ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ.ນ. ອອງຊານ ຊູຈີ ຈະລົງສະມັກແຂ່ງຂັນ ໃນການເລືອກຕັ້ງຄັ້ງຕໍ່ໄປ ໃນມຽນມາ


ຜູ້ນໍາປະຊາທິປະໄຕໃນມຽນມາ ທ່ານນາງອອງຊານ ຊູຈີ ກ່າວ ຄໍາປາໃສ ໃນໂອກາດສະຫລອງວັນຊາດມຽນມາ ຄົບຮອບ 91 ປີ ທີ່ສໍານັກງານໃຫຍ່ຂອງພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕມຽນມາ ຫລື NLD ຂອງ
ທ່ານນາງໃນວັນອາທິດ ທີ 20 ພະຈິກ ທີ່ຜ່ານມານີ້ ທີ່ນະຄອນຢາງກຸ້ງ (AP Photo/Khin Maung Win)
ຜູ້ນໍາປະຊາທິປະໄຕໃນມຽນມາ ທ່ານນາງອອງຊານ ຊູຈີ ກ່າວ ຄໍາປາໃສ ໃນໂອກາດສະຫລອງວັນຊາດມຽນມາ ຄົບຮອບ 91 ປີ ທີ່ສໍານັກງານໃຫຍ່ຂອງພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕມຽນມາ ຫລື NLD ຂອງ ທ່ານນາງໃນວັນອາທິດ ທີ 20 ພະຈິກ ທີ່ຜ່ານມານີ້ ທີ່ນະຄອນຢາງກຸ້ງ (AP Photo/Khin Maung Win)

ໂຄສົກ​ຂອງ ຜູ້​ນໍາ​ປະຊາທິປະ​ໄຕ​ໃນ​ມຽນມາ ທ່ານ​ນາງ​ອອງຊານ ຊູ​ຈີ ກ່າວ​ວ່າ ທ່ານ​ນາງ​ຈະ
ລົງ​ສະມັກ​ເລືອກ​ຕັ້ງເອົາ​ບ່ອນ​ນັ່ງ​ໃນ​ສະພາແຫ່ງ​ຊາດ ​ໃນ​ການ​ເລືອກ​ຕັ້ງຮອບພິ​ເສດຄັ້ງຕໍ່​ໄປ
ທີ່​ຄາດ​ກັນ​ວ່າ​ຈະ​ມີ​ຂຶ້ນ​ໃນ​ທ້າຍ​ປີນີ້.

ທ່ານ​ນຽນວິນ, ສະມາຊິກ​ຄະນະ​ກໍາມະການບໍລິຫານ​ງານ​ຂອງ​ພັກ​ສັນນິບາດ​ແຫ່ງ​ຊາດ​ເພື່ອ ​ປະຊາທິປະ​ໄຕ​ໃນ​ມຽນມາ ຫລື NLD ບອກກັບພວກນັກ​ຂ່າວ​ ໃນ​ວັນ​ຈັນ​ມື້ນີ້ວ່າ ທ່ານ​ນາງ ອອງ ຊານ​ ຊູ​ຈີ ທີ່ໄດ້ຮັບລາງວັນ​ໂນ​ແບ​ລຂະ​ແໜງສັນຕິພາບນັ້ນ ຈະລົງສະມັກ​ເລືອກ​ຕັ້ງ​ ເພື່ອ​ຍາດ​ເອົາ​ນຶ່ງ​ໃນ 48 ບ່ອນ​ນັ່ງ ຢູ່​ໃນ​ສະພາ​ສູງ​ຊຸດ​ໃໝ່ຂອງ​ມຽນມາ ​ແຕ່​ວ່າ​ທ່ານ​ນາງຍັງ​ບໍ່​ໄດ້​ຕັດສິນ​ໃຈ​ເທື່ອ​ວ່າ ທ່ານ​ນາງ​ຈະສະມັກເປັນ​ຜູ້​ແທນເຂດ​ໃດ.

ນັກ​ເຄື່ອນ​ໄຫວ​ເພື່ອ​ປະຊາທິປະ​ໄຕ​ຂອງມຽນມາ ໄດ້​ສະ​ແດງຮ່ອງຮອຍ​ໃຫ້ຮູ້ວ່າ ທ່ານ​ນາງຈະ​ລົງ​ແຂ່ງຂັນ​ເອົາ​ບ່ອນ​ນັ່ງ​ໃນ​ສະພານັ້ນ ຢູ່ໃນ​ກອງ​ປະຊຸມຂອງ​ບັນ ດາຜູ້ຕາງໜ້າພັກໃນ​ວັນ​ສຸກແລ້ວ​ນີ້ ​ເວ​ລາທີ່ພວກເຂົາ​ເຈົ້າຕັດສິນ​ໃຈວ່າຈະຈົດ​ ທະບຽນ​ພັກ​ຄືນ​ໃໝ່ ​ເພື່ອ​ໃຫ້​ເປັນ​ພັກການ​ເມືອງພັກນຶ່ງ ​ແລະ​ເຂົ້າຮ່ວມ​ໃນການເລືອກ​ຕັ້ງ​ຕ່າງໆ.

ພັກ​ສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ​ມຽນມາ ຫລື NLD ໄດ້​ຂວ້າມບາດ ​ບໍ່ເຂົ້າຮ່ວ​ມ​
ໃນ​ການ​ເລືອກ​ຕັ້ງ​ໃນ​ປີ​ກາຍ​ນີ້ ຍ້ອນ​ວ່າກົດໝາຍຂໍ້​ນຶ່ງ​ຫ້າມ ​ບໍ່​ໃຫ້ທ່ານ​ນາງ ອອງຊານ ຊູຈີ
ເຂົ້າຮ່ວມໃນ​ການ​ເລືອກ​ຕັ້ງ​. ລັດຖະບານ​ໄດ້​ລົບ​ລ້າງ​ກົດໝາຍດັ່ງກ່າວນັ້ນ ເມື່ອ​ໝໍ່ໆມານີ້.

ມັນຈະ​ເປັນຄັ້ງທໍາ​ອິດທີ່​ທ່ານ​ນາງ ອອງຊານ ຊູ​ຈີ ຈະ​ໄດ້​ເຂົ້າຮ່ວມການແຂ່ງຂັນ​ ຍາດ​ເອົາ
ບ່ອນ​ນັ່ງ​ໃນສະພາ​ຜູ້​ແທນມຽນມາ. ພັກ​ສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕແຫ່ງ​ຊາດ
ຂອງ​ທ່ານ​ນາງ ​ໄດ້​ຮັບ​ໄຊຊະນະຢ່າງ​ຂາດລອຍ ​ໃນ​ການ​ເລືອກ​ຕັ້ງທົ່ວ​ໄປໃນ​ປີ 1990. ​ແຕ່
ວ່າ ທ່ານ​ນາງ​ຖືກ​ກັກ​ບໍລິ​ເວນ​ໃຫ້​ຢູ່​ໃນ​ເຮືອນ ໃນ​ເວລາ​ທີ່​ມີການ​ເລືອກ​ຕັ້ງ​ນັ້ນ.

ຫລັງຈາກ​ນັ້ນ ລັດຖະບານ​ທະຫານ​ມຽນມາ ​ບໍ່​ໄດ້​ເອົາ​ຫົວຊາ​ນໍາຜົນ​ການ​ເລືອກ​ຕັ້ງ ​ແລະ​ສັ່ງກັກ​ບໍລິ​ເວນ​ທ່ານ​ນາງ​ ຊູຈີ ໃຫ້​ຢູ່​ແຕ່​ໃນ​ບ້ານ​ເປັນ​ເວລາຍາວນານ. ທ່ານ​ນາງ ​ໄດ້​ໃຊ້​ເວລາ 15 ປີ ​ໃນ​ໄລຍະ 22 ປີຜ່ານມາ ​ຢູ່ພາຍ​ໃຕ້​ການ​ຖືກກັກຂັງແບ​ບ​ໃດ​ແບບ​ນຶ່ງ.

XS
SM
MD
LG