ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປະທານາທີບໍດີ ພົນລະເຮືອນມຽນມາ ສາບານໂຕ ເຂົ້າຮັບຕໍາແໜ່ງ


ທ່ານ Thein Sein ປະທານາທິບໍດີໃໝ່ຂອງມຽນມາ.
ທ່ານ Thein Sein ປະທານາທິບໍດີໃໝ່ຂອງມຽນມາ.


















ບັນດາ​ເຈົ້າ​ໜ້າ​ທີ່​ມຽນມາ​ກ່າວ​ວ່າ ນາຍົກລັດຖະມົນຕີ Thein Sein ​ໄດ້​ສາບານ​ໂຕ​ເຂົ້າ​ຮັບ​
ຕໍາ​ແໜ່​ງປະທານາທິບໍດີ​ຂອງ​ປະ​ເທດ ຊຶ່ງ​ເປັນຂີດ​ໝາຍ​ໃນ​ການ​ໂອນ​ອໍານາດ​ຢ່າງ​ເປັນ​ທາງ
ການ​ໃຫ້​ລັດຖະບານ​ພາຍໃຕ້​ການ​ນໍາພາ​ຂອງ​ພົນລະ​ເຮືອນ ຫລັງ​ຈາກ​ພວກ​ທະຫານ​ໄດ້​ປົກ
ຄອງ​ປະ​ເທດ​ມາ​ເປັນ​ເວລາ​ຫລາຍ​ທົດ​ສະ​ວັດ.

ບັນດາ​ເຈົ້າ​ໜ້າ​ທີ່​ແລະ​ສື່​ມວນ​ຊົນ​ແຫ່ງ​ລັດ​ຂອງ​ມຽນມາ​ກ່າວ​ວ່າ ທ່ານ Thein Sein ​ໄດ້​ສາ
ບານ​ໂຕ​ເຂົ້າ​ຮັບ​ຕໍາ​ແໜ່​ງປະທານາທິບໍດີ​ໃນ​ວັນ​ພຸດ​ມື້​ນີ້​ ຊ້ອງ​ໜ້າ​ຂອງ​ພວກ​ສະມາຊິກ​ລັດຖະ
ສະພາ​ຊຸດ​ໃໝ່​ທີ່​ໄດ້​ຖືກ​ເລືອກຕັ້ງ​ໃນ​ເດືອນ​ພະຈິກ​ປີຜ່ານມາ​ນີ້. ພວກ​ເຈົ້າ​ໜ້າ​ທີ່​ແລະ​ສື່​ມວນ​
ຊົນ​ເວົ້າ​ຕື່ມ​ວ່າ ພວກ​ຮອງ​ປະທານາທິບໍດີ ຄື ທ່ານ U Tin Aung Oo ​ແລະທ່ານ Sai Mauk Kham ກໍ​ໄດ້​ສາບານ​ໂຕ​ເຂົ້າ​ຮັບ​ຕໍາ​ແໜ່​ງ​ໃນ​ພິທີ​ດຽວ​ກັນ.

ສື່​ມວນ​ຊົນ​ແຫ່ງ​ລັດ​ກ່າວ​ວ່າ ລັດຖະບານທະຫານ​ທີ່​ໄດ້​ປົກຄອງ​ມຽນມາ ມາ​ຕັ້ງ​ແຕ່​ປີ 1988 ​ເປັນ​ຕົ້ນ​ມາ​ນັ້ນ ບັດ​ນີ້​ໄດ້​ຖືກ​ຍຸບ​ໄປ​ແລ້ວ​ຢ່າງ​ເປັນ​ທາງ​ການ.

ອົງການ​ຂ່າວ​ຝຣັ່ງອ້າງ​ຄໍາ​ເວົ້າ​ຂອງ​ເຈົ້າ​ໜ້າ​ທີ່​ມຽນມາ​ທ່ານ​ນຶ່ງ​ວ່າ ນາຍພົນ​ອາວຸ​ໂສ Than Shwe ທີ່​ໄດ້​ປົກຄອງ​ປະ​ເທດ​ມາ​ຕັ້ງ​ແຕ່​ປີ 1992 ນັ້ນ​ບໍ່​ໄດ້​ໄປ​ຮ່ວມ​ໃນ​ພິທີ​ສາບານ​ໂຕ​ດັ່ງກ່າວ. ອົງການ​ຂ່າວ​ດັ່ງກ່າວ​ເວົ້າ​ວ່າ ນາຍ​ພົນ Ming Aung Hlaing ​ໄດ້​ໄປ​ຮ່ວມ​ພິທີ​ສາບານ​ໂຕ​ເຂົ້າ​ຮັບ​ຕໍາ​ແໜ່​ງ​ໃນ​ຖານະ​ເປັນ​ຫົວໜ້າ​ຜູ້​ບັນຊາ​ການ​ສູງ​ສຸດ​ຂອງ​ກອງທັບ​ແຫ່ງຊາດ ຊຶ່ງ​ເປັນການສະແດງໃຫ້​ເຫັນ​ວ່າ ນາຍ​ພົນ Than Shwe ​ໄດ້​ລາ​ອອກ​ຈາກຕໍາ​ແໜ່​ງຜູ້​ບັນຊາ
ການ​ທະຫານ​ສູງ​ສຸດ​ນັ້ນ.

XS
SM
MD
LG