ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະພາມຽນມາຄັດເລືອກ ຜູ້ຈະເປັນປະທານາທິບໍດີ


ຕຶກສະພາແຫ່ງຊາດໃໝ່ຂອງມຽນມາ ທີ່ນະຄອນຫລວງໃໝ່ Naypyitaw. (AP Photo/Khin Maung Win)
ຕຶກສະພາແຫ່ງຊາດໃໝ່ຂອງມຽນມາ ທີ່ນະຄອນຫລວງໃໝ່ Naypyitaw. (AP Photo/Khin Maung Win)

ສະພາແຫ່ງຊາດຊຸດໃໝ່ຂອງມຽນມາໄດ້ຄັດເລືອກໃຫ້ຈ້ອມ
ເຂົ້າລາຍຊື່ຜູ້ຈະສະມັກເຂົ້າແຂ່ງຂັນເອົາຕຳແໜ່ງປະທານາ
ທິບໍດີ​ໂດຍ​ ໃຫ້ເຫຼືອຢູ່ 3 ຄົນ ຊຶ່ງເປັນສະມາຊິກຂອງພັກ
ການເມືອງພັກນຶ່ງ ທີ່ເປັນພັນທະມິດໃກ້ຊິດ ກັບພວກທະ
ຫານ ທີ່ປົກຄອງປະເທດມາເປັນເວລາດົນນານແລ້ວນັ້ນ.

ຂັ້ນຕອນໃນການຄັດເລືອກດັ່ງກ່າວ ຂອງສະພາແຫ່ງຊາດ
ແມ່ນປິດລັບບໍ່ໃຫ້ປະ ຊາຊົນຮູ້ ແຕ່ບັນດາສະມາຊິກສະພາ
ກ່າວຕໍ່ອົງການຂ່າວຕ່າງໆວ່າ ນຶ່ງໃນຈຳນວນ ຮອງປະທາ
ນາທິບໍດີ 3 ຄົນທີ່ຖືກຄັດເລືອກໃນວັນພະຫັດມື້ນີ້ ຈະຖືກ
ແຕ່ງຕັ້ງໃຫ້ເປັນປະທານາທິບໍດີຂອງປະເທດ ໃນວັນສຸກມື້
ອື່ນນີ້.

ທ່ານ Thein Sein ທີ່ເຄີຍຮັບຕຳແໜ່ງເປັນນາຍົກລັດຖະ
ມົນຕີໃນລັດຖະບານທະຫານ ທີ່ຫາກໍພົ້ນຈາກຕຳແໜ່ງໄປ
ນັ້ນ ແມ່ນຜູ້ນຶ່ງໃນຈຳນວນຮອງປະທານາທິບໍດີທີ່ຖືກຄັດ
ເລືອກໃນວັນພະຫັດມື້ນີ້ ແລະຍັງສືບຕໍ່ເປັນບຸກຄົນທີ່ມີທ່າ
ທາງວ່າຈະຖືກເລືອກເປັນປະທານາທິບໍດີຫຼາຍທີ່ສຸດ. ສ່ວນ
ຜູ້ສະມັກອີກ 2 ຄົນກໍມີນາຍພົນເບ້ຍບຳນານ Tin Aung Mying Oo ແລະ ທ່ານ Ai Mauk Kham ນາຍໝໍ ທີ່ມີຄລີນິກຢູ່ທີ່ລັດສານ.

ສະພາແຫ່ງຊາດມຽນມາ ໄດ້ເປີດປະຊຸມສະໄມປະຖົມມະເລີກໃນຮອບ 20 ກວ່າ ປີ ລຸນຫຼັງ
ການເລືອກຕັ້ງໃນເດືອນພະຈິກ ຊຶ່ງບ່ອນນັ່ງຫຼາຍກວ່າ 80% ໄດ້ຕົກເປັນຂອງອະດີດພວກ ນາຍທະຫານແລະພັນທະມິດຂອງພວກເຂົາເຈົ້າ. ລັດຖະບານມຽນມາກ່າວອ້າງວ່າ ຕົນກຳ ລັງເຄື່ອນໄຫວໄປສູ່ປະຊາທິປະໄຕ ແຕ່ພວກຕຳໜິຕິຕຽນເວົ້າວ່າ ພຽງແຕ່ເອົາໜ້າກາກຂອງ
ພົນລະເຮືອນມາສວມໃສ່ ການສືບຕໍ່ປົກຄອງປະເທດ ຂອງພວກທະຫານທໍ່ນັ້ນ.

XS
SM
MD
LG