ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພັກຝ່າຍຄ້ານ ອາດບໍ່ເຂົ້າຮ່ວມ ກອງປະຊຸມສະພາ ມຽນມາ


ທ່ານ Nyan Win ເຈົ້າໜ້າທີ່ອະວຸໂສຂອງພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕຖະແຫຼງຕໍ່ພວກນັກຂ່າວ ຫຼັງຈາກການປະຊຸມ ຜູ້ນຳຂອງພັກທີ່ນະຄອນຢ່າງກຸ້ງ (20 ເມສາ 2012)
ທ່ານ Nyan Win ເຈົ້າໜ້າທີ່ອະວຸໂສຂອງພັກສັນນິບາດແຫ່ງຊາດເພື່ອປະຊາທິປະໄຕຖະແຫຼງຕໍ່ພວກນັກຂ່າວ ຫຼັງຈາກການປະຊຸມ ຜູ້ນຳຂອງພັກທີ່ນະຄອນຢ່າງກຸ້ງ (20 ເມສາ 2012)

ພັກ​ຝ່າຍ​ຄ້ານ​ທີ່​ສຳຄັນ​ຂອງ​ມຽນມາ​ກ່າວ​ວ່າ ຕົນ​ຈະ​ບອຍຄອດບໍ່​ໄປ​ຮ່ວມ​ກອງ​ປະຊຸມສະພາ​
ແຫ່ງ​ຊາດຍ້ອນ​ບັນຫາ​ຂັດ​ແຍ້​ງ​ກ່ຽວ​ກັບ​ການສາບານ​ໂຕ​ຕໍ່​ລັດຖະທຳ​ມະນູນ​ເວລາເຂົ້າຮັບ​ຕຳ
ແໜ່​ງບໍ່​ເທົ່າ​ໃດ​ອາທິດ​ຫຼັງຈາກ​ພັກ​ຝ່າຍ​ຄ້ານ​ໄດ້​ຮັບ​ໄຊຊະນະ​ຢ່າງ​ຖ້ວມ​ລົ້ນ​ໃນການ​ເລືອກ​ຕັ້ງ
ພິ​ເສດຢູ່​ທີ່​ປະ​ເທດ​ມຽນມາ.

ທ່ານ Ohn Kyaing ຄະນະ​ກຳມະການ​ບໍລິຫານ​ຂອງ​ພັກ​ສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາ
ທິປະ​ໄຕກ່າວ​ຕໍ່​ວີ​ໂອ​ເອພະ​ແນ​ກພາສາມຽນມາ​ວ່າ ຈະ​ບໍ່​ມີ​ສະມາຊິກພັກທີ່​ຫາ​ກໍ​ໄດ້​ຮັບ​ເລືອກ
ໃໝ່ໆນັ້ນ​ ​ໄປ​ຮ່ວມ​ພິທີ​ເປີດ​ປະຊຸມ​ສະພາ​ແຫ່ງ​ຊາດ​ໃນມື້ວັນ​ຈັນ​ຈະ​ມານີ້.

ການ​ປະກາດ​ດັ່ງກ່າວ ​ມີ​ຂຶ້ນຫຼັງຈາກ​ມີ​ລາຍ​ງານ​ວ່າ​ລັດຖະບານ​ມຽນມາ​ໄດ້​ປະຕິ​ເສດ​ຕໍ່​ການ​
ຮ້ອງ​ຂໍ​ຂອງ​ພັກ​ສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ​ ທີ່​ຂໍ​ປ່ຽນ​ຄຳເວົ້າບາງ​ສ່ວນ​ໃນ​ການ​
ສາບານ​ໂຕ​ເຂົ້າຮັບ​ຕຳ​ແໜ່​ງ ຈາກ​ຄຳ​ວ່າປົກ​ປ້ອງລັດຖະທຳ​ມະນູນມາ​ເປັນ​ໃຫ້ການ​ເຄົາລົບ
ນັບຖື​ລັດຖະທຳ​ມະນູນ.

ພວກ​ເຈົ້າໜ້າ​ທີ່​ຂອງ​ພັກ​ກ່າວ​ວ່າ ບັນຫາ​ດັ່ງກ່າວ​ນີ້ບໍ່ມີ​ທ່າ​ທາງ​ວ່າ​ຈະ​ໄດ້​ຮັບ​ການແກ້​ໄຂ​ທັນ​
ກັບ​ພິທີ​ສາບານ​ໂຕ​ເຂົ້າຮັບ​ຕຳ​ແໜ່​ງ​ໃນ​ມື້ວັນ​ຈັນ​ຈະ​ມາ ຊຶ່ງ​ໃນ​ພິທີ​ດັ່ງກ່າວ​ນີ້ມີ​ກຳນົດ​ວ່າ​ສະ
ມາ​ຊິກ​ຂອງ​ພັກ​ຈະ​ໄດ້​ກາຍເປັນ​ກຳລັງຝ່າຍ​ຄ້ານທີ່​ໃຫຍ່ທີ່​ສຸດ ​ຢູ່​ໃນ​ສະພາ​ແຫ່ງ​ຊາດທີ່​ຄອບ​
ງຳ​ໂດຍ​ບັນດາ​ພັກ​ທີ່​ໄດ້​ຮັບ​ການ​ໜຸນ​ຫຼັງຈາກ​ພວກ​ທະຫານ.

ພັກ​ສັນນິບາດ​ແຫ່ງ​ຊາດ​ເພື່ອ​ປະຊາທິປະ​ໄຕ ​ຊຶ່ງເປັນ​ພັກ​ການ​ເມືອງ ຂອງ​ທ່ານ​ນາງ​ອອງ
ຊານ​ຊູ​ຈີຜູ້ນຳ​ປະຊາທິປະ​ໄຕ​ຂອງ​ມຽນມາ​ ບໍ່​ໄດ້​ເຂົ້າຮ່ວມ ​ໃນ​ການ​ເລືອກ​ຕັ້ງປີ 2010 ທີ່
ເຮັດ​ໃຫ້ການ​ປົກຄອງ​ຂອງ​ພວກ​ທະຫານ ​ເປັນ​ເວລາ​ຫຼາຍທົດ​ສະວັດ ​ສິ້ນສຸດ​ລົງ.

XS
SM
MD
LG