ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໐໖ ມິຖຸນາ ໒໐໒໓

ທ່ານນາງ ອອງຊານ ຊູຈີ ເລີ້ມທໍາການເຄື່ອນໄຫວ ດ້ານການເມືອງ


ທ່ານນາງ ອອງຊານ ຊູຈີ ຜູ້ນໍາເພື່ອປະຊາທິປະໄຕໃນມຽນມາ ໂບກມື ໃຫ້ພວກສະໜັບສະໜຸນທ່ານນາງ ເວລາເດີນທາງໄປຮອດເມືອງ Dawei ໃນພາກໃຕ້ຂອງປະເທດ, ວັນທີ 29, 2012.

ທ່ານ​ນາງ​ອອງຊານ​ຊູ​ຈີ ຜູ້​ນໍາ​ເພື່ອ​ປະຊາທິປະ​ໄຕ​ໃນ​ມຽນມາ ໄດ້ເລີ້ມອອກທໍາ​ການ
ໂຄສະນາ​ຫາ​ສຽງ​ເລືອກ​ຕັ້ງ​ ​ໃນ​ວັນ​ອາທິດ​ມື້​ນີ້ ກ່ອນການ​ເລືອກ​ຕັ້ງ​ພິ​ເສດ ທີ່​ມີ​ການ
ມອງ​ເຫັນ​ວ່າ​ເປັນ​ການ​ທົດ​ສອບ​ທີ່​ສໍາຄັນຂອງ​ຄວາມ​ໝັ້ນ​ໝາຍ​ຕໍ່ການ​ປະຕິ​ຮູບຂອງ​
ລັດຖະບານ ທີ່​ໄດ້​ຮັບ​ການ​ໜຸນ​ຫລັງ​ຈາກ​ພວກ​ທະຫານ​ນັ້ນ.

ພວກ​ສະໜັບສະໜຸນ​ທີ່ດີ​ອົກ​ດີ​ໃຈ​ຫລາຍ​ພັນ​ຄົນ ​ພາກັນ​ຢືນ​ແລນ​ແຖວ​ເລາະ​ຕາມ​ຖະ
ໜົນ​ໃນ​ຫລາຍ​ເມືອງ​ໃນ​ເຂດຫົວເມື​ອງ Dawei ​ໃນ​ພາກ​ໃຕ້​ຂອງ​ປະ​ເທດ ຂະນະ​ທີ່​
ທ່ານ​ນາງ​ອອງຊານ​ຊູ​ຈີ ທີ່​ໄດ້​ຮັບ​ລາງວັນ​ໂນ​ແບນຂະ​ແໜງ​ສັນຕິພາບນັ້ນ ອອກ​ທໍາ​
ການເຄື່ອນ​ໄຫວ​ທາງ​ດ້ານ​ການ​ເມືອງ​ຄັ້ງ​ທໍາ​ອິດ​ຂອງທ່ານ​ນາງ​ ຢູ່ນອກ​ນະຄອນຢັ້ງ
ກຸ້ງ ນັບ​ແຕ່ໄດ້ປະກາດໃຫ້​ຮູ້​ວ່າ ທ່ານ​ນາງ​ຈະ​ເຂົ້າ​ສະໝັກ​ແຂ່ງຂັນ​ໃນ​ການ​ເລືອກ​ຕັ້ງ
ພິເສດ​ທີ່​ຈະ​ມີ​ຂຶ້ນ​ໃນ​ວັນ​ທີ 1 ​ເມສາ ຈະ​ມາ​ນີ້.

ທ່ານ​ນາງ​ອອງຊານ​ຊູ​ຈີ​ກໍາລັງ​ທໍາ​ການ​ໂຄສະນາ​ຫາ​ສຽງ​ຢູ່​ໃນ​ເຂດເມືອງ​ ​ແຄມ​ທະ​ເລ​
ດັ່ງກ່າວ ເພື່ອລະດົມ​ເອົາສຽງ​ສະ​ໜັບສະ​ໜຸນ​ໃຫ້​ຜູ້​ສະໝັກ​ອີກ​ຄົນ​ນຶ່ງ ​ທີ່ເຂົ້າ​ແຂ່ງຂັນ
ເອົາ​ບ່ອນ​ນັ່ງ​ໃນ​ສະພາ​ນັ້ນ. ທ່ານ​ນາງ​ອອງຊານ​ຈະ​ເດີນ​ທາງໄປ​ໂຄສະ​ນາ​ຫາ​ສຽງ​ໃນ
ທໍານອງ​ດຽວ​ກັນ​ນີ້​ໃນ​ເຂດ​ອື່ນໆອີກ ກ່ອນ​ຈະ​ທໍາ​ການ​ໂຄສະ​ຫາ​ສຽງ​ສໍາລັບ​ຕົນເອງ
ໃນ​ຖານະ​ເປັນ​ຜູ້​ແທນເຂດເລືອກ​ຕັ້ງທີ່ທຸກ​ຍາກ Kawhmu ​ທີ່​ຕັ້ງ​ຢູ່​ທາງ​ທິດ​ໃຕ້​ຂອງ
ຢັ້ງກຸ້ງ​ນັ້ນ.

ນັກ​ເຄື່ອນ​ໄຫວ​ເພື່ອ​ປະຊາທິປະໄຕ​ທ່ານນີ້​ຮັບ​ໃຊ້​ໂທດ​ຢູ່​ໃນ​ຄຸກ​ໃນ​ຖານະ​ນັກ​ໂທດ​ການ
ເມືອງ​ ເປັນ​ເວລາ 15 ປີ​ ໃນ​ຮອບ 20 ປີຜ່ານມາ​ນີ້. ​ໃນ​ທີ່​ສຸດ​ທ່ານ​ນາງ​ໄດ້​ຖືກ​ປ່ອຍ​ໂຕ​
ຈາກ​ການ​ຖືກ​ກັກ​ໂຕ​ຢູ່​ໃນ​ບ້ານ​ເຮືອນ​ໃນທ້າຍ​ປີ 2010 ຜ່ານ​ມາ ​ພຽງ​ບໍ່​ເທົ່າ​ໃດ​ມື້​ ຫລັງ
ຈາກ​ການ​ເລືອກ​ຕັ້ງ​ໃນ​ທົ່ວ​ປະ​ເທດ ​ທີ່​ຜູ້ຄົນ​ມອງ​ເຫັນ​ກັນ​ຢ່າງ​ກ້ວາງ​ຂວາງວ່າ​ເປັນ​ການ​
ເລືອກ​ຕັ້ງບໍ່​ເສລີ​ແລະ​ບໍ່​ຍຸຕິ​ທໍາ​ນັ້ນ.

XS
SM
MD
LG