ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ມຽນມາໄຂກອງປະຊຸມສະພາ ໃໝ່ຄັ້ງທໍາອິດ


ລົດບັນທຸກຄັນນຶ່ງ ທີ່ບັນທຸກ ພວກຜູ້ແທນລາດສະດອນ ຜ່ານດ່ານກວດກາຄວາມປອດໄພ ເຂົ້າໄປຫາຕຶກສະພາທີ່ນະຄອນ Naypyitaw ວັນທີ 30 ມັງກອນ 2011.
ລົດບັນທຸກຄັນນຶ່ງ ທີ່ບັນທຸກ ພວກຜູ້ແທນລາດສະດອນ ຜ່ານດ່ານກວດກາຄວາມປອດໄພ ເຂົ້າໄປຫາຕຶກສະພາທີ່ນະຄອນ Naypyitaw ວັນທີ 30 ມັງກອນ 2011.

ລັດຖະບານ​ທະຫານ​ມຽນມາໄດ້​ໄຂກອງ​ປະຊຸມ​ສະພາ​ສະໄໝ​ທໍາ​ອິດ​ໃນ​ຮອບກ່ວາ 2 ທົດ​ສະ​ວັດ​ຜ່ານ​ມາ​ ຢ່າງ​ເປັນ​ການ​ປິດ​ລັບ.

ພວກ​ສະມາຊິກ​ທີ່ຖືກ​ເລືອກ​ຕັ້ງ​ແລະ​ຖືກ​ແຕ່ງ​ຕັ້ງ​ຫລາຍ​ກວ່າ 600 ຄົນ ໄດ້​ພາກັນ​ຍ່າງ​ລຽນ​ແຖວ​ເຂົ້າ​ໄປ​ໃນ​ຕຶກ​ສະພາແຫ່ງ​ຊາດ ໃນ​ວັນ​ຈັນ​ມື້​ນີ້ ​ເພື່ອ​ປະກອບສ່ວນ​ໃນ​ອັນ​ທີ່​ລັດຖະບານ​ກ່າວ​ອ້າງ​ວ່າ ​ເປັນ​ບາດກ້າວ​ສໍາຄັນ​ອັນ​ນຶ່ງໃນ​ການຫັນປ່ຽນ​ໄປ​ສູ່​ລະບອບ​ປະຊາທິປະ​ໄຕ​ຂອງ​ຕົນ.

ແຕ່​ພວກ​ຕໍາ​ໜິຕິຕຽນ​ຖື​ເບົາການ​ເຄື່ອນ​ໄຫວ​ທີ່ວ່າ​ນີ້​ ວ່າເປັນ​ການ​ຫລອກ​ລວງໂດຍ​ໃຫ້​ຂໍ້​ສັງ​ເກດ​ວ່າ​ ກົດ​ລະບຽບ​ທີ່​ຈໍາກັດ​ຮັດ​ແຄບ​ສໍາລັບການ​ເລືອກ​ຕັ້ງ​ໃນ​ປີ​ແລ້ວ​ນີ້ ເຮັດ​ໃຫ້​ພວກ​ສະມາຊິກຝ່າຍ​ຄ້ານ​ໄດ້​ຮັບບ່ອນ​ນັ່ງພຽງ​ບໍ່​ເທົ່າ​ໃດ​ບ່ອນ​ເທົ່າ​ນັ້ນ. ນອກນັ້ນ​ແລ້ວ ພວກ​ສະມາຊິກ​ເຫລົ່ານີ້​ກໍ​ຍັງຈະ​ຖືກ​ຈໍາກັດ​ຮັດ​ແຄບ ​ໃນ​ຄວາມ​ສາມາດຂອງ​ພວກ​ເຂົາ​ເຈົ້າ​ໃນ​ການ​ທີ່​ຈະຕັ້ງຂໍ້​ຖາມ​ໃດໆ​ຂຶ້ນ​ມາ​ຢູ່​ໃນ​ສະພາ​ໃໝ່ທີ່ນະຄອນ Naypyidaw
ເມືອງຫລວງ​ດ້ານ​ການ​ປົກຄອງຂອງ​ມຽນມາ​ ​ບ່ອນ​ທີ່​ການ​ປະ​ຊຸມ​ກັນຈະ​ປິດ​ລັບ​ ບໍ່ເປີດໃຫ້
ສາທາລະນະຊົນ​ຮູ້ນໍາ​ເລີຍ​ນັ້ນ.

ຍ້ອນ​ກົດ​ລະບຽບກ່ຽວ​ກັບ​ການ​ປິດ​ລັບດັ່ງກ່າວ​ນີ້ ຈຶ່ງ​ບໍ່​ມີ​ໃຜ​ຮູ້​ໃນ​ທັນທີ​ນີ້​ເທື່ອວ່າ​ ​ໄດ້ມີ​ຫຍັງ​ເກີດ​ຂຶ້ນ​ໃນລະຫວ່າງ​ກອງ​ປະຊຸມ​ໃນ​ວັນ​ຈັນ​ມື້​ນີ້. ແຕ່​ເປັນ​ທີ່ຄາດ​ກັນ​ວ່າ ພວກ​ຜູ້​ແທນໃໝ່​ຈະ​ຄັດ​ເລືອກ​ເອົາ​ປະທານ​ ສໍາລັບ ສະພາ​ສູງ​ແລະ​ໃນ​ສະພາ​ຕໍ່າ​ໃນ​ວັນ​ຈັນ​ມື້​ນີ້ ​ແລະ​ຈະ​ລົງມະຕິ​ກັນ​ໃນ​ທ້າຍ​ສັບປະດາ​ນີ້​ ເລືອກ​ເອົາ​ປະທານາທິບໍດີ​ທີ່​ເປັນ​ພົນລະ​ເຮືອນ​ຄົນ​ທໍາ​ອິດ​ຂອງປະ​ເທດ ​ນັບ​ແຕ່ມີ​ການກໍ່ລັດຖະປະຫານ​ຂຶ້ນ​ໃນ​ປີ 1962 ​ເປັນ​ຕົ້ນມາ.

XS
SM
MD
LG