ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໗ ກັນຍາ ໒໐໒໓

ທ່ານນາງອອງຊານ ຊູຈີ ເລື່ອນເວລາ ໃນການຫາສຽງ ຢູ່ເມືອງ Mandalay


ຜູ້ນຳປະຊາທິປະໄຕມຽນມາ ທ່ານນາງອອງຊານຊູຈີ ທັກທາຍກັບພວກສະໜັບສະໜຸນທີ່ບ້ານ Kyit Tee ເມືອງ Myaing ໃນພາກກາງຂອງມຽນມາ (31 ມັງກອນ 2012)

ຜູ້ນຳ​ປະຊາທິປະ​ໄຕ​ຂອງ​ມຽນມາ ທ່ານ​ນາງ​ອອງຊານ​ຊູ​ຈີໄດ້​ເລື່ອນ​ເວລາ​ໃນການ​ເດີນທາງ ​
ໄປ​ເຄື່ອນ​ໄຫວທາງ​ດ້ານ​ການ​ເມືອງ​ ທີ່​ເມືອງ Mandalay ​ໃນເຂດ​ພາກ​ກາງຂອງ​ປະ​ເທດ
ຍ້ອນ​ທ່ານ​ນາງ​ຍັງ​ບໍ່​ທັນ​ໄດ້​ຮັບ​ອະນຸຍາດ ​ໃຫ້​ຈັດການ​ໂຄສະນາ​ຫາ​ສຽງ​ຂຶ້ນທີ່​ສະໜາມກິລາ​
ເຕະບານ​ແຫ່ງ​ນຶ່ງ.

ໂຄສົກ​ຂອງ​ທ່ານ​ນາງ​ອອງຊານ​ຊູ​ຈີ ທີ່​ເຄີຍ​ໄດ້​ຮັບ​ລາງວັນ​ໂນ​ແບ​ລຂະ​ແໜງ​ສັນຕິ​ພາບຈາກ
ພັກ​ສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາ​ທິປະ​ໄຕກ່າວ​ຕໍ່​ວີ​ໂອ​ເອພະ​ແນ​ກພາສາ​ມຽນມາ​ວ່າພວກ
ຈັດ​ແຈງ​ຂອງ​ພັກ​ໄດ້​ປະຕິບັດ​ຕາມ​ຄຳ​ສັ່ງ​ຂອງ​ພວກ​ເຈົ້າໜ້າ​ທີ່​ທ້ອງ​ຖິ່ນ ເພື່ອ​ຂໍອະນຸຍາດ​ໃຊ້
ສະໜາມກິລາ​ດັ່ງກ່າວ ​ໃນວັນ​ເສົາ​ມື້ອື່ນນີ້. ​ແຕ່​ໂຄສົກ​ເວົ້າວ່າ ພວກ​ເຈົ້າໜ້າ​ທີ່​ກຳກັບ​ນຳ
ເລື່ອງເຕະບານ​ໃນ​ເຂດ​ທ້ອງ​ຖິ່ນ ຫຼັງຈາກໄດ້​ເຈລະຈາ​ກັນ​ມາ​ເປັນ​ເວລາ​ຫຼາຍມື້​ແລ້ວໄດ້​ແຈ້ງ​
ໃຫ້ພວກຈັດ​ແຈງ​ຂອງ​ພັກຊາບວ່າສະໜາມກິລາ​ເຕະບານ​ຈະ​ຖືກ​ປິດເພື່ອ​ການ​ກວດກາ​ຂອງ
ລັດ​ຖະບານ.

ໂຄສົກ​ເວົ້າວ່າການ​ໂຮມ​ຊຸມນຸມ​ທີ່​ເມືອງ Mandalay ຈະ​ມີ​ຂຶ້ນຕາມ​ພາຍຫຼັງຂະນະ​ທີ່​ທ່ານ
ນາງ​ອອງຊານ​ຊູ​ຈີ​ ທຳ​ການ​ໂຄສະນາ​ຫາ​ສຽງ​ເພີ່ມ​ຂຶ້ນເພື່ອ​ເຂົ້າ​ແຂ່ງຂັນ​ໃນ​ການ​ເລືອ​ກຕັ້ງທົດ
ແທນ​ນັ້ນ.

XS
SM
MD
LG