ອອງຊານຊູ​ຈີ​ຜູ້​ທີ່​ເຄີຍ
ໄດ້​ຮັບ​ລາງວັນ​ຂະ​ແໜງ​ສັນຕິພາບ​ອາດ​ຈະ​ເຂົ້າ​ໃນ​ຄະນະ​ລັດຖະບານ​ໃນ​ມື້​ໃດ​ມື້ນຶ່ງ.

ທ່ານ​ເທ​ນ​ເຊ​ນ​ໃຊ້​ການ​ໃຫ້​ສຳພາດ​ຂອງ​ທ່ານ​ຮຽກຮ້ອງ​ໃຫ້​ສະຫະລັດ​ແລະ​ປະ​ເທດອື່ນໆຍົກ​
ເລີກ​ການ​ລົງ​ໂທດ​ທີ່​ທ່ານ​ເວົ້າວ່າ ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ແກ່​ປະຊາຊົນ​ຊາວ​ມຽນມາ 54
ລ້ານ​ຄົນ ​ແລະ​ຂົ່ມຂູ່​ທີ່​ຈະ​ຖ່ວງ​ດຶງ​ຄວາມ​ກ້າວໜ້າ​ທາງ​ດ້ານ​ເສດຖະກິດ​ຂອງ​ປະ​ເທດ​ດັ່ງກ່າວ.

XS
SM
MD
LG