ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ Thein Sein ຖືກ ເລືອກ ເປັນປະທານາທິບໍດີ ມຽນມາ


ທ່ານ Thein Sein ທີ່ສະພາແຫ່ງຊາດມຽນມາ ເລືອກໃຫ້ເປັນ ປະທານາທິບໍດີ ຂອງປະເທດ.
ທ່ານ Thein Sein ທີ່ສະພາແຫ່ງຊາດມຽນມາ ເລືອກໃຫ້ເປັນ ປະທານາທິບໍດີ ຂອງປະເທດ.

ສະພາແຫ່ງຊາດຊຸດໃໝ່ຂອງມຽນມາ ໄດ້ປະຊຸມກັນໃນວັນສຸກມື້ນີ້ ແລະເລືອກເອົາ ທ່ານ
Thein Sein ນາຍົກລັດຖະມົນຕີທີ່ຫາກໍພົ້ນຈາກຕຳແໜ່ງຂອງລັດຖະບານທະຫານເປັນ
ປະທານາທິບໍດີຂອງປະເທດ.

ທ່ານ Thein Sein ນາຍພົນທີ່ອອກກິນເບ້ຍບຳນານໃນເດືອນເມສາປີກາຍ ແມ່ນພິຈາ
ລະນາກັນວ່າ ເປັນຜູ້ທີ່ໄດ້ຮັບການສະໜັບສະໜຸນຫຼາຍທີ່ສຸດໃນບັນດາຜູ້ສະມັກທີ່ຖືກຄັດ
ເລືອກ 3 ຄົນໃນສັບປະດານີ້.ສ່ວນຜູ້ສະມັກອີກ 2 ຄົນ ກໍມີນາຍພົນເບ້ຍບຳນານ Tin
Aung Mying Oo ແລະທ່ານ Ai Mauk Kham ທ່ານໝໍທີ່ມີສະຖານທີ່ພະຍາບານ
ຫຼືຄລີນິກ ທີ່ລັດສານ.

ທ່ານ Thein Sein ຊຶ່ງເປັນພັນທະມິດທີ່ສຳຄັນຂອງນາຍພົນ Than Shwe ຜູ້ນຳ
ທາງທະຫານຂອງມຽນມານັ້ນ ໄດ້ຖືກແຈ້ງໃຫ້ຊາບກ່ຽວກັບຕຳແໜ່ງດັ່ງກ່າວກ່ອນທີ່ມີ
ການລົງຄະແນນສຽງດ້ວຍຊໍ້າ.

ນຶ່ງໃນບັນດາພາລະກິດອັນທຳອິດຂອງ ປະທານາທິບໍດີ Thein Sein ກໍແມ່ນຈະຕ້ອງ
ໄດ້ແຕ່ງຕັ້ງຄະນະລັດຖະບານຊຸດໃໝ່ຊຶ່ງພາໃຫ້ມີຄວາມຢ້ານກົວເພີ່ມຂຶ້ນໃນໝູ່ພວກນັກ
ວິເຄາະວ່າ ຂັ້ນຕອນດັ່ງກ່າວຈະຖືກນຳໃຊ້ເພື່ອປິດບັງອຳນາດຂອງພວກທະຫານຢູ່ທາງ
ຫຼັງການປົກຄອງຂອງພົນລະເຮືອນໃນມຽນມາ.

ສະພາແຫ່ງຊາດມຽນມາໄດ້ເປີດສະໄໝປະຊຸມປະຖົມມະເລີກໃນຮອບ 20 ກວ່າປີລຸນຫຼັງ
ການເລືອກຕັ້ງ ໃນເດືອນພະຈິກຜ່ານມາ ຊຶ່ງບ່ອນນັ່ງຫຼາຍກວ່າ 80% ໄດ້ຕົກເປັນຂອງ
ພວກອະດີດນາຍທະຫານ ແລະພັນທະມິດຂອງພວກເຂົາເຈົ້າ. ລັດຖະບານມຽນມາກ່າວ
ອ້າງວ່າ ຕົນກໍາລັງເຄື່ອນໄຫວ ໄປສູ່ການປົກຄອງແບບປະຊາທິປະໄຕ ແຕ່ພວກຕໍາໜິ
ຕິຕຽນເວົ້າວ່າ ມັນເປັນພຽງແຕ່ການເອົາໜ້າກາກຂອງພົນລະເຮືອນມາສວມໃສ່ການສືບ
ຕໍ່ການປົກຄອງຂອງພວກທະຫານທໍ່ນັ້ນ.

XS
SM
MD
LG