ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ກອງທັບມຽນມາຮຽກຮ້ອງໃຫ້ ປົກປ້ອງລະບອບປົກຄອງໃໝ່


ຜູ້ນຳລັດຖະບານທະຫານມຽນມາ ນາຍພົນ Than Shwe ທີ່ໄປປາກົດໂຕ ໃນລະຫວ່າງງານລ້ຽງອາຫານຄໍ່າ ເນື່ອງໃນວັນເອກກະລາດຂອງມຽນມາ ຄົບຮອບ 63 ປີ ທີ່ນະຄອນຫຼວງເນປີດໍ (4 ມັງກອນ 2011)
ຜູ້ນຳລັດຖະບານທະຫານມຽນມາ ນາຍພົນ Than Shwe ທີ່ໄປປາກົດໂຕ ໃນລະຫວ່າງງານລ້ຽງອາຫານຄໍ່າ ເນື່ອງໃນວັນເອກກະລາດຂອງມຽນມາ ຄົບຮອບ 63 ປີ ທີ່ນະຄອນຫຼວງເນປີດໍ (4 ມັງກອນ 2011)

ຜູ້ນຳທາງທະຫານຂອງມຽນມາຮຽກຮ້ອງໃຫ້ປະຊາຊົນປົກ
ປ້ອງຄຸ້ມຄອງລະບອບ ປະຊາທິປະໄຕໃໝ່ຂອງປະເທດ.

ໃນຄຳປາໄສປະຈຳປີເນື່ອງໃນໂອກາດວັນສະຫະພາບຂອງ
ມຽນມາໃນວັນເສົາມື້ນີ້ ນາຍພົນອະວຸໂສ Than Shwe
ຮຽກຮ້ອງໃຫ້ປະຊາຊົນຊາວມຽນມາ ເສີມສ້າງແລະປົກປັກ
ຮັກສາຮ່ວມກັນໃນອັນທີ່ທ່ານເອີນວ່າລະບອບປະຊາທິປະ
ໄຕທີ່ຍັງຢູ່ໃນໄລຍະເລີ້ມຕົ້ນນັ້ນ.

ຄຳປາໄສຂອງທ່ານ Than Shwe ໄດ້ມີການພິມເຜີຍແຜ່
ໂດຍສື່ມວນຊົນທີ່ລັດຄວບຄຸມແລະອ່ານອອກອາກາດໂດຍ
ຮອງປະທານາທິບໍດີທີ່ຖືກເລືອກໃໝ ່ທ່ານ Aung Myint Oo ແລະເຈົ້າໜ້າທີ່ຄົນສຳ
ຄັນອື່ນໆຂອງລັດຖະບານທະຫານມຽນມາ.

ນອກນັ້ນ ທ່ານ Than Shwe ຍັງໄດ້ເຕືອນວ່າ ມັນເປັນພາລະໜ້າທີ່ສຳລັບທຸກໆຄົນ
ທີ່ຈະຕ້ອງສະກັດກັ້ນຫຼືຍຸດຕິການກໍ່ກວນໃນທຸກຮູບແບບຕໍ່ລະບອບການປົກຄອງໃໝ່.

ບັນດາປະເທດຕາເວັນຕົກຖືວ່າ ການຫັນປ່ຽນໄປສູ່ປະຊາທິປະໄຕຂອງມຽນມານັ້ນແມ່ນ
ຈອມປອມແລະເວົ້າວ່າການເລືອກຕັ້ງໃນປີກາຍນີ້ ແມ່ນເປັນການຈັດແຈງເພື່ອໃຫ້ພວກ
ທະຫານໄດ້ສືບຕໍ່ກຳອຳນາດຢູ່ໃນມຽນມາ.

XS
SM
MD
LG